ລັດຖະມົນຕີ ກະຊວງກະສິ ກຳ ແລະ ສິ່ງແວດລ້ອມ ເຂົ້າ ຮ່ວມກອງປະຊຸມ AMAF ຄັ້ງທີ 48

ວັນທີ 28-31 ຕຸລາ 2026 ທ່ານ ປອ. ລິນຄໍາ ດວງສະ ຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມ ກອງປະ ຊຸມລັດຖະມົນຕີກະສິກຳ ແລະ ປ່າໄມ້ ອາຊຽນ ຄັ້ງທີ 48 (48th AMAF) ກອງປະຊຸມລັດຖະມົນຕີກະສິກຳ ແລະ ປ່າໄມ້ ອາຊຽນ ບວກ 3 (ສປ ຈີນ ຍີ່ປຸ່ນ ແລະ ສ ເກົາຫຼີ) ຄັ້ງທີ 26 (26th AMAF Plus Three) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ປະເທດ ສິງກະໂປ ການເຂົ້າ ຮ່ວມໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຊຸກຍູ້ ວິໄສທັດລວມຂອງພາກພື້ນ ເພື່ອຫັນປ່ຽນລະບົບກະສິກຳ-ອາຫານ ໃຫ້ມີຄວາມທົນທານ, ຍືນຍົງ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

ກອງປະຊຸມລັດຖະມົນຕີກະສິກຳ ແລະ ປ່າໄມ້ ອາຊຽນ ຄັ້ງທີ 48 ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງຂະແໜງກະສິກຳ ແລະ ປ່າໄມ້ ພາຍໃຕ້ວິໄສທັດປະຊາຄົມອາຊຽນ 2045 ໂດຍພິຈາລະນາຮັບຮອງເອົາເອກະສານສຳຄັນ ກ່ຽວກັບ

ວຽກງານສະບຽງອາຫານ ກະສິກຳ ລ້ຽງສັດ ແລະ ປ່າໄມ້ ຂອງອາຊຽນ ຈຳນວນ 25 ສະບັບ ເຊິ່ງໄດ້ກຳນົດ 6 ຂົງ ເຂດບູລິມະສິດຄື: (1) ການຜະລິດແບບຍືນຍົງ ແລະ ຟື້ນຟູ ເຊິ່ງເນັ້ນໃສ່ການຟື້ນຟູສຸຂະພາບຂອງດິນ ເພີ່ມປະສິດ ທິພາບການໃຊ້ນ້ຳ ແລະ ທາດອາຫານ ເສີມສ້າງຄວາມຫຼາກຫຼາຍທາງຊີວະພາບ ແລະ ຊ່ວຍໃຫ້ຜູ້ຜະລິດສາມາດຮັກສາຜົນຜະລິດ ພ້ອມທັງມີລາຍໄດ້ທີ່ໝັ້ນຄົງ (2) ການຫຼຸດຜ່ອນອາຍເຮືອນແກ້ວ ແລະ ສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ໂດຍສົ່ງເສີມການເຮັດກະສິກໍາທີ່ປ່ອຍທາດອາຍກາກບອນຕໍ່າ ເຊັ່ນ: ການປູກເຂົ້າແບບປະຫຍັດນໍ້າ, ການຄຸ້ມຄອງສິ່ງເສດເຫຼືອຈາກຜະລິດການກະສິກຳ ແລະ ເຟືອງ ເພື່ອຫຼຸດການເຜົາໄໝ້ ແລະ ບັນຫາໝອກຄັວນຂ້າມຊາຍແດນ ລວມທັງ ການສ້າງລະບົບເຕືອນໄພລ່ວງໜ້າ (3) ຄວາມໝັ້ນຄົງດ້ານສະບຽງອາ ຫານ ແລະ ໂພຊະນາການ ທີ່ເນັ້ນຮັບປະກັນການເຂົ້າເຖິງອາຫານທີ່ປອດໄພ ລາຄາສົມເຫດສົມຜົນ ແລະ ມີໂພຊະນາການ ພ້ອມທັງຫຼຸດຜ່ອນການສູນເສຍ ແລະ ສິ່ງເສດເຫຼືອອາຫານ ເພີ່ມຄັງສະບຽງອາຫານ ແລະ ການແລກ ປ່ຽນຂໍ້ມູນຂ່າວສານກ່ຽວກັບຝຸ່ນ ແລະ ປັດໄຈການຜະ ລິດ (4) ການຄ້າ ແລະ ການເຊື່ອມຈອດຕະຫຼາດ ເພື່ອຮັກສາການເຄື່ອນຍ້າຍສິນຄ້າທີ່ຈໍາເປັນໃຫ້ລຽບງ່າຍ ໂດຍບໍ່ມີການກີດຂວາງທາງການຄ້າທີ່ບໍ່ຈຳເປັນ ສົ່ງເສີມການຫັນເປັນດິຈິຕອນ ຜ່ານລະບົບ e-Phyto ແລະ ໃບຢັ້ງຢືນດິຈິຕອນທີ່ເຊື່ອມໂຍງກັນໄດ້ ເພື່ອຫຼຸດຕົ້ນທຶນການຄ້າ ແລະ ເພີ່ມຄວາມໂປ່ງໃສ (5) ການເປັນຄູ່ຮ່ວມມື ລະຫວ່າງ ລັດ-ເອກະຊົນ ແລະ ນະວັດຕະກຳດິຈິຕອນ ຜ່ານການຊຸກ ຍູ້ການລົງທຶນຮ່ວມກັນລະຫວ່າງພາກລັດ ເອກະຊົນ ສະຖາ ບັນການເງິນ ແລະ ຄູ່ຮ່ວມພັດທະນາ ພ້ອມທັງນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳ (6) ການຄຸ້ມຄອງປ່າໄມ້ແບບຍືນຍົງ ເພື່ອສົ່ງເສີມການປົກປັກຮັກສາລະບົບນິເວດ ການຟື້ນຟູປ່າ ແລະ ການຜັນຂະຫຍາຍໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ ຂອງອາຊຽນ. ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ຮັບຮອງເອົາ ຂໍ້ລິເລີ່ມຕ່າງໆ ເຊັ່ນ: ຖະແຫຼງການ ແລະ ແຜນປະຕິບັດງານ ກ່ຽວກັບ ລະບົບກະສິກຳຟື້ນຟູ ໂຄງ ການປະກັນໄພກະສິກຳ (SEADRIF-RAISE) ຕະຫຼອດເຖິງແນວຄວາມຄິດ ກ່ຽວກັບ ສັນຍາຄວາມຢືດຢຸ່ນດ້ານສະບຽງອາຫານ ຮອດປີ 2045.

ສຳລັບ ກອງປະຊຸມ ອາຊຽນ ບວກ 3 ໄດ້ຮັບຮອງເອົາ ແຜນຍຸດທະສາດການຮ່ວມມືໃນຂະແໜງສະບຽງອາຫານ ກະສິກຳ ແລະ ປ່າໄມ້ ອາຊຽນ ບວກ 3 ສົກປີ 2025

-2035 ຊຶ່ງແຜນຍຸດທະສາດດັ່ງກ່າວ ແມ່ນສືບຕໍ່ ປັບປຸງວຽກງານຄວາມທົນທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ການເຕີບໂຕສີຂຽວ ແລະ ການຫັນເປັນດີຈີຕອນ ໃນຂະ ແໜງ ກະສິກໍາ ແລະ ອາຫານ ໃນນັ້ນ ວຽກງານຄັງແຮເຂົ້າສຸກເສີນອາຊຽນ ບວກ 3 (APTERR) ຖືເອົາເປັນບູລິມະສິດ ເນື່ອງຈາກເປັນວຽກ ງານການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ຂອງພາກພື້ນ ຫຼື ເປັນຄັງແຮເຂົ້າສຸກເສີນອາຊຽນ ໃນເວລາເກີດໄພພິບັດ ຊຶ່ງກະຊວງ ກະສິກຳ ແລະ ສິ່ງແວດ ລ້ອມ ສປປ ລາວ ເປັນຈຸດປະສານງານຫຼັກ ໃນການປະ ສານງານຂອບການຊ່ວຍເຫຼືອດັ່ງກ່າວ ສຳລັບປີ 2026 ສປປ ລາວ ໄດ້ຮັບເຂົ້າ ຈຳນວນ 1.600 ໂຕນ ເພື່ອເກັບຮັກສາໄວ້ເປັນຄັງສໍາຮອງສຸກເສີນ ເພື່ອແຈກຢາຍໃຫ້ແກ່ຜູ້ໄດ້ຮັບຜົນກະທົບໃນເວລາເກີດໄພພິບັດ.

ຜົນໄດ້ຮັບຈາກກອງປະຊຸມດັ່ງກ່າວ ຖືເປັນໂອກາດອັນສຳ ຄັນທີ່ ສປປ ລາວ ຈະສາມາດນຳມາຕໍ່ຍອດ ແລະ ຈັດຕັ້ງປະຕິບັດ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ ໂດຍຜ່ານການເຊື່ອມໂຍງນະໂຍບາຍພາກພື້ນ ເຂົ້າສູ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງຈະຊ່ວຍໃຫ້ຊາວກະສິກອນລາວ ສາມາດເຂົ້າເຖິງການຟື້ນຟູສຸຂະພາບດິນ ການຫຼຸດຕົ້ນທຶນການຜະລິດດ້ວຍການໃຊ້ຝຸ່ນຊີວະພາບ ແລະ ການຄຸ້ມຄອງສິ່ງເສດເຫຼືອຈາກການຜະລິດກະສິກຳ ເພື່ອຫຼຸດຜ່ອນບັນຫາໝອກຄວັນ ແລະ ການຈູດສິ່ງເສດເຫຼືອຈາກກະສິກຳ ນອກຈາກນີ້ ສປປ ລາວ ຍັງສາມາດນຳເອົາມາດຕະຖານການຄ້າ ລະບົບໃບຢັ້ງຢືນດິຈິຕອນ (e-Phyto) ແລະ ກອບການຮ່ວມມືຕ່າງໆ ມາ ເປັນຊ່ອງທາງໃນການຍົກລະດັບມາດຕະຖານສິນຄ້າກະ ສິກຳຂອງລາວ ໃຫ້ສາມາດສົ່ງອອກໄປ ຕະຫຼາດອາຊຽນ ແລະ ສາກົນ ໄດ້ຢ່າງສະດວກຍິ່ງຂຶ້ນ ພ້ອມທັງດຶງດູດການລົງທຶນ ແລະ ການສະໜັບສະໜູນດ້ານການເງິນສີຂຽວ ຈາກຄູ່ຮ່ວມພັດທະນາສາກົນ ເພື່ອເໜັ້ນໃສ່ການພັດ ທະນາການຄຸ້ມຄອງປ່າໄມ້ ປົກປ້ອງລະບົບນິເວດ ແລະ ຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນ ພ້ອມທັງໃຊ້ກົນໄກປະກັນໄພກະສິກຳ ເພື່ອປົກປ້ອງຊາວກະສິກອນລາວ ຈາກຜົນກະທົບຂອງໄພພິບັດທາງທຳມະຊາດ ຢ່າງມີປະສິດທິພາບ ກອງປະຊຸມໃນຄັ້ງນີ້ ເຫັນວ່າ ບັນດາປະ ເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມເຈລະຈາ ໄດ້ມີຄວາມເປັນເອກະພາບສູງ ແລະ ໃຫ້ຄວາມສຳຄັນທີ່ສຸດ ຕໍ່ກັບການພັດທະນາ ວຽກງານດ້ານສະບຽງອາຫານ, ການຜະລິດກະສິກຳ ແລະ ປ່າໄມ້ ແຕ່ນີ້ຮອດປີ 2045 ແລະ ໃນອະນາຄົດ ຜົນໄດ້ຮັບຈາກກອງປະຊຸມດັ່ງກ່າວ ຖືເປັນໂອກາດອັນສຳຄັນທີ່ ສປປ ລາວ ຈະສາມາດນຳມາສືບຕໍ່ ຈັດຕັ້ງປະຕິບັດ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະເທດ ຊາດ ໂດຍຜ່ານການເຊື່ອມໂຍງນະໂຍບາຍພາກພື້ນ ເຂົ້າສູ່ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງຈະຊ່ວຍໃຫ້ຊາວກະສິກອນລາວ ສາມາດເຂົ້າເຖິງການຟື້ນຟູສຸຂະ ພາບດິນ ການຫຼຸດຕົ້ນທຶນການຜະລິດດ້ວຍການໃຊ້ຝຸ່ນຊີວະພາບ ແລະ ການຄຸ້ມຄອງສິ່ງເສດເຫຼືອຈາກການຜະ ລິດກະສິກຳເພື່ອຫຼຸດຜ່ອນບັນຫາໝອກຄວັນ ແລະ ການຈູດສິ່ງເສດເຫຼືອຈາກກະສິກຳ ນອກຈາກນີ້ສປປ ລາວ ຍັງສາມາດນຳເອົາມາດຕະຖານການຄ້າ ລະບົບໃບຢັ້ງຢືນດິຈິຕອນ (e-Phyto) ແລະ ກອບການຮ່ວມມືຕ່າງໆ ມາ ເປັນຊ່ອງທາງໃນການຍົກລະດັບ ມາດຕະຖານສິນຄ້າກະ ສິກຳຂອງລາວ ໃຫ້ສາມາດສົ່ງອອກໄປ ຕະຫຼາດອາຊຽນ ແລະ ສາກົນ ໄດ້ຢ່າງສະດວກຍິ່ງຂຶ້ນ, ພ້ອມທັງດຶງດູດການລົງທຶນ ແລະ ການສະໜັບສະໜູນດ້ານການເງິນສີຂຽວ ຈາກຄູ່ຮ່ວມພັດທະນາສາກົນ ເພື່ອເໜັ້ນໃສ່ການພັດທະ ນາການຄຸ້ມຄອງປ່າໄມ້ ປົກປ້ອງລະບົບນິເວດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ພ້ອມທັງໃຊ້ກົນໄກປະກັນໄພກະສິກຳ ເພື່ອປົກປ້ອງຊາວກະສິກອນລາວຈາກຜົນກະທົບຂອງໄພພິບັດທາງທຳມະຊາດຢ່າງມີປະສິດທິພາບ.

ຜົນໄດ້ຮັບຈາກກອງປະຊຸມດັ່ງກ່າວ ຖືເປັນໂອກາດອັນດີໃຫ້ ສປປ ລາວ ນຳມາເຊື່ອມໂຍງເຂົ້າກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອຊ່ວຍໃຫ້ຊາວກະສິ ກອນ ເຂົ້າເຖິງການຟື້ນຟູສຸຂະພາບດິນ ຫຼຸດຕົ້ນທຶນການຜະລິດດ້ວຍຝຸ່ນຊີວະພາບ ຫຼຸດຜ່ອນບັນຫາມົນລະພິດໝອກຄວັນ ຍົກລະດັບມາດຕະຖານການສົ່ງອອກສິນຄ້າກະສິກຳຜ່ານລະບົບດິຈິຕອນ ຍົກສູງສະມັດຕະພາບການຜະລິດ, ສາມາດປັບຕົວເຂົ້າ ກັບການປ່ຽນແປງຂອງສະ ພາບດິນຟ້າອາກາດ ຕະຫຼອດຮອດການດຶງດູດການລົງ ທຶນສີຂຽວ ແລະ ໃຊ້ກົນໄກປະກັນໄພກະສິກຳ ເພື່ອປົກ ປ້ອງຊາວກະສິກອນຈາກໄພພິບັດ ຢ່າງມີປະສິດທິພາບ ພ້ອມທັງເປັນການຍົກສູງສະມັດຕະພາບການຜະລິດ ແລະ ສ້າງຄວາມໝັ້ນຄົງທາງດ້ານລາຍຮັບຢ່າງຍືນຍົງ

error: Content is protected !!