ພິທີມອບ-ຮັບຕຽງນອນຄົນເຈັບ ຈຳນວນ 5 ໜ່ວຍ ແລະ ຢາວິຕາມິນລວມ ຈຳນວນ 50 ແກັດ ເພື່ອນຳໃຊ້ເຂົ້າໃນວຽກງານປິ່ນປົວຄົນເຈັບຂອງໂຮງໝໍແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 27 ພຶດສະພາ 2021 ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງສະຫວັນນະເຂດ ຕາງໜ້າມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ໂດຍທ່ານ ສິນໄຊ ວົງລະຄອນ ຮອງປະທານແນວລາວສ້າງຊາດແຂວງ ແລະ ຕາງໜ້າຮັບໂດຍທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດນີ້ ທ່ານ ດຣ ແສງດາວ ສີດາໄລ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ທ່ານປະທານສູນກາງແນວລາວສ້າງຊາດ ກໍຄືທາງແນວລາວສ້າງຊາດແຂວງສະຫວັນນະເຂດ ທີ່ເຫັນໄດ້ຄວາມສຳຄັນ ແລະ ຈຳເປັນໃນວຽກງານປິ່ນປົວຄົນເຈັບຂອງໂຮງໝໍແຂວງ ໂດຍໄດ້ມີການລະດົມຂົນຂວາຍການຊ່ວຍເຫຼືອທາງດ້ານອຸປະກອນການແພດທີ່ຈຳເປັນ ເປັນຕົ້ນ: ຕຽງນອນຄົນເຈັບ ແລະ ຢາວິຕາມິນລວມຈາກມູນນິທິຂອງ ສ.ເກົາຫຼີ ຄິດເປັນມູນຄ່າທັງໝົດ 55 ລ້ານກີບ ມາຊ່ວຍແຂວງສະຫວັນນະເຂດພວກເຮົາ ໃນນີ້ ສຳລັບຕຽງນອນຄົນເຈັບຈຳນວນ 5 ໜ່ວຍດັ່ງກ່າວ ແມ່ນຈະນຳໄປປ່ຽນແທນຕຽງທີ່ບໍ່ໄດ້ມາດຖານພາຍໃນໂຮງໝໍພາກສະໜາມປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຂອງແຂວງ (ວິທະຍາໄລວິທະຍາສາດສຸຂະພາບ) ເຊິ່ງເຫັນວ່າຍັງບໍ່ທັນພຽງພໍກັບຄວາມຕ້ອງການເພື່ອຮອງຮັບຄົນເຈັບທີ່ຍັງສືບຕໍ່ເພີ່ມຂຶ້ນໃນແຕ່ລະວັນ.


ຈາກນັ້ນ ໃນພິທີກໍໄດ້ມີການມອບໃບຍ້ອງຍໍຂອງທ່ານຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ທາງສູນກາງແນວລາວສ້າງຊາດທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ນຳອີກ.

. # ຂ່າວ & ພາບ : ສີພອນ