ເກີດເຫດໄຟໄໝ້ສະໜາມບຳບັດຂີ້ເຫຍື້ອ ຫຼັກ 32

    ທ່ານ ດາວວອນ ສັກດາພອນ ທີ່ປຶກສາສະໜາມບຳບັດຂີ້ເຫຍື້ອ ຫຼັກ 32 ໄດ້ກ່າວໃຫ້ຮູ້ວ່າ: ເວລາປະມານ12 ໂມງ 20 ນາທີ ຂອງວັນທີ 29 ມັງກອນ 2022 ຜ່ານມາ ພະນັກງານທີ່ຢູ່ປະຈຳການ ໄດ້ເຫັນຄວັນໄຟໄໝ້ ຢູ່ຂຸມຂີ້ເຫຍື້ອໝາຍເລກ 1 ໃນເບື້ອງຕົ້ນ ທາງທີມງານໄດ້ເອົາລົດນໍ້າເຂົ້າໄປມອດເພື່ອດັບເພີງໄຟ ແຕ່ເນື່ອງຈາກວ່າຈຸດເກີດເຫດແມ່ນຢູ່ໃຈກາງຂອງຂຸມຂີ້ເຫຍື້ອ (ຂະໜາດເນື້ອທີ່ 200×200) ເຮັດໃຫ້ລົດສີດນໍ້າເຂົ້າໄປບໍ່ເຖິງ ບວກກັບສະພາບອາກາດມີລົມພັດແຮງ ເຮັດໃຫ້ພະນັກງານບໍ່ສາມາດມອດດັບໄຟໃນຈຸດດັ່ງກ່າວໄດ້ ຫຼັງຈາກນັ້ນ ພວກເຮົາຈຶ່ງໄດ້ລາຍງານໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນຊາບ ທັງໄດ້ປະສານດ່ວນໄປຫາກອງມອດໄຟ ນວ ແລະ ເມືອງໄຊທານີ ເພື່ອຂໍທິມລົດມອດໄຟເຂົ້າມາມອດໄຟຢູ່ສະໜາມ ພ້ອມກັນນັ້ນ ກໍໄດ້ກະກຽມລົດຂອງຫ້ອງການ ຄບຕ ຈົນຮອດເວລາ 14.00 ໂມງ  ຈຶ່ງມີລົດມອດໄຟມາຮອດສະໜາມຂີ້ເຫຍື້ອ 1 ຄັນ ໃນເບື້ອງຕົ້ນມີພາຫະນະເຂົ້າມາຊ່ວຍມອດໄຟຄື ລົ ດສະໜາມຂີ້ເຫຍື້ອ 1 ຄັນ ລົດຫ້ອງການ ຄບຕ 4 ຄັນ ລົດກົມມອດໄຟ 4 ຄັນ ລົດກອງມອດໄຟເມືອງໄຊທານີ 1 ຄັນ.

    ມາຮອດວັນທີ 30 ມັງກອນ 2022 ໄດ້ມີກົນຈັກພາຫະນະເຂົ້າມາສະໜາມ ເພື່ອແກ້ໄຂ ແລະ ສະກັດກັ້ນໄຟໄໝ້ ໃນນີ້ ມີລົດດຸດ 1 ຄັນ ລົດຈົກ 4 ຄັນ ລົດດ້າມ 12ຄັ ນ ລົດສີດນໍ້າ 5 ຄັນ ລົດດັບເພີງ 3 ຄັນ ລົດຈຶ້ງສີດນໍ້າ 2 ຄັນ ຜ່ານການສັງເກດ ເນື້ອທີ່ຖືກໄຟໄໝ້ລຸກລາມກວມເອົາ 70% ຂອງຂຸມຂີ້ເຫຍື້ອທັງໝົດ 48,2ເຮັກຕາ ໃນນັ້ນ ມີເນື້ອທີ່ຖືກເພີງໄໝ້ 33,74 ເຮັກຕາ ສ່ວນສາເຫດຂອງໄຟໄໝ້ຄັ້ງນີ້ ຍັງຢູ່ໃນຂັ້ນຕອນກວດສອບ.​

    ປັດຈຸບັນສາມາດຄວບຄຸມເພິງໄດ້ແລ້ວ ເຫຼືອພຽງຄວັນໄຟດຳໝອກໜາປົກຫຸ້ມໃນບໍລິເວນທີ່ເກີດເຫດ ແລະ ໃກ້ຄຽງຢູ່ ກວມຫຼາຍກິໂລແມັດມົນທົນ ເຊິ່ງສົ່ງຜົນກະທົບເປັນວົງກວ້າງຕໍ່ສະພາບອາກາດ ແລະ ສິ່ງແວດລ້ອມ ດ້ວຍທາງທີມງານພວມເລັ່ງແກ້ໄຂ ເພື່ອໃຫ້ສຳເລັດໄປໂດຍໄວ.

.

.# ຂ່າວ & ພາບ : ອຸເປຂາ

error: Content is protected !!