ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 456 ຄົນ ແລະ ເສຍຊີວິດໃໝ່ 2 ຄົນ

    ທ່ານ ຣັດຕະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວປະຈຳວັນທີ 2 ກຸມພາ 2022 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ  ວັນທີ 1 ກຸມພາ 2022 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3279 ຕົວຢ່າງ ກວດພົບເຊື້ອທັງໝົດ 463 ຄົນ (ຕິດເຊື້ອພາຍໃນ 456 ຄົນ ແລະ ນໍາເຂົ້າ 7 ຄົນ).

    ບັນດາແຂວງທີ່ມີຜູ້ຕິດເຊື້ອຄື

  1. ນະຄອນຫຼວງວຽງຈັນ (ນວ) 102 ຄົນ
  2. ຊຽງຂວາງ 77 ຄົນ
  3. ຫົວພັນ 42 ຄົນ
  4. ໄຊຍະບູລີ 32 ຄົນ
  5. ບໍລິຄຳໄຊ 28 ຄົນ
  6. ສາລະວັນ 27 ຄົນ
  7. ສະຫວັນນະເຂດ 19 ຄົນ
  8. ເຊກອງ 18 ຄົນ
  9. ອຸດົມໄຊ 17 ຄົນ
  10. ຜົ້ງສາລີ 16 ຄົນ
  11. ວຽງຈັນ 16 ຄົນ
  12. ອັດຕະປື 13 ຄົນ
  13. ບໍ່ແກ້ວ 12 ຄົນ
  14. ຄຳມ່ວນ 11 ຄົນ
  15. ຫຼວງພະບາງ 10 ຄົນ
  16. ໄຊສົມບູນ 10 ຄົນ
  17. ຈຳປາສັກ 5 ຄົນ
  18. ຫຼວງນໍ້າທາ 1 ຄົນ

    ສ່ວນການຕິດເຊື້ອນໍາເຂົ້າມີ 7 ຄົນ ຈາກຄຳມ່ວນ 3 ຄົນ ສະຫວັນນະເຂດ 4 ຄົນ ທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ປັດຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 134.901 ກໍລະນີ ອອກໂຮງໝໍ 697 ຄົນ ກຳລັງປິ່ນປົວ 5.235 ຄົນ ເສຍຊີວິດສະສົມທັງໝົດ 553 ຄົນ ເສຍຊິວິດໃໝ່ 2 ຄົນຄື ຈາກຊຽງຂວາງ 1 ແລະ ອຸດົມໄຊ 1 ຄົນ.

    ປັດຈຸບັນ ປະຊາຊົນສ່ວນຫຼາຍແມ່ນການຊື້ ATK ມາກວດເອງ ແລະ ເມື່ອພົບເຊື້ອກໍພະຍາຍາມປິ່ນປົວຕົນເອງ ລວມທັງຄົນໃນຄອບຄົວ ການກະທໍາແບບນີ້ແມ່ນມີຄວາມສ່ຽງເພາະບໍ່ສາມາດປະເມີນອາການຂອງຕົນເອງໄດ້ດີຄືແພດໝໍ ດັ່ງນັ້ນມັນບໍເປັນສິ່ງທີ່ເຮົາຈະຕ້ອງໄດ້ປິດບັງຂໍ້ມູນການຕິດເຊື້ອຂອງຕົນເອງ ຫຼື ຄົນໃນຄອບຄົວຍ້ອນຢ້ານສັງຄົມລັງກຽດ ຫຼື ຢ້ານຈະຖືກນໍາສົ່ງໄປໂຮງໝໍພາກສະໜາມ ການປຶກສາແພດໂດຍຜ່ານສາຍດ່ວນ 164 ແມ່ນເພື່ອໃຫ້ແພດໝໍ ສາມາດປະເມີນ ຫຼື ໃຫ້ຂໍ້ແນະນໍາວ່າເຂົ້າເງື່ອນໄຂສາມາດປິ່ນປົວຢູ່ເຮືອນໄດ້ບໍ ຫຼື ຈະຕ້ອງໄດ້ຕິດຕາມຖ້າມີອາການທີ່ບົງບອກເຖິງຄວາມຮຸນແຮງຂອງພະຍາດແມ່ນໜ່ວຍເເພດເຮົາສາມາດເຂົ້າມາຊ່ວຍເພື່ອນໍາໄປສົ່ງປິ່ນປົວໃນໂຮງໝໍໄດ້ຢ່າງທັນເວລາ ແລະ ຫຼຸດຜ່ອນການເສຍຊິວິດທີ່ສາມາດຫຼີກລ້ຽງໄດ້.

..# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!