ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດກອງປະຊຸມເຊື່ອມຊຶມມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ມະຕິວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ຕໍ່ກັບວຽກງານວັດທະນະທໍາໃນໄລຍະໃໝ່ ແລະ ປາຖະກະຖາວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ຈັດຂຶ້ນວັນທີ 12 ສິງຫາ 2021 ຢູ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ ມີບັນດາຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງ ຍທຂ ຫົວໜ້າຫ້ອງການ ກົມ ພະແນກການ ແລະ ສະມາຊິກພັກເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ວຽງສະຫວັດ ສີພັນດອນ ກ່າວວ່າ: ສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດໃນໄລຍະຜ່ານມາ ພັກເຮົາຍາມໃດກຢຶດໝັ້ນທິດນໍາພື້ນຖານຂອງພັກເຮົາ: ວຽກງານການເມືອງ-ແນວຄິດ ເປັນໜ້າທີ່ສໍາຄັນພື້ນຖານ ເປັນວຽກກົກ ເປັນວຽກທີ່ຕ້ອງເຮັດກ່ອນ ເຮັດເປັນປະຈໍາ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ ເປັນປັດໄຈຮັບປະກັນທຸກໄຊຊະນະຂອງການປະຕິວັດ ບົນຈິດໃຈດັ່ງກ່າວ ສູນກາງພັກ ແລະ ທຸກການຈັດຕັ້ງພັກ-ລັດ ອົງການຈັດຕັ້ງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ດ້ານໜຶ່ງ ໄດ້ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນ ແລະ ເຜີຍແຜ່ສະພາບການພາຍໃນ ແລະ ສາກົນ ເຊິ່ງສາມາດເຮັດໃຫ້ພະນັກງານ ສະມາຊິກພັກສ່ວນຫຼາຍເຫັນໄດ້ເລຫຼ່ຽມຂອງອິດທິກໍາລັງປໍລະປັກ ເປັນເຈົ້າການເຂົ້າຮ່ວມສະກັດກັ້ນ ແລະ ທັບມ້າງການເຄື່ອນໄຫວຫັນປ່ຽນໂດຍສັນຕິຂອງພວກເຂົາ ດ້ານໜຶ່ງອີກ ໄດ້ເອົາໃຈໃສ່ນໍາພາເຊື່ອມຊຶມ ແລະ ໂຄສະນາອົບຮົມມະຫາຊົນໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈແນວທາງ ແຜນນະໂຍບາຍ ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ພ້ອມທັງເຜີຍແຜ່ຜົນສໍາເລັດຂອງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ປຸກສະຕິຕື່ນຕົວ ແລະ ປະຕິບັດສິດເປັນເຈົ້າປະເທດຊາດ ກໍຄືສົ່ງເສີມຫົວຄິດປະດິດສ້າງຂອງທົ່ວສັງຄົມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ການເຄື່ອນໄຫວວຽກງານການເມືອງ-ແນວຄິດ ໄດ້ສຸມໃສ່ເປົ້າໝາຍສ້າງຄວາມເຂົ້າໃຈກ່ຽວກັບສະພາບຄວາມເປັນຈິງດ້ານຜົນສໍາເລັດ ຂໍ້ຄົງຄ້າງ ທັງເປັນອັນລວມ ແລະ ບັນຫາຕົ້ນຕໍຢູ່ໃນແຕ່ລະຂົງເຂດສະເພາະ ເຮັດໃຫ້ຄະນະພັກແຕ່ລະຂັ້ນ ພະນັກງານ-ສະມາຊິກແຕ່ລະບ່ອນ ກໍຄືມະຫາຊົນສ່ວນໃຫຍ່ເຫັນແຈ້ງ ແລະ ເຂົ້າໃຈຖືກຕ້ອງສິ່ງທີ່ເກີດຂຶ້ນ ນັບທັງອັນທີ່ຄວນເສີມຂະຫຍາຍ ແລະ ສິ່ງທີ່ຄວນຈໍາກັດແກ້ໄຂ.

# ຂ່າວ & ພາບ : ສີພອນ