ວັນທີ 28 ພຶດສະພາ 2021 ຄະນະອິ່ມບຸນເມດຕາທຳ ຮ່ວມກັບຄະນະສະເພາະກິດໂຄວິດ-19 ນະຄອນຫຼວງວຽງຈັນ ໄດ້ນໍາຊຸດເຄື່ອງບໍລິໂພກບັນເທົາທຸກ ມອບໃຫ້ພໍ່ແມ່ປະຊາຊົນ 4 ບ້ານຂອງເມືອງໄຊເສດຖາ ແລະ ເມືອງສີສັດຕະນາກ ທີ່ມີຄວາມຫຍຸ້ງຍາກ ແລະ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍການນໍາພາຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດໂຄວິດ-19 ນະຄອນຫຼວງວຽງຈັນ ມີອໍານາດການປົກຄອງບ້ານເຂົ້າຮ່ວມ.


ເຄື່ອງບໍລິໂພກບັນເທົາທຸກມອບຄັ້ງນີ້ ລວມມີທັງໝົດ 204 ຊຸດ ມູນຄ່າ 10 ລ້ານກີບ ເຊິ່ງແຕ່ລະຊຸດປະກອບມີ ປາກະປ໋ອງ ໄຂ່ໄກ່ ໝີ່ໄວໆ ແລະ ເຂົ້າສານ ໃນນີ້ ໄດ້ມອບໃຫ້ບ້ານສະພານທອງໃຕ້ ແລະ ບ້ານທົ່ງກາງ ເມືອງສີສັດຕະນາກ ບ້ານລະ 55 ຊຸດ ລວມເປັນ 110 ຊຸດ ແລະ ເມືອງໄຊເສດຖາ ປະກອບມີບ້ານໂພນສະອາດ 20 ຊຸດ ແລະ ບ້ານຈອມມະນີ 74 ຊຸດ ພິເສດ ບ້ານຈອມມະນີ ຄະນະສະເພາະກິດໂຄວິດ-19 ເມືອງໄຊເສດຖາ ໄດ້ມອບຜ້າອັດປາກ-ອັດດັງ ເຈວລ້າງມືຂ້າເຊື້ອ ແລະ ເງິນສົດ 4 ລ້ານກີບ ໂດຍການມອບຂອງທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ເພື່ອຊຸກຍູ້ວຽກງານຕ້ານການແຜ່ລະບາດພະຍາດໂຄວິດ-19 ເນື່ອງຈາກວ່າບ້ານດັ່ງກ່າວມີຜູ້ຕິດເຊື້ອພະຍາດໂຄວິດ-19 ແລະ ບ້ານດັ່ງກ່າວໄດ້ຕິດຕາມຜູ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຕື່ມອີກ.





. # ຂ່າວ & ພາບ : ຂັນທະວີ