ສອງພາກສ່ວນ ປະກອບສ່ວນວັດຖຸປັດໄຈໃຫ້ເມືອງໄຊທານີ ເພື່ອປ້ອງໂຄວິດ-19
ເພື່ອເປັນການປະກອນສ່ວນໃນການຕ້ານ ແລະ ປ້ອງກັນພະຍາດໂຄວິດ-19 ທີ່ກຳລັງລະບາດເປັນວົງກວ້າງໃນຂອບເຂດທົ່ວປະເທດໃຫ້ຫຼຸດລົງ ແລະ ໝົດໄປຈາກປະເທດລາວ ດັ່ງນັ້ນ ວັນທີ 3 ພຶດສະພາ 2021 ພຣະອາຈານ ໜູຜ່ອຍ ສຸວົງຄຳຈັນ ເຈົ້າອະທິການວັດສີບນເຮືອງ ໄດ້ນຳເອົາເງິນຈຳນວນ…
ເຖິງຕົວເລກຜູ້ຕິດເຊື້ອໂຄວິດ-19 ມື້ນີ້ຈະຫຼຸດລົງ ແຕ່ກະຕ້ອງປະຕິບັດຄຳສັ່ງເລກທີ 15/ນຍ ຢ່າງເຄັ່ງຄັດ
ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວປະຈຳວັນຕໍ່ສື່ມວນຊົນ ກ່ຽວກັບການລະບາດຂອງພະຍາດ COVID-19 ຢູ່…
ມອບເຄື່ອງຊ່ວຍບັນເທົາໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄວິດ-19
ຄະນະນຳເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຮ່ວມກັບສະພາການຄ້າ ແລະ ອຸດສະຫະກຳ ປະຈຳເມືອງ ແລະ ນັກທຸລະກິດໜຸ່ມພາຍໃນເມືອງຫາດຊາຍຟອງ ໄດ້ພ້ອມພາກັນລະດົມສົມທົບທຶນຈຳນວນໜຶ່ງ ແລະ ຮ່ວມແຮງຮ່ວມໃຈກັນຊ່ວຍເຫຼືອສັງຄົມໃນຍາມວິກິດ ເພຶ່ອຕ້ານ ພະຍາດໂຄວິດ-19 ທີ່ມີການລະບາດຢ່າງໜັກໃນປັດຈຸບັນ ເຫັນໄດ້ຄວາມສຳຄັນ ແລະ…
ໂຮງໝໍພາກສະໜາມລ້ານຊ້າງ ພ້ອມທີ່ຈະຮອງຮັບ ແລະ ປິ່ນປົວຜູ້ຕິດເຊື້ອໂຄວິດ-19
ໂຮງໝໍພາກສະໜາມລ້ານຊ້າງ ໄດ້ກໍ່ສ້າງ ແລະ ຕິດຕັ້ງອຸປະກອນສຳເລັດແລ້ວພາຍໃນໄລຍະເວລາ 7 ວັນ ເພື່ອໃຊ້ເປັນສະຖານທີ່ຮອງຮັບ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃນນະຄອນຫຼວງວຽງຈັນ ທີ່ອາດຈະມີຈຳນວນທີ່ເພີ່ມຂຶ້ນ ໂຮງໝໍພາກສະໜາມດັ່ງກ່າວ ມີຈຳນວນຕຽງທັງໝົດ 306 ຕຽງນອນ ແລະ…
ໂຮງໝໍພາກສະໜາມ ເດີ່ນກີລາລ້ານຊ້າງ ຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໄດ້ 303 ຄົນ
ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສູກນະຄອນຫຼວງວຽງຈັນ ໃນນາມຄະນະຮັບຜິດຊອບຄຸ້ມຄອງ ແລະ ປະສານງານໂຮງໝໍພາກໜາມເດີ່ນກີລາລ້ານຊ້າງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 2 ພືດສະພາ 2021 ວ່າ: ການສ້າງໂຮງໝໍພາກສະໜາມແຫ່ງນີ້ ເພື່ອເປັນສະຖານທີ່ຮອງຮັບປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19…
ກວດກາຄວາມພ້ອມ ໂຮງໝໍພາກສະໜາມເພື່ອຮັບເອົາຜູ້ຕິດເຊື້ອໂຄວິດ-19 ມາປິ່ນປົວ
ວັນທີ 2 ພຶດສະພາ 2021 ທ່ານ ອາດສະພັງທອງ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງກວດກາຄວາມຄືບໜ້າ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງການກໍ່ສ້າງໂຮງໝໍພາກສະໜາມເດີ່ນກີລາລ້ານຊ້າງ ເພື່ອກະກຽມຄວາມພ້ອມໃຫ້ແກ່ການເປີດນໍາໃຊ້. ທ່ານ ນາງ ບົວວອນ ສຸກລາແສງ…
PS ປະກອບສ່ວນຊ່ວຍເຫຼືອອະນາໄມສູນຈໍາກັດບໍລິເວນຫຼັກ 27
ປັດຈຸບັນ ການແຜ່ລະບາດເຊື້ອພະຍາດໂຄວິດ-19 ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະມື້ ດັ່ງນັ້ນ ບັນດາບຸກຄົນ ນິຕິບຸກຄົນ ບໍລິສັດ ຫ້າງຮ້ານ ແລະ ຜູ້ປະກອບການທຸລະກິດຕ່າງໆ ໄດ້ພ້ອມກັນປະກອບສ່ວນຊ່ວຍເຫຼືອທາງດ້ານວັດຖຸ ເປັນຕົ້ນແມ່ນເງິນສົດ ເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນແພດ ພ້ອມນັ້ນຍັງໄດ້ສຸມເຫື່ອເທແຮງເຂົ້າໃນການທໍາຄວາມສະອາດອະນາໄມ…
ສປປ ລາວ ວັນນີ້ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ອີກ 112 ຄົນ
ອີງຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດໂຄວິດ-19 ໃຫ້ຮູ້ວັນທີ 2 ພຶດສະພາ 2021 ວ່າ: ໃນວັນທີ 1 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ 3.091 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112…
ກຸ່ມໂຮງງານຜະລິດນໍ້າກ້ອນ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ແກ່ນະຄອນຫຼວງ
ວັນທີ 1 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ກຸ່ມໂຮງງານຜະລິດນໍ້າກ້ອນ ນະຄອນຫຼວງວຽງຈັນ ມອບເຄື່ອງຊ່ວຍເຫຼືອ ເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ…