ໂຄງການປັບປຸງຊົນລະກະເສດທົ່ງຮາບ-ທ່າງ່ອນ ໄດ້ສໍາເລັດການກໍ່ສ້າງພ້ອມໃຫ້ປະຊາຊົນນໍາໃຊ້

    ໂຄງການປັບປຸງຊົນລະກະເສດທົ່ງຮາບ-ທ່າງ່ອນ ມີທີ່ຕັ້ງຢູ່ບ້ານແກ້ງໄຄ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນໂຄງການຮ່ວມມືລະຫວ່າງລັດຖະບານລາວກັບລັດຖະບານຍີ່ປຸ່ນ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອກໍ່ສ້າງລະບົບຊົນລະປະທານຢ່າງຄົບຊຸດ ສໍາເລັດໃນປີ 1989 ເປັນຕົ້ນມາ ກວມເອົາ 5 ບ້ານຄື: ພູຄໍາ ແກ້ງໄຄ້ ທ່າສົ້ມມໍ ລາດຄວາຍ ແລະ ອຸດົມຜົນ ສາມາດສະໜອງນໍ້າໃຫ້ແກ່ການຜະລິດກະສິກໍາລະດູຝົນໄດ້ 650 ເຮັກຕາ ປູກເຂົ້າ 550 ເຮັກຕາ ພືດ 100 ເຮັກຕາ ເນື້ອທີ່ສະໜອງນໍ້າໃຫ້ແກ່ການຜະລິດລະດູແລ້ງ 450 ເຮັກຕາ ນາເຂົ້າ 400 ເຮັກຕາ ພືດ 50 ເຮັກຕາ ຜ່ານການນໍາໃຊ້ມາເປັນເວລາຫຼາຍປີ ລະບົບຈັກສູບນໍ້າໄດ້ມີການຊຸດໂຊມເປ່ເພ່ ບາງເຄື່ອງບໍ່ສາມາດໃຊ້ງານໄດ້ ລະບົບຄອງເໝືອງອາຄານຕ່າງໆກໍເປ່ເພ ເຮັດໃຫ້ການສົ່ງນໍ້າບໍ່ສະດວກ ແລະ ບໍ່ໄດ້ຕາມແຜນການໃນແຕ່ລະປີ ສະນັ້ນ ລັດຖະບານ ກໍຄືກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະເໜີການຊ່ວຍເຫຼືອດ້ານງົບປະມານຈາກລັດຖະບານຍີ່ປຸ່ນ ໂດຍຜ່ານອົງການໄຈກາປະຈໍາລາວ ເພື່ອມາຟື້ນຟູ  ສ້ອມແປງລະບົບຊົນລະປະທານໃຫ້ສາມາດນໍາໃຊ້ໄດ້  ຮັບປະກັນການສະໜອງ ນໍ້າໃຫ້ແກ່ການຜະລິດກະສິກໍາໄດ້ຢ່າງພຽງພໍ.

     ດັ່ງນັ້ນ ວັນທີ 25 ມັງກອນ 2018 ລັດຖະບານຍີ່ປຸ່ນຈຶ່ງໄດ້ຕົກລົງໃຫ້ການຊ່ວຍເຫຼືອງົບປະມານເພື່ອຟື້ນຟູສ້ອມແປງ ຈໍານວນ 837 ລ້ານເຢນ ເຊິ່ງໄດ້ລົງມືຈັດຕັ້ງປະຕິບັດໃນເດືອນມີນາ 2018 ປະກອບມີໜ້າວຽກ ປັບປຸງເຮືອນຄຸ້ມຄອງຈັກສູບນໍ້າຂະໜາດ 4 x 5 ຈໍານວນ 2 ຫຼັງ ປັບປຸງເຮືອນບັນຊາຈັກສູບນໍ້າ ແລະ ສະຖານີຈັກສູບນໍ້າຂະໜາດ 4 x 5 ແມັດ 2 ຫຼັງ ຕິດຕັ້ງປໍ້າສູບນໍ້າ 7 ຊຸດ ຕິດຕັ້ງປະຕູເອົານໍ້າຫົວງານແກ້ງໄຄ້ 1 ຊຸດ ຟື້ນຟູທາງລະບາຍນໍ້າລົ້ນຂ້າງອ່າງ 1 ແຫ່ງ ຕິດຕັ້ງປະຕູທາງເຂົ້າອ່າງຜ່ອນກໍາລັງນໍ້າ 1 ຊຸດ ຟື້ນຟູອາຄານຍົກນໍ້າຕາມຄອງເໝືອງແມ່ 6 ອາຄານ ຕິດຕັ້ງປະຕູນໍ້າຈາກຄອງແມ່ເຂົ້າຄອງຊອຍ ແລະ ປະຕູນໍ້າເຂົ້ານາ 76 ຊຸດ ຕິດຕັ້ງປະຕູເອົານໍ້າໜອງສາມຂາ 3 ຊຸດ ຕິດຕັ້ງຕູ້ບັງຄັບໄຟຟ້າ  2 ໜ່ວຍ ໝໍ້ແປງໄຟຟ້າ 2 ໜ່ວຍ ສະໜອງຄອມພິວເຕີໂນດບຸກ 1 ເຄື່ອງ ສະໜອງເຄື່ອງ LDC 1 ເຄື່ອງ ເຄື່ອງພິມບຣາເທີ 1 ເຄື່ອງ ແລະ ສະໜອງລົດເກດ 1 ຄັນ ເຊິ່ງໄດ້ສໍາເລັດການກໍ່ສ້າງເດືອນມີນາ 2020

    ພິທີມອບ-ຮັບໂຄງການປັບປຸງຊົນລະກະເສດທົ່ງຮາບ-ທ່າງ່ອນ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອມອບໂອນການຄຸ້ມຄອງນໍາໃຊ້ລະຫວ່າງທ່ານ ບຸນຄໍາ ສີດາວົງ ຫົວໜ້າກົມຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ຈັດຂຶ້ນວັນທີ 31 ມັງກອນ 2022 ມີທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ໂອບາ ຢາຊິ-ເຄັນ ອິຈິ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ນາກາ ເຊະ ໂຕຊິໂອະ ຫົວໜ້າອົງການໄຈກາຍີ່ປຸ່ນ ປະຈໍາລາວ ພ້ອມພວກສ່ວນກ່ຽວຂ້ອງເຂົ້າຮ່ວມ..

.# ຂ່າວ & ພາບ :  ຂັນທະວີ

error: Content is protected !!