ຄຕພ ຕີລາຄາການເຄື່ອນໄຫວວຽກງານປະຈໍາປີ

    ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2021 ຂຶ້ນວັນທີ 31 ມັງກອນ 2022 ຢູ່ສູນການຮ່ວມມືສາກົນ ແລະ ເຝີກອົບຮົມ (ICTC) ໂດຍເປັນປະທານຂອງສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ມີຄະ​ນະ​ພັກ-ຄະນະນໍາ ບັນດາກົມ ພະນັກງານອາວຸໂສບໍານານ ແລະ ສະ​ມາຊິ​ກ​ພັກ-ພະນັກງານ ຄຕພ ເຂົ້າຮ່ວມ.

     ກອງປະຊຸມໄດ້ຮັບ​ຟັງ​ການສະຫຼຸບຕີ​ລາ​ຄາກ່ຽວກັບການປະ​ຕິ​ບັດ​ວຽກ​ງານຂອງ ຄຕພ ໄລຍະ 1 ປີ ຜ່ານ​ມາ ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ຜົນ​ງານ​ທີ່​ຍາດ​ມາ​ໄດ້ ບາງດ້ານທີ່ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້  ພ້ອມນັ້ນ ກອງ​ປະ​ຊຸມ​ຍັງ​ໄດ້​ເປີດ​ໂອ​ກາດ​ໃຫ້ບັນ​ດາ​ຜູ້​ເຂົ້າ​ຮ່ວມປະ​ກອບຄຳຄິດເຫັນເຂົ້າ​ໃສ່​ບົດ​ສະຫຼຸບ​ດັ່ງ​ກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ເປັນ​ເອ​ກະ​ພາບ ເພື່ອເປັນທິດທາງແຜນການຈັດຕັ້ງປະຕິບັດ ຄາດ​ໝາຍ​ສູ້​ຊົນ​ສຳ​ລັບ​ປີ 2022 ໃຫ້ມີຜົນສຳເລັດຍິ່ງຂຶ້ນ.

   ໂອກາດນີ້ ສະ​ຫາຍ ທອງສະຫວັນ ພົມວິຫານ ຍັງໄດ້​ໃຫ້​ກຽດໂອ້​ລົ​ມ ໂດຍກ່ອນອື່ນໝົດ ສະຫາຍ​ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດ ແລະ ຜົນ​ງານທີ່ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກຍາດມາໄດ້ໃນ 1 ປີ ຜ່ານມາ ໂດຍ​ສະ​ເພາະ​ ການ​ເຮັດ​ສຳ​ເລັດ​ພາ​ລະ​ບົດ​ບາດ ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່ສູນ​ກາງ​ພັກ ໃນ​ການເຄື່ອນໄຫວຕ່າງປະເທດ ດ້ານພັກ ແລະ ການທູດປະຊາຊົນ ອັນ​ໄດ້​ເຮັດ​ໃຫ້​ບົດ​ບາດ​ອິດ​ທິ​ພົນ​ຂອງ​ພັກ-ລັດ​ເຮົາໄດ້​ຮັບ​ການ​ຍົກ​ສູງໃນ​ເວ​ທີ​ພາກ​ພື້ນ ແລະ ສາກົນ ໃນ​ປີ 2021 ເຖິງວ່າຈະ​ມີ​ການ​ແຜ່​ລະ​ບາດ​​ຂອງ​ພະ​ຍາດ​ໂຄວິດ-19 ແຕ່ກໍໄດ້​ມີ​ວິ​ທີ​ການ​ເໝາະ​ສົມ​ໃນ​ການ​ເສີ​ມ​ຂະ​ຫຍາຍ​ການ​ພົວ​ພັນລະ​ຫວ່າງ​ພັກ​ເຮົາ​ກັບ​ຕ່າງ​ປະ​ເທດ ພິເສດ ໃນປີ 2021 ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສໍາເລັດການຈັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກຂອງຕົນຂຶ້ນຢ່າງຈົບງາມ ພ້ອມນັ້ນ ໄດ້ມີຄໍາເຫັນຊີ້ນໍາໃຫ້ພະນັກງານ-ສະມາຊິກພັກ ຄຕພ ທຸກຖ້ວນໜ້າ ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ຄຕພ ແລະ ແຜນພັດທະນາ ຄຕພ ປີ 2021-2025 ໃຫ້ມີຜົນສຳເລັດເປັນກ້າວໆ.

      ສະຫາຍ ທອງສະຫວັນ ພົມວິຫານ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ດ້ວຍ​ຈິດ​ໃຈ​ມາ​ນະ​ບຸກບືນ ຄວາມ​ສາ​ມັກ​ຄີ​ເປັ​ນ​ເອກ​ະ​ພາບ​ພາຍ​ໃນ ຈະ​ເຮັດ​ໃຫ້​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງຄະນະພົວພັນຕ່າງປະເທດສູນກາງພັກ ​ສືບ​ຕໍ່​ຍາດ​ໄດ້​ຜົ​ນ​ສຳ​ເລັດໃຫຍ່ກວ່າ​ເກົ່າ ສືບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​​ທີ່​ອໍານວຍຄວາມສະ​ດວກ​ໃຫ້​ແກ່​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ​ໃຫ້ຈະເລີນກ້າວໜ້າ.

.# ຂ່າວ & ພາບ :  ລັດເວລາ

error: Content is protected !!