ວັນທີ 28 ພຶດສະພາ 2021 ທີ່ໂຮງໝໍສູນກາງ 103 ກອງທັບ ສະຫາຍ ພັນໂທ ນາງ ປາ ວົງສະແຫວງ ຫົວໜ້າພະແນກສະຫະພັນແມ່ຍິງກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍສະຫະພັນແມ່ຍິງກົມໃຫຍ່ເສນາ ແລະ ສະຫະພັນແມ່ຍິງຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ນໍາເອົາເຄື່ອງບໍລິໂພກ ລວມມູນຄ່າ 2 ລ້ານກີບ ມອບໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ ຕາງໜ້າກ່າວຮັບໂດຍສະຫາຍ ພັນເອກ ສຸລິພັນ ເພັດຈັນທະລາ ຫົວໜ້າການທະຫານ ໂຮງໝໍສູນກາງກອງທັບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນໂທ ນາງ ປາ ວົງສະແຫວງ ກ່າວວ່າ: ເພື່ອເປັນການປະກອບສ່ວນຊຸກຍູ້ກໍາລັງໃຈແພດໝໍທີ່ພວມປະຕິບັດໜ້າທີ່ຢ່າງລະອິດລະອ້ຽວໃນການປິ່ນປົວຄົນເຈັບັັ້ັ້ັ້ັ້ັທີ່ຕິດເຊື້ອພະຍາດໂຄວິດ-19 ນອກນີ້ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນລາວທຸກທົ່ວໜ້າ ຈົ່ງພ້ອມກັນປະຕິບັດມາດຕະການທີ່ຂັ້ນເທິງວາງອອກ ດ້ວຍການໃສ່ຜ້າອັດປາກ ຮັກສາໄລຍະຫ່າງທາງສັງຄົມ ແລະ ໝັ່ນລ້າງມືດ້ວຍເຈວເຫຼົ້າເປັນປະຈໍາ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.


ໂອກາດດຽວກັນ ສະຫາຍ ພັນເອກ ສຸລິພັນ ໄດ້ກ່າວສະແດງຄວາມຂອບໃຈນໍາຄະນະສະຫະພັນແມ່ຍິງທັງສາມພາກສ່ວນ ທີ່ໄດ້ປະກອບສ່ວນທັງວັດຖຸ ແລະ ກໍາລັງແຮງໃຈໃຫ້ພະນັກງານແພດໝໍພາຍໃນໂຮງໝໍສູນກາງ 103 ກອງທັບ ແລະ ຈະສືບຕໍ່ປະຕິບັດໜ້າທີ່ເປັນນັກຮົບຊຸດຂາວໃນການຕໍ່ສູ້ກັບພະຍາດໂຄວິດ-19 ພ້ອມກັນຜ່ານຜ່າວິກິດການໃນຄັ້ງນີ້ໄປພ້ອມກັນ.
# ຂ່າວ & ພາບ : ບຸນມີ