ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ

    ວັນທີ 28 ມັງກອນ 2022 ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ໂດຍການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະເຂົ້າຮ່ວມ.

    ການລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງຄັ້ງນີ້  ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ສະຫຼຸບຕີລາຄາວຽກງານຈັດຕັ້ງ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງທົ່ວແຂວງ ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີຕໍ່ໜ້າ ໂດຍໄດ້ຮັບຟັງການລາຍງານໂດຍຫໍ້ຍກ່ຽວກັບການນຳພາຊີ້ນຳ ແລະຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມິຕິ X ຂອງອົງຄະນະພັກແຂວງ ແລະ ການດຳເນີນກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ຂອງແຂວງເຊກອງ ຈາກທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ເຊິ່ງຜົນສຳເລັດໃນການນຳພາຊີ້ນຳໃນປີ 2021 ໂດຍລວມແລ້ວເສດຖະກິດຂອງແຂວງຍັງສືບຕໍ່ຂະຫຍາຍຕົວຕາມທ່າອ່ຽງຂອງເສດຖະກິດແຫ່ງຊາດ ໂດຍສະເພາະຂົງເຂດອຸດສາຫະກໍາ-ພະລັງງານໄຟຟ້າ ບໍ່ແຮ່ ຂົງເຂດກະສິກຳ-ປ່າໄມ້ ລວມຍອດຜະລິດຕະພັນພາຍໃນໝົດປີບັນລຸໄດ້ 3,3% ການຈັດເກັບລາຍຮັບເຂົ້າງົບປະມານລວມ ປະຕິບັດໄດ້ 104,5 ຕື້ກີບ ເທົ່າກັບ 128,5% ພູດທ້ອງຖິ່ນປະຕິບັດໄດ້ 99,23 ຕື້ກີບ ເທົ່າກັບ 130,32% ຂອງແຜນ ການປີ ລື່ນແຜນ 30,32% ຄະນະພັກ-ອົງການປົກຄອງແຂວງ ແລະ ຂະແໜງການກ່ຽວຂ້ອງ ໄດ້ນຳພາປະຊາຊົນຈັດຕັ້ງປະຕິບັດໂຄງການແກ້ໄຂຄວາມທຸກຍາກ ຄາດຄະເນຄອບຄົວທຸກຍາກຫຼຸດລົງໃນປີ 2021 ຈຳນວນ 548 ຄອບຄົວ ເທົ່າກັບ 85% ຂອງແຜນການປີ ກ່ຽວກັບການຈັດຕັ້ງເຊື່ອມຊື່ມ ແລະ ຜັນຂະ ຫຍາຍມະຕິ XI ຂອງພັກ ແລະ ມິຕິ X ຂອງອົງຄະນະພັກແຂວງ ແມ່ນສຳເລັດນັບແຕ່ຂັ້ນແຂວງຈົນຮອດຮາກຖານ ປັດຈຸບັນ ພວມຢູ່ໃນຂະບວນການຫັນມະຕິດັ່ງກ່າວ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງບັນດາພະແນກການ ບັນດາເມືອງ ເພື່ອແນ່ໃສ່ ສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິງ ຮອບດ້ານ ເຂົ້າໃນການແກ້ໄຂບັນຫາຕົວຈິງຢູ່ຮາກຖານຢ່າງມີປະສິດທິພາບ ປະສິດທິຜົນ ປະຊາຊົນໄດ້ຮັບສິດຜົນ ປະໂຫຍດທີ່ແທ້ຈິງ..

.

.# ຂ່າວ & ພາບ :  ຊິລິການດາ

error: Content is protected !!