ມອບ-ຮັບວຽກງານໂຄງການ ສົ່ງເສີມອາຫານທ່ຽງໃນ 46 ໂຮງຮຽນ ຢູ່ເມືອງອຸທຸມພອນ

 : ພິທີມອບ-ຮັບວຽກງານໂຄງການສົ່ງເສີມອາຫານທ່ຽງໃນ 46 ໂຮງຮຽນ ຢູ່ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໃນໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນ ໄດ້ເຂົ້າຮຽນຊັ້ນປະຖົມສຶກສາ ໄລຍະທີ 2 ປີ 2016-2022 ຈັດຂຶ້ນໃນວັນທີ 1 ກຸມພາ 2022 ທີ່ໂຮງຮຽນປະຖົມສົມບູນບ້ານໂພນຢານາງ ເມືອງອຸທຸມພອນ ໂດຍມີ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາລາວ ທ່ານ ນາງ ມະນີ ເຢຍປາວເຮີ ຮອງກໍາມາທິການວັດທະນະທໍາສັງ-ສັງຄົມ ສະພາແຫ່ງຊາດ ທ່ານ ໂຈຊົວ ພູລ ຜູ້ຕາງໜ້າອົງການໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນຊັ້ນປະຖົມສຶກສາ (CRS) ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

   ທ່ານ ນາງ ຂັນທະລີ ສີຣິພົງພັນ ໄດ້ກ່າວໃນພິທີວ່າ: ລັດຖະບານ ສປປ ລາວ ກໍຄືຂະແໜງການສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອດ້ານການເງິນ ແລະ ດ້ານວິຊາການຈາກລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການ ອາຫານໂລກ ປະຈໍາລາວ ແລະ ອົງການບັນເທົາທຸກກາໂຕລິກ ປະຈໍາລາວ ເປັນເວລາ 20 ປີ ທີ່ໄດ້ຮັບການສະໜັບສະໜູນ ຕໍ່ວຽກງານສະໜອງອາຫານທ່ຽງ ໃນໂຮງຮຽນຊັ້ນອະນຸບານ ແລະ ປະຖົມສຶກສາ ໄດ້ບໍລິກໂພກອາຫານຈາກຮູບແບບການໃຫ້ອາຫານຫວ່າງ ມາເປັນອາຫານທ່ຽງໃນໂຮງຮຽນ ພ້ອມທັງໄດ້ສ້າງປັບປຸງລະບົບນໍ້າໃຊ້ ແລະ ສົ່ງເສີມສຸຂະອະນາໄມ ໃຫ້ການສະໜັບສະໜູນດ້ານການຜະລິດກະສິກໍາ ສວນຄົວຂອງໂຮງຮຽນ ໄດ້ສ້າງຄວາມເຂັ້ມແຂງກ່ຽວກັບການຄຸ້ມຄອງບໍລິຫານ ໃຫ້ຄະນະຮັບຜິດຊອບໂຄງການ ນັບແຕ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ນອກນັ້ນ, ກໍໄດ້ສະໜັບສະໜູນການສ້າງ ແລະ ປັບປຸງນິຕິກໍາຈໍານວນໜຶ່ງ ທີ່ເປັນພື້ນຖານຮັບໃຊ້ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ສໍາຄັນທີ່ສຸດເພື່ອເຮັດໃຫ້ລັດຖະບານ ສປປ ລາວ ກໍຄື ກະຊວງສຶກສາ ແລະ ກິລາ ສືບຕໍ່ຈັດຕັ້ງປະຕິບັດວຽກງານການສົ່ງເສີມອາຫານທ່ຽງ ໃນໂຮງຮຽນໃຫ້ມີຄວາມຍືນຍົງດ້ວຍຄວາມເປັນເຈົ້າການ ແລະ ມີສ່ວນຮ່ວມຂອງທ້ອງຖິ່ນ ແລະ ຊຸມຊົນ.

   ໂອກາດນີ້ ທ່ານ ສີອຸດອນ ທອງສຸວັນ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນຊັ້ນປະຖົມສຶກສາ ມີ 4 ອົງປະກອບຄື ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ວຽກງານນໍ້າ ແລະ ສຸຂະອະນາໄມ ວຽກງານສົ່ງເສີມການອ່ານອອກ-ຂຽນໄດ້ ແລະ ວຽກງານການສຶກສາຮຽນຮ່ວມ ເຊິ່ງເປັນອົງປະກອບທີ່ສອດຄ່ອງກັບ ແຜນພັດທະນາຂອງກະ ຊວງສຶກສາທິການ ແລະ ກິລາວາງອອກ ຜ່ານການປະຕິບັດໂຄງການເປັນເວລາ 9 ປີໂດຍພາຍໃຕ້ການຊີ້ນໍາຂອງຄະນະຊີ້ນໍາຂັ້ນສູນກາງ ຂັ້ນແຂວງ ແລະ ຂັ້ນເມືອງຢ່າງໃກ້ຊິດ ໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນ ໄດ້ເຂົ້າຮຽນຊັ້ນປະຖົມສຶກສາ ເປັນຄູ່ຮ່ວມພັດທະນາດ້ານການສຶກສາທີ່ໃຫ້ການຊ່ວຍເຫຼືອດ້ານວິຊາການ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຄູສອນ ໂດຍຜ່ານຫົວຂໍ້ການຝຶກອົບຮົມຕ່າງໆ ຕະຫຼອດໄລຍະການດໍາເນີນກິດຈະກໍາຂອງໂຄງການ ເຮັດໃຫ້ອໍານາດການປົກຄອງ, ຄະນະການພັດທະນາການສຶກສາຂັ້ນບ້ານ ຊຸມຊຸມ ມີຄວາມເຂັ້ມແຂງ, ມີແບບແຜນໃນການສະໜັບສະໜູນວຽກງານການສຶກສາໃນຊຸມຊົນ ລະຫວ່າງ ໂຮງຮຽນ ແລະ ອໍານາດການປົກຄອງ, ຊຸມຊົນມີໂອກາດເຮັດວຽກຮ່ວມກັນຫລາຍຂຶ້ນ, ເດັກນ້ອຍນັກຮຽນໄດ້ກິນເຂົ້າທ່ຽງທີ່ຖືກຫລັກໂພຊະນາການ, ຫລຸດຜ່ອນການຫິວໃນເວລາຮຽນ ແລະ ບໍ່ຈໍາເປັນກັບບ້ານ, ໄດ້ມີເວລາຮຽນໜັງສືຫລາຍຂຶ້ນ, ມີກິດຈະກໍາຫໍສະໜຸດເພີ່ມທັກສະໃນການອ່ານ, ປູກຈິດສໍານຶກໃນການຮັກການອ່ານ ແລະ ເຫັນໄດ້ຄວາມຄືບໜ້າທາງດ້ານການຮຽນ.

error: Content is protected !!