ຄະນະສະເພາະກິດຂັ້ນສູນກາງ ແລະ ນະຄອນຫຼວງ ຫາລືການແກ້ໄຂບັນຫາໂຄວິດ-19

     ວັນທີ 27 ພຶດສະພາ 2021 ທີ່ ຫ້ອງວ່າການນະຄອນຫຼວງວຽງຈັນ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະ ບາດ ຂອງພະຍາດໂຄວິດ-19 ຂັ້ນ ສູນກາງ ແລະ ນະຄອນຫຼວງວຽງ ຈັນ ໄດ້ຈັດກອງປະຊຸມຫາລື ກ່ຽວ ກັບການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນການປ້ອງກັນ ຄວບ ຄຸມ ສະກັດກັ້ນ ແລະ ແກ້ໄຂ ການ ແຜ່ລະບາດ ຂອງພະຍາດໂຄວິດ -19 ຢູ່ນະຄອນຫຼວງວຽງຈັນ ໃນ ໄລຍະວັນທີ 21 ພຶດສະພາ ຫາວັນ ທີ 4 ມິຖຸນາ 2021 ໂດຍການເປັນ ປະທານ ຂອງທ່ານ ກິແກ້ວ ໄຂຄຳພິ ທູນ ຮອງນາຍົກລັດຖະມົນຕີ ຫົວ ໜ້າຄະນະສະເພາະກິດ ມີບັນດາ ທ່ານ ໃນຄະນະສະເພາະກິດ ຂັ້ນ ສູນກາງ ແລະ ນະຄອນຫຼວງວຽງ ຈັນ ເຂົ້າຮ່ວມ.

        ກອງປະຊຸມ ໄດ້ຮັບຟັງການ ລາຍງານ ສະພາບການຈັດຕັ້ງປະ ຕິບັດມາດການປ້ອງກັນ ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ໂດຍສະເພາະ 7 ວັນ ພາຍຫຼັງມີມາດຕະການ ເພີ່ມ ເຕີມ ແລະ ຜ່ອນຜັນ ຕາມແຈ້ງ ການຂອງຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະ ພາ 2021 ຈາກກອງເລຂາຄະນະ ສະເພາະກິດຂັ້ນສູນກາງ ແລະ ຄະນະສະເພາະກິດນະຄອນຫຼວງ ວຽງຈັນ ໂດຍສະເພາະ ອັນທີ່ເຮັດ ໄດ້ດີ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ສະເໜີບາງມາດຕະການ ເພື່ອປັບ ປຸງແກ້ໄຂ ແລະ ເພີ່ມຄວາມເຂັ້ມ ງວດໃນການຈັດຕັ້ງປະຕິບັດຂຶ້ນ ຕື່ມ ເພື່ອໃຫ້ໄດ້ຮັບຜົນດີ.

     ພາຍຫຼັງຮັບຟັງການລາຍງານ 

ແລະ ປຶກສາຫາລື, ທ່ານປະທານ ກອງປະຊຸມ ໄດ້ຊີ້ນຳໃຫ້ຄະນະສະ ເພາະກິດຂັ້ນສູນກາງ ແລະ ນະ ຄອນຫຼວງວຽງຈັນ ສືບຕໍ່ປະຕິບັດ ມາດຕະການທີ່ກຳນົດໃນແຈ້ງການ 528/ຫສນຍ, ລົງວັນທີ 20 ພຶດສະ ພາ 2021 ຢ່າງເຂັ້ມງວດ ແລະ ເດັດຂາດ ຂຶ້ນຕື່ມ.    

       ສຳລັບມາດຕະການຜ່ອນຜັນ ໃຫ້ປະຕິບັດບົນພື້ນຖານຫຼັກການ ຮັບປະກັນການປ້ອງກັນການຕິດ ເຊື້ອ ແລະ ແຜ່ເຊື້ອພະຍາດຢ່າງ ເຂັ້ມງວດ; ລະດົມພາກສ່ວນຕ່າງໆ ເປັນຕົ້ນ ອົງການປົກຄອງ ທະຫານ, 

ຕຳຫຼວດ ເພື່ອຕິດຕາມ ກວດກາ ການເຂົ້າ-ອອກ, ໂຄສະນາ ເຜີຍແຜ່ ຄວາມອັນຕະລາຍ ຂອງພະຍາດ ໂຄວິດ-19 ແລະ ການປ້ອງກັນຕິດ ເຊື້ອ ແລະ ແຜ່ເຊື້ອ ມີມາດຕະການ ເດັດຂາດ ຕໍ່ຜູ້ລະເມີດມາດຕະການ ທີ່ວາງອອກ; ປຸກລະດົມປະຊາຊົນ ເຂົ້າຮ່ວມ ຂະບວນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການແຜ່ ລະບາດ ຂອງພະຍາດ; ໃຫ້ການ ຈັດຕັ້ງບ້ານ ເປັນເຈົ້າການ ຕິດຕາມ ການເຄື່ອນໄຫວຂອງບຸກຄົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍ ສະເພາະບ້ານເຂດແດງ ແລະ ເຂດ ເຫຼືອງ. 

      ພ້ອມນີ້ ໃຫ້ຂະແໜງສາທາລະ ນະສຸກ  ສືບຕໍ່ເອົາໃຈໃສ່ປະຕິບັດ ມາດຕະການທາງການແພດ ໃຫ້ດີ ທີ່ສຸດ ເປັນຕົ້ນ ການເຝົ້າລະວັງ, ການກວດຫາເຊື້ອ, ການປ້ອງກັນ, ການສັກວັກຊີນ, ການປິ່ນປົວຜູ້ຕິດ ເຊື້ອ ແລະ ອື່ນໆ ພ້ອມທັງ ສົມທົບ ອົງການປົກຄອງນະຄອນຫຼວງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໃນການ ຕິດຕາມເອົາຜູ້ສຳຜັດໃກ້ຊິດຜູ້ຕິດ ເຊື້ອ ແລະ ກຸ່ມສ່ຽງມາກວດຫາ ເຊື້ອ ແລະ ຈຳກັດບໍລິເວນໃຫ້ຄົບ 14 ວັນຕາມລະບຽບການ; ໃຫ້ກະ ຊວງສາທາລະນະສຸກ, ກະຊວງ ປ້ອງກັນປະເທດ, ກະຊວງປ້ອງ ກັນຄວາມສະຫງົບ ສົມທົບກັບ ກະຊວງການເງິນ ຄົ້ນຄວ້າ ປະຕິ ບັດນະໂຍບາຍຕ່າງໆ ຕໍ່ພະນັກງານ ແພດ-ໝໍ, ເຈົ້າໜ້າທີ່ທະຫານ, ຕຳ ຫຼວດ ຕາມລະບຽບການ ແລະ ໃຫ້ທັນການ. ແຕ່ນີ້ ຮອດວັນທີ 04 ມິຖຸນາ 2021 ທຸກພາກສ່ວນທີ່ ກ່ຽວຂ້ອງ ຕ້ອງສູ້ຊົນເຮັດໜ້າທີ່ໃຫ້ ດີທີ່ສຸດ ໂດຍນຳໃຊ້ທຸກທ່າແຮງ ທີ່ມີ, ສິ່ງສຳຄັນ ການຊີ້ນຳການປ້ອງ ກັນ ແລະ ແກ້ໄຂບັນຫາການແຜ່ລະ ບາດຂອງເຊື້ອພະຍາດນີ້ ໃຫ້ຄືກັນ ກັບບັນຊາການຕໍ່ສູ້ໃນສະໜາມຮົບ.

error: Content is protected !!