ວັນທີ 11 ສິງຫາ 2021 ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ (ຫຼັກ 6) ໄດ້ຈັດພິທີລົງນາມຂໍ້ຕົກລົງຮ່ວມ ວ່າດ້ວຍການປະສານງານ ລະຫວ່າງຄະນະເລຂາທິການສະພາແຫ່ງຊາດ ແລະ ຫ້ອງວ່າການສໍານັກງານາຍົກລັດຖະມົນຕີ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແລະ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ມີທ່ານລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທ່ານຫົວໜ້າຄະນະເລຂາທິການສະພາແຫ່ງຊາດ ພ້ອມດ້ວຍ ບັນດາປະທານກຳມາທິການຂອງສະພາແຫ່ງຊາດ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ພະນັກງານກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

ຂໍ້ຕົກລົງຮ່ວມນີ້ ໄດ້ກໍານົດຫຼັກການ ລະບຽບການ ຂັ້ນຕອນ ແລະ ວິທີການກົນໄກການປະສານງານ ລະຫວ່າງຄະນະເລຂາທິການສະພາແຫ່ງຊາດ ກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນການ ເປັນໃຈກາງປະສານງານເພື່ອເອື້ອອໍານວຍໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ລັດຖະບານ ຕາມພາລະບົດບາດ ສິດ ໜ້າທີ່ ແນໃສ່ຮັບປະກັນການເປັນເສນາທິການທີ່ດີໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ໃນການປະຕິບັດໜ້າທີ່ໃຫ້ມີປະສິດທິພາບ ວ່ອງໄວ ຮັດກຸມ ແລະ ທັນເວລາ. ພ້ອມດຽວກັນນັ້ນ ຍັງໄດ້ກຳນົດການແບ່ງຄວາມຮັບຜິດຊອບລະຫວ່າງຄະນະເລຂາທິການສະພາແຫ່ງຊາດ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນການການກະກຽມກອງປະຊຸມຕ່າງໆ ເປັນຕົ້ນ ກອງປະຊຸມສະພາແຫ່ງຊາດ ກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບຄະນະລັດຖະບານ ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ແລະ ການປະສານງານວຽກງານປິ່ນອ້ອມອື່ນໆ ນອກຈາກນັ້ນ ຍັງໄດ້ກຳນົດກົງຈັກ ແລະ ບຸຄະລາກອນທີ່ເຮັດໜ້າທີ່ປະສານງານວຽກງານດັ່ງກ່າວ.

ການລົງນາມຂໍ້ຕົກລົງຮ່ວມສະບັບນີ້ ຕາງໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແມ່ນທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຕາງໜ້າຄະນະເລຂາທິການສະພາແຫ່ງຊາດ ແມ່ນທ່ານ ນາງ ປິ່ງຄໍາ ລາຊະສີມມາ ຫົວໜ້າຄະນະເລຂາທິການສະພາແຫ່ງຊາດ.
# ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ