ສະຫຼຸບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ CRVS ປະຈໍາປີ 2021

    ທ້າຍອາທິດຜ່ານມານີ້ ໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ທີ່ໂຮງແຮມອະມາຣີ ເມືອງວັງວຽງ ແຂວງວຽງຈັນ ເປັນປະທານຮ່ວມຂອງທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ຜູ້ຊີ້ນໍາວຽກງານຄຸ້ມຄອງພົນລະເມືອງ ແລະ ທ່ານນາງ ວຽງສະໄໝ ສຣິທິຣາດ ເຈົ້າໜ້າທີ່ອາວຸໂສ ຮັກສາການຫົວໜ້າທະນາຄານໂລກປະຈໍາ ສປປ ລາວ ທີ່ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ມີບັນດາທ່ານຫົວໜ້າກົມ ຮອງຫົວໜ້າກົມຈາກບັນດາກົມຂອງ ກະຊວງພາຍໃນ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ເພື່ອເປັນການສະຫຼຸບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ແລະ ຜ່ານຮ່າງເນື້ອໃນຂໍ້ຄວາມໂຄສະນາສື່ສານວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ແນໃສ່ເພືື່ອເພີ່ມທະວີຄວາມຮັບຮູ້ ແລະ ຕືື່ນຕົວຂອງພົນລະເມືອງ ຕໍ່ວຽກງານຈົດທະບຽນຄອບຄົວ.

    ນາງ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງ ຫົວໜ້າໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ກະຊວງພາຍໃນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ເຊິ່ງກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຕໍ່ການສະຫຼຸບ ແລະ ທິດທາງແຜນການເຄື່ອນໄຫວດັ່ງກ່າວ ທັງນີ້ກໍເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນຂອບເຂດທົ່ວປະເທດໃນຕໍ່ໜ້າ ບັນລຸຕາມແຜນການທີ່ວາງໄວ້ຢ່າງມີປະສິດທິຜົນ ນອກຈາກນີ້ ຍັງໄດ້ຮັບຟັງການສະເໜີຮ່າງເນື້ອໃນຂໍ້ຄວາມໂຄສະນາສື່ສານວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເພື່ອໃຫ້ຮ່າງເນື້ອໃນຂໍ້ຄວາມຄົບຖ້ວນ ຮັດກຸມ ເຂົ້າໃຈງ່າຍ ຈະແຈ້ງ ແລະ ສາມາດເຮັດໃຫ້ປະຊາຊົນທຸກລະດັບມີຄວາມຮັບຮູ້ ແລະ ຕືື່ນຕົວຊົມໃຊ້ການບໍລິການຂອງການຈົດທະບຽນ ແລະ ສະຖິຕິພົນລະເມືອງ.

    ຕອນທ້າຍກອງປະຊຸມ ທ່ານ ນາງ ລີວົງ ລາວລີ ໄດ້ທິດຊີ້ນຳ ແລະ ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານເນັ້ນບາງບັນຫາເຊັ່ນ ເອົາໃຈໃສ່ເປັນເຈົ້າໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2022 ໃຫ້ມີຜົນສໍາເລັດຕາມແຜນການ ສອດຄ່ອງກັບລະບຽບການ ແລະ ທັນຕາມກຳນົດເວລາ ເພີ່ມທະວີການປະສານສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຕາມພາລະບົດບາດຂອງແຕ່ລະຂະແໜງການມີຄວາມກົມກຽວ ແລະ ເປັນເອກະພາບກັນ ມີການປະສານງານກັບທະນາຄານໂລກ (ໃນຖານະຜູ້ໃຫ້ທຶນ) ລາຍງານຂໍທິດຊີ້ນໍາຢ່າງເປັນປົກກະຕິ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນສຳເລັດຕາມຄາດ ໝາຍ.

.

.# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!