ທ່ານນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ວັນທີ 28 ພຶດສະພາ 2021 ວ່າ: ວັນທີ 27 ພຶດສະພາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.149 ຕົວຢ່າງ ຜົນກວດວິເຄາະພົບຜູ້ຕິດເຊື້ອໃໝ່ 10 ກໍລະນີ ໃນນີ້ ນະຄອນຫຼວງວຽງຈັນ 7 ຄົນ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ ຈຳປາສັກ ສະຫວັນນະເຂດ ແລະ ຫຼວງນ້ຳທາ ແຂວງລະ 1 ຄົນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ.
ສປປ ລາວ ຮອດ ວັນທີ 27 ພຶດສະພາ 2021 ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 1.905 ຄົນ ແລະ ເສຍຊິວິດສະສົມທັງໝົດ 3 ຄົນ ໃນນີ້ເສຍຊີວິດໃໝ່ 1 ຄົນ ເພດຊາຍ ອາຍຸ 74 ປີ ບ້ານຝາຍ ເມືອງໄຊເສດຖາ.

- ວັນທີ 11 ພຶດສະພາ 2021 ເຂົ້າມາກວດຢູ່ໂຮງໝໍມະໂຫສົດ ດ້ວຍອາການລະບົບຫາຍໃຈຮຸນແຮງ ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.
- ພາຍຫຼັງກວດພົບເຊື້ອໂຄວິດ-19 ຈຶ່ງຖືກນຳສົ່ງໄປປິ່ນປົວຢູ່ໂຮງໝໍມິດຕະພາບ ຜູ້ກ່ຽວມີພະຍາດປະຈຳຕົວຄື: ຄວາມດັນເລືອດສູງ ແລະ ພະຍາດເບົາຫວານ (ບໍ່ໄດ້ກວດສຸຂະພາບຢ່າງເປັນປະຈຳ) ເນື່ອງຈາກຜູ້ກ່ຽວອາການຊຸດໂຊມລົງເລື້ອຍໆ
- ມາຮອດ ເວລາ 6:00 ໂມງຂອງວັນທີ 28 ພຶດສະພາ 2021 ຜູ້ກ່ຽວໄດ້ເສຍຊີວິດລົງ.
ນອກນີ້ໄດ້ປິ່ນປົວຫາຍດີທັງໝົດ 1.355 ຄົນ (ໃໝ່ 74 ຄົນ) ແລະ ຍັງສືບຕໍ່ປິ່ນປົວ ທັງໝົດ 547 ຄົນ.
. # ຂ່າວ & ພາບ : ຂັນທະວີ