ບໍລິສັດມາເຕົ້າ ຂໍເປັນສ່ວນໜື່ງໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19

    ບໍລິສັດ ມາເຕົ້າ ນວນທອງ ພັດທະນາອະສັງຫາລິມະຊັບຊຸມຊົມ ຈຳກັດຜູ້ດຽວ Maotao Nuanthong Real Estate Sole Co,Ltd ເປັນອີກບໍລິສັດໜຶ່ງທີ່ໃຫ້ການປະກອບສ່ວນຊຸກຍູ້ຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ ຍິ່ງສະຖານະການບ້ານເມືອງພວມພົບກັບການລະບາດຂອງພະຍາດໂຄວິດ-19 ຄະນະຜູ້ບໍລິຫານບໍລິສັດ ໃນນາມລູກບ້ານຫຼານເມືອງ ແລະ ປະຊາຊົນລາວຄົນໜຶ່ງ ກໍໄດ້ສືບຕໍ່ໃນການປະກອບສ່ວນຊຸກຍູ້ຕາມເງື່ອນໄຂທີ່ມີ ເພື່ອໃຫ້ສາມາດຜ່ານຜ່າວິກິດການຄັ້ງນີ້ໄປດ້ວຍກັນ.

    ໃນທ້າຍເດືອນພຶດສະພາ 2021 ຜ່ານມາ ທາງບໍລິສັດ ມາເຕົ້າ ນວນທອງ ພັດທະນາອະສັງຫາລິມະຊັບຊຸມຊົມ ຈຳກັດຜູ້ດຽວ ນຳໂດຍທ່ານນາງ ນວນທອງ ແສງເຮືອງຄຳ ປະທານບໍລິສັດ ໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ລວມທັງນ້ຳຢາຂ້າເຊື້ອ ເຈວລ້າງມື ຜ້າປິດປາກ-ປິດດັງ ອຸປະກອນເຄື່ອງປ້ຳເຈວລ້າງມືທີ່ທາງບໍລິສັດຜະລິດຂຶ້ນມາເອງ ທີ່ຮັບປະກັນໃນການສຳຜັດມືໂດຍກົງ ໄປປະກອບສ່ວນຊຸກຍູ້ໃຫ້ແກ່ອົງການປົກຄອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກອງບັນຊາການທະຫານເມືອງ ບັນດາຫ້ອງການບ້ານ ແລະ ຈຸດກວດກາຕ່າງໆເຂດເມືອງສີໂຄດຈຳນວນໜຶ່ງພາຍໃນເມືອງ ເພື່ອເປັນກຳລັງແຮງໜຶ່ງໃນການປະກອບສ່ວນ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ຂໍເປັນກຳລັງໃຈໃຫ້ທຸກທ່ານສາມາດຜ່ານວິກິດຄັ້ງນີ້ໄປດ້ວຍ.

# ຂ່າວ & ພາບ: ບຸນມີ ສີວິໄລ

error: Content is protected !!