ວັນໄຊຫົງທອງ ຈໍາໜ່າຍສັດປີກ ພ້ອມອຸປະກອນການລ້ຽງຄົບວົງຈອນ

    ທ່ານ ນາງ ແສງຈັນ ວົງສາ ເຈົ້າຂອງຟາມວັນໄຊຫົງທອງ ບ້ານ ອຸດົມຜົນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 28 ມັງກອນ 2022 ວ່າ: ນັບແຕ່ປີ 2014 ເປັນຕົ້ນມາ ຕົນໄດ້ລິເລີ່ມຈໍາໜ່າຍເປັດນ້ອຍ ແລະ ໄກ່ນ້ອຍໃຫ້ແກ່ຊາວກະສິກອນທີ່ມັກຮັກໃນການລ້ຽງສັດເປັນອາຊີບເສີມ ຫຼື ເປັນອາຊີບຖາວອນ ເພື່ອເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວ ເຊິ່ງຟາມຕົນມີເນື້ອທີ່ທັງໝົດ 2 ໄລ່ ໃນນີ້ ໄດ້ມີການຈັດແບ່ງເປັນແຕ່ລະຂົງເຂດ ເພື່ອໃຫ້ມີຄວາມສະດວກໃນການເບິ່ງແຍງເປັດນ້ອຍ ແລະ ໄກ່ນ້ອຍໃຫ້ມີຄວາມແຂງແຮງ ຮັບປະກັນບໍ່ໃຫ້ມີການຕາຍເກີດຂຶ້ນໃນເວລາທີ່ລູກຄ້ານໍາໄປລ້ຽງ ພ້ອມນັ້ນ ພາຍໃນຟາມມີຕູ້ຟັກໄຂ່ຈໍານວນ 1 ຕູ້ ສາມາດຟັກໄຂ່ໄດ້ 16.000 ໜ່ວຍຕໍ່ຄັ້ງ ເຊິ່ງຜ່ານການຈໍາໜ່າຍມາ ເຫັນວ່າຄວາມຕ້ອງການຂອງລູກຄ້າ ກໍຄືສັງຄົມມີຈໍານວນເພີ່ມຂຶ້ນໃນແຕ່ລະວັນ.

    ມາຮອດປັດຈຸບັນ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມໃຫ້ພຽງພໍ ຟາມຕົນຈຶ່ງໄດ້ນໍາເປັດນ້ອຍ ໄກ່ນ້ອຍ ໄກ່ງວງ ນົກກະຈອດເທດ ຫ່ານ ໄກ່ພັນໄຂ່ ເປັດໃຫ້ໄຂ່ ແລະ ສັດປີກອື່ນໆຫຼາຍສາຍພັນຈາກ ສສ ຫວຽດນາມເຂົ້າມາຈໍາໜ່າຍ ເຊິ່ງນໍາເຂົ້າມາຫຼາຍພັນໂຕຕໍ່ເດືອນ  ໃນນີ້  ເປັດນ້ອຍ ແລະ ໄກ່ນ້ອຍ  ມີລາຄາຈໍາໜ່າຍແຕ່ 15.000-30.000 ກີບຕໍ່ຄູ່ ໄກ່ງວງຈໍາໜ່າຍໂຕ 35.000 ກີບ ນົກກະຈອກເທດຈໍາໜ່າຍ 1.500.000-3.000.000 ກີບຕໍ່ໂຕ ໄກ່ພັນໄຂ່ຈໍາໜ່າຍ 60-70 ພັນກີບຕໍ່ໂຕ ແລະ ເປັດພັນໄຂ່ຈໍາໜ່າຍ 40.000 ກີບຕໍ່ໂຕ ນອກນີ້ຍັງໄດ້ຈໍາໜ່າຍຫົວອາຫານເປົາໜຶ່ງ 135.000-205.000 ກີບຕໍ່ເປົາ ພ້ອມນັ້ນ ຍັງຈໍາໜ່າຍອຸປະກອນສໍາລັບການລ້ຽງສັດແບບຄົບວົງຈອນ ພ້ອມອອກແບບ ແລະ ຕິດຕັ້ງໃຫ້ໃນລາຄາທີ່ເໝາະສົມ ນອກນີ້ຍັງຈໍາໜ່າຍຢາປົວພະຍາດພ້ອມທັງໃຫ້ຄໍາປຶກສາດ້ານວິຊາການລ້ຽງຕື່ມອີກ.

. # ຂ່າວ – ພາບ :  ຂັນທະວີ

error: Content is protected !!