ສປປ ລາວ ມີຜະລິດຕະພັນກະສິກຳສົ່ງອອກບັນລຸ 440 ລ້ານກວ່າໂດລາສະຫະລັດ

    ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວໃນໂອກາດຖະແຫຼງຂ່າວຢູ່ກະຊວງສາທາລະນະສຸກ ໃນວັນທີ 26 ພຶດສະພາ 2021 ຜ່ານມາ ວ່າ: ໄລຍະ 4 ເດືອນ ນັບແຕ່ເດືອນມັງກອນ ຫາ ເດືອນເມສາ 2021 ສປປ ລາວ ສົ່ງອອກຜະລິດຕະພັນກະສິກໍາຜ່ານດ່ານສາກົນ ຈຳນວນ 2,1 ລ້ານກວ່າໂຕນ ມູນຄ່າ 440 ລ້ານກວ່າໂດລາສະຫະລັດ ປະມານ 4.154 ຕື້ກວ່າກີບ.

    ໃນຈໍານວນຜະລິດຕະພັນກະສິກຳສົ່ງອອກທີ່ຫຼາຍກວ່າໝູ່ແມ່ນມັນຕົ້ນ ມູນຄ່າ 138 ລ້ານກວ່າໂດລາ ປະມານ 1,303 ຕື້ກວ່າກີບ ກ້ວຍ ມູນຄ່າ 107 ລ້ານກວ່າໂດລາ ປະມານ 1,016 ຕື້ກວ່າກີບ  ໝາກໂມ ມູນຄ່າ 25 ລ້ານກວ່າໂດລາ ປະມານ 244 ຕື້ກວ່າກີບ ແລະ ອ້ອຍ ມູນຄ່າ 16 ລ້ານກວ່າໂດລາ ປະມານ 155 ຕື້ກວ່າກີບ ໂດຍມີຕະຫຼາດຮອງຮັບຕົ້ນຕໍແມ່ນ ສປ ຈີນ ໄທ ແລະ ສສ ຫວຽດນາມ ນອກຈາກນີ້ ໄດ້ສຳເລັດການສົ່ງສັດໃຫຍ່ (ງົວ ຄວາຍ) ໄປ ສປ ຈີນ ຈຳນວນ 2.013 ໂຕ ໃນນັ້ນ ງົວ 1.992 ໂຕ ແລະ ຄວາຍ 21 ໂຕ ມູນຄ່າປະມານ 4,8 ລ້ານໂດລາສະຫະລັດ ປະມານ 45 ຕື້ກວ່າກີບ.

    ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ລາວເຮົາພວມກະກຽມສົ່ງອອກງົວ 2.686 ໂຕ ແລະ ຄວາຍ 108 ໂຕ ໄປ ສປ ຈີນ ສ່ວນການສົ່ງອອກມັນດ້າງ ແລະ ພືດຕະກຸນຖົ່ວທີ່ເຄີຍມີບັນຫາໃນໄລຍະຜ່ານມາ ປັດຈຸບັນ ບັນດາແຂວງພາກເໜືອຂອງລາວໄດ້ເຈລະຈາກັບໜ່ວຍງານທີ່ກ່ຽວຂ້ອງຂອງຈີນ ເຮັດໃຫ້ການສົ່ງອອກຜະລິດຕະພັນເຫຼົ່ານີ້ໄປຈີນມີຄວາມສະດວກແລ້ວ.

# ຂ່າວ & ພາບ: ບຸນມີ ສີວິໄລ

error: Content is protected !!