ໂພນສະຫວາດໃຕ້ ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຮັບປະກັນໃຫ້ປະຊາຊົນພາຍໃນບ້ານປອດເຊື້ອໂຄວິດ-19
ບ້ານໂພນສະຫວາດໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນບ້ານໜຶ່ງທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ເນື່ອງຈາກວ່າບໍລິເວນບ້ານອ້ອມຂ້າງຂອງບ້ານດັ່ງກ່າວ ໄດ້ມີຜູ້ຕິດເຊື້ອໂຄວິດ-19 ດັ່ງນັ້ນ ເພື່ອເປັນການປ້ອງກັນບໍ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານຕິດເຊື້ອພະຍາດດັ່ງກ່າວ ອໍານາດການປົກຄອງບ້ານໄດ້ເພີ່ມທະວີມາດຕະການປ້ອງກັນ ໂດຍປະຕິບັດຄໍາສັ່ງ ແລະ ແຈ້ງການຕ່າງໆຂອງຂັ້ນເທີງວາງອອກຢ່າງເຂັ້ມງວດ. ທ່ານ ນາງ ມະນີວອນ ວົງສຸລິ…
ແກ້ວທະວີຄູນ ຍ້າຍສະຖານທີ່ຈໍາໜ່າຍພືດຜັກ ພ້ອມປະຕິບັດມາດຕະການປ້ອງກັນໂຄວິດ-19
ທ່ານ ແກ້ວລໍາພອນ ແສງສຸລິເດດ ປະທານບໍລິສັດແກ້ວທະວີຄູນເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈໍາກັດ ໃຫ້ສໍາພາດວັນທີ 3 ພຶດສະພາ 2021 ວ່າ: ເມື່ອກ່ອນທາງບໍລິສັດພວກເຮົາ ພ້ອມດ້ວຍຊາວສວນກະສິກຳອິນຊີຢູ່ເຂດນະຄອນຫຼວງວຽງຈັນ ໄດ້ໄປຂາຍຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໃນມື້ວັນພຸດ…
ໄຊທານີ ຈັດຕັ້ງຈຸດກວດກາຄົນເຂົ້າ-ອອກລະຫວ່າງບ້ານຕໍ່ບ້ານເກືອບ 150 ຈຸດ
ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທັງເປັນຫົວໜ້າຄະນະສະເພາະກິດ ປ້ອງກັນ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ໃຫ້ສຳພາດວັນທີ 3 ພຶດສະພາ 2021 ວ່າ: ພາຍຫຼັງໄດ້ຮັບຂໍ້ຕົກລົງ ຄຳສັ່ງ ຄຳແນະນຳຕ່າງໆກ່ຽວກັບການເພີ່ມທະວີມາດຕະການສະກັດກັ້ນ…
ມອບ-ຮັບຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນຜູ້ໃໝ່
ພິທີມອບ-ຮັບໜ້າທີ່ ຫົວໜ້າພະແນກພາຍໃນ ນະຄອນຫຼວງວຽງຈັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 4 ພຶດສະພາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ມີທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກກ່ຽວຂ້ອງ…
ສສ ຫວຽດນາມ ມອບອຸປະກອນການແພດເພື່ອຕ້ານການລະບາດຂອງພະຍາດໂຄວິດ-19
ວັນທີ 4 ພຶດສະພາ 2021 ທີ່ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບ ການຊ່ວຍເຫຼືອຈາກພັກ-ລັດ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19…
ການປ້ອງກັນພະຍາດໂຄວິດ-19 ກໍສໍາຄັນ ການມີເລືອດຊ່ວຍຄົນເຈັບທີ່ຕ້ອງການກໍຈໍາເປັນ
ໃນສະພາບການໃນປັດຈຸບັນ ການເຄື່ອນໄຫວຮັບບໍລິຈາກເລືອດແມ່ນພົບອຸປະສັກ ບໍ່ສາມາດເຄື່ອນ ໄຫວຮັບບໍລິຈາກເລືອດນອກສະຖານທີ່ຄືເມື່ອກ່ອນ ຈຶ່ງເຮັດໃຫ້ການສະໜອງເລືອດພາຍໃນສູນຂາດເຂີນ ບໍ່ສາມາດຕອບສະໜອງຕາມຄວາມຕ້ອງການໃຫ້ກັບຄົນເຈັບຜູ້ຕ້ອງການໃຊ້ເລືອດໃນຍາມວິກິດຄືດັ່ງກ່າວ ແລະ ບັນດາທ່ານຜູ້ໃຈບຸນ ຢາກເຂົ້າມາບໍລິຈາກເລືອດພາຍໃນສູນ ກໍຍັງມີຄວາມລັງເລ ບໍ່ທັນກ້າເຂົ້າມາບໍລິຈາກເລືອດຢູ່ສູນເລືອດ ອັນເນື່ອງມາຈາກຫຼາຍສາເຫດ ໂດຍສະເພາະ ມາດຕະການໃນການສະກັດກັ້ນ ປ້ອງກັນພະຍາດໂຄວິດ-19 ຢູ່ສູນເລືອດແຫ່ງຊາດ.…
ກວດກາຄວາມພ້ອມຂະຫຍາຍສູນຈໍາກັດບໍລິເວນກຸ່ມສ່ຽງຕິດເຊື້ອໂຄວິດ-19
ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດໂຄວິດ-19 ໄດ້ລົງກວດກາສະຖານທີ່ໂຮງຮຽນ ມສ ດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເມື່ອວັນທີ 3 ພຶດສະພາ 2021. ການລົງກວດກາສະຖານທີ່ດັ່ງກ່າວ ເພື່ອກະກຽມຄວາມພ້ອມຮອບດ້ານ…
ສອງພາກສ່ວນ ປະກອບສ່ວນຊ່ວຍເຫຼືອຕ້ານໂຄວິດ-19
ວັນທີ 3 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ອົງການພຸດທະສາສະໜາສໍາພັນລາວ ນະຄອນຫຼວງວຽງຈັນ ມອບເງິນສະໜັບສະໜູນວຽກງານສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈໍານວນ 50 ລ້ານກີບ ໃຫ້ນະຄອນຫຼວງວຽງຈັນ ແລະ…
ປຶກສາຫາລືກັບບັນດາຄູ່ຮ່ວມພັດທະນາ ກ່ຽວກັບແຜນງານແຫ່ງຊາດຄັ້ງທີ 7
ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດຕັ້ງກອງປະຊຸມອອນລາຍກັບບັນດາຄູ່ຮ່ວມພັດທະນາ ເພື່ອສະຫຼຸບເອກະສານແຜນງານແຫ່ງຊາດ (CPD) ຄັ້ງທີ 7 ແຕ່ປີ 2022-2026 ຂຶ້ນໃນວັນທີ 30…