ສົກປີ 2020-2021 ເມືອງສັງທອງມີນັກສອບເສັງຈົບຊັ້ນ ມ 4 ມີ 414 ຄົນ

     ວັນທີ 21 ກໍລະກົດ 2021 ທົ່ວປະເທດໄດ້ເປີດຂະບວນການສອບເສັງນັກຮຽນຈົບຊັ້ນ ມ ຕົ້ນ ( ມ4) ຂຶ້ນຢ່າງເປັນທາງການ ເວົ້າສະເພາະເມືອງສັງທອງ ກໍໄດ້ເປີດຂະບວນການດັ່ງກ່າວຂຶ້ນເຊັ່ນກັນ ຢູ່ທີ່ສູນສອບເສັງໂຮງຮຽນ ມສ ສີທອງ…

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມີຄວາມຄືບໜ້າຫຼາຍກວ່າ 92 %

       ໃນວັນທີ 21 ກໍລະກົດ 2021 ທີ່ແຂວງຫຼວງພະບາງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເປີດກອງປະຊຸມຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໂດຍການເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ…

ຮອງປະທານສະພາ ນວ ລົງຊຸກຍູ້ການສອບເສັງຈົບຊັ້ນ ມ4 ຢູ່ສູນໂຮງຮຽນ ມສ ເຈົ້າອະນຸວົງ

    ໃນວັນທີ 21 ກໍລະກົດ 2021 ທ່ານນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການສອບເສັງຈົບຊັ້ນ ມ4…

ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ທັງໝົດ 153 ຄົນ ໃນນັ້ນ ນວ 1 ກໍລະນີ

    ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 21 ກໍລະກົດ 2021…

ທູດລາວ ຍື່ນສານຕາຕັ້ງຕໍ່ສົມເດັດເຈົ້າຈັກກະພັດຍີ່ປຸ່ນ

    ທ່ານນາງ ຟອງສະໝຸດ ອັ່ນລາວັນ ເຂົ້າຍື່ນສານຕາຕັ້ງຕໍ່ສົມເດັດ ນາຣຸຮິໂຕະ ເຈົ້າຈັກກະພັດແຫ່ງຍີ່ປຸ່ນ ວັນທີ 14 ກໍລະກົດ 2021 ຢູ່ສໍານັກພະລາຊະວັງ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສປປ ລາວ…

ການສອບເສັງຈົບຊັ້ນ ມ4 ຄຽງຄູ່ກັບຕາມມາດຕະການປ້ອງກັນພະຍາດໂຄວິດ-19

    ພິທີເປີດການສອບເສັງຈົບຊັ້ນ ມ4 ປະຈຳສົກຮຽນ 2020-2021 ທົ່ວນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 21-23 ກໍລະກົດ 2021 ປີນີ້ ນະຄອນຫຼວງວຽງຈັນແມ່ນເອົາສູນສອບເສັງໂຮງຮຽນມັດທະຍົມສຶກສາສົມ ບູນວຽງຈັນ ເປັນບ່ອນເປີດພິທີການສອບເສັງຢ່າງເປັນທາງການ ເປັນກຽດເຂົ້າຮ່ວມມີທ່ານ ນາງ ສີສຸກ…

ນາຊາຍທອງ ສຸມໃສ່ຜະລິດເຂົ້ານາປີໃຫ້ໄດ້ 7.905 ເຮັກຕາ

    ທ່ານ ໄກຍະສັກ ມະນີວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ສໍາລັບການຜະລິດກະສິກໍາ-ປ່າໄມ້ 6 ເດືອນຕົ້ນປີ 2021 ຕາມແຜນປູກເຂົ້ານາແຊງຈໍານວນ 4.600 ເຮັກຕາ…

ປະທານອົງການກາແດງລາວຢຽ້ມຢາມປະຊາຊົນຜູ້ປະສົບໄພນ້ຳຖ້ວມ ແລະ ມອບເຄື່ອງຊ່ວຍເຫຼືອ

    ລະຫວ່າງວັນທີ 16-17 ກໍລະກົດ 2021 ຜ່ານມາ ປະທານອົງການກາແດງລາວ ໄດ້ເຄື່ອນໄຫວຢ້ຽມຢາມແຂວງໄຊຍະບູລີ ແລະ ມອບເຄື່ອງຊ່ວຍເຫຼືອປະຊາຊົນແຂວງໄຊຍະບູລີ ທີ່ປະສົບໄພນ້ຳຖ້ວມໃນເດືອນມີຖຸນາທີ່ຜ່ານມາ.     ອົງການກາແດງລາວ ໄດ້ປະຕິບັດຕາມພາລະບົດບາດໃນການຊ່ວຍໃຫ້ປະຊາຊົນຜູ້ທຸກຍາກຂາດເຂີນ ໃນເປົ້າໝາຍ 1.000 ຄອບຄົວ ລວມ…

ເມືອງໄຊພູທອງ ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງເປີດກວ້າງຄັ້ງທີ 3 ສະໄໝທີ 5

    ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ 5 ຂອງເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ເປີດຂື້ນຢ່າງເປັນທາງການຫວ່າງມໍ່ໆມານີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງປະລິຍາເອກ ແສງທອງ ວັງແກ້ວມະນີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊພູທອງ…

error: Content is protected !!