ນັກທຸລະກິດນະຄອນຫວູຣັ່ນ ສປ ຈີນ ມອບອຸປະກອນການແພດຕ້ານໂຄວິດ-19

    ວັນທີ 28 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ນັກທຸລະກິດນະຄອນຫວູຮັ່ນ ແຂວງ ຫູເປີ້ຍ ສປ ຈີນ ໄດ້ມອບອຸປະກອນການແພດຕ້ານພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດໂຄວິດ-19 ນະຄອນຫຼວງວຽງຈັນ. 

    ການມອບຄັ້ງນີ້ ເປັນການຊ່ວຍເຫຼືອອຸປະກອນການແພດໃຫ້ນະຄອນຫຼວງວຽງຈັນ ນໍາໃຊ້ເຂົ້າໃນວຽກງານຕ້ານການແຜ່ລະບາດເຊື້ອພະຍາດໂຄວິດ-19 ເຊິ່ງປະກອບມີ ບໍລິສັດລົງທຶນ ແຊັດເຮັສພີ ຂົນສົ່ງ ສາກົນ ຈໍາກັດຜູ້ດຽວ ແລະ ບໍລິສັດ ລາວສະຫາຍ ເທຣດດິ້ງ ຈໍາກັດ ຜູ້ດຽວ ລວມມູນຄ່າ 92.500.000ກີບ.

.                # ຂ່າວ & ພາບ : ຂັນທະວີ 

error: Content is protected !!