ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນທີ 27 ພຶດສະພາ 2021 ກ່ຽວກັບການແຜ່ບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ ຢູ່ສປປ ລາວ ວ່າ:

ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 169.053.276 ຄົນ (ໃໜ່ 566.448) ເສຍຊີວິດສະສົມ 3.511.495 ຄົນ (ໃໝ່ 12.970) ແລະ ປີ່ນປົວຫາຍດີ 150.802.321 (ໃໝ່ 802.577) ຄົນ ສຳລັບ 3 ອັນດັບປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ແມ່ນສະຫະລັດອາເມຣິກາ ອິນເດຍ ແລະ ບຣາຊິນ.

ສໍາລັບ ສປປ ລາວຂອງພວກເຮົາ ໃນວັນທີ 26 ພຶດສະພາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.990 ຕົວຢ່າງ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 12 ກໍລະນີ ໃນນັ້ນ ນະຄອນຫຼວງວຽງຈັນ 4 ຄົນ ແຂວງສະຫວັນນະເຂດ 3 ຄົນ ແລະ ຈໍາປາສັກອີກ 5 ຄົນ ສໍາລັບແຂວງສະຫວັນນະເຂດ ແລະ ຈໍາປາສັກ ແມ່ນກໍລະນີນໍາເຂົ້າ ສ່ວນນະຄອນຫຼວງວຽງຈັນແມ່ນການຕິດເຊື້ອຈາກຜູ້ສໍາຜັດໃກ້ຊິດ ດັ່ງນັ້ນ ເຮັດໃຫ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 1.895 ຄົນ ແລະ ເສຍຊິວິດສະສົມທັງໝົດ 2 ຄົນ ບໍ່ມີການເສຍຊິວິດໃໝ່ ໃນນັ້ນ ປິ່ນປົວຫາຍດີທັງໝົດ 1.281 ຄົນ (ໃໝ່ 20 ຄົນ) ແລະ ຍັງສືບຕໍ່ປິ່ນປົວທັງໝົດ 612 ຄົນ.
ກໍລະນີຕິດເຊື້ອໃໝ່ 12 ຄົນ (ກໍລະນີຢັ້ງຢືນທີ 1884-1895) ຄົນເຈັບຕິດເຊື້ອໃໝ່ຈາກນະຄອນຫຼວງວຽງຈັນ 4 ຄົນ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນເຊັ່ນ: ບ້ານຈອມມະນີ ບ້ານຮ່ອງໄກ່ແກ້ວ ບ້ານວັງຊາຍ ແລະ ພະນັກງານກະຊວງໂຍທາທິການ ແລະ ຂົນສົ່ງ ສຳລັບ 5 ຄົນ ຢູ່ແຂວງຈຳປາສັກ ແລະ 3 ຄົນຢູ່ແຂວງສະຫວັນນະເຂດນັ້ນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ.
. # ຂ່າວ & ພາບ : ຊິລິການດາ