ສ້າງ ແລະ ຍົກລະດັບຄຸນທາດການເມືອງໃຫ້ບຸຄະລະກອນສື່ມວນຊົນ

    ກອງປະຊຸມລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ (13/8/1950-13/8/2021) ຈັດຂຶ້ນວັນທີ 12 ສິງຫາ 2021 ຢູ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ເລຂາຄະນະພັກ ລັດຖະມົນຕີກະຊວງ ຖວທ ມີທ່ານ ນາງບົວໄຂ ເພັງພະຈັນ ຄະນະປະຈຳພັກ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ພ້ອມບັນນາທິການຈາກໂທລະພາບ ວິທະຍຸ ແລະ ໜັງສືພິມທຸກຂະແໜງການເຂົ້າຮ່ວມ.

    ທ່ານ ສົມສະຫວາດ ພົງສາ ໄດ້ລາຍງານການເຄື່ອນໄຫວບາງຜົນງານດີເດັ່ນຂອງສື່ມວນຊົນໃນໄລຍະ 1 ປີຜ່ານມາ ໄດ້ປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າ ສຸມທຸກສະຕິປັນຍາ ແລະ ເຫື່ອແຮງຂອງຕົນເຂົ້າໃນວຽກງານການໂຄສະນາເຜີຍແຜ່ຜົນສໍາເລັດວຽກງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປະກອບສ່ວນໂຄສະນາແນວທາງນະໂຍບາຍຕ່າງໆຂອງພັກ ແລະ ລັດ ປຸກລະດົມນໍ້າໃຈຮັກຊາດ ແລະ ຄວາມສາມັກຄີປອງດອງ ຮັກລະບອບໃໝ່ ແລະ ຕ້ານປາກົດການຫຍໍ້ທໍ້ຕ່າງໆ ແລະ ຄວາມເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ເວົ້າລວມ ເວົ້າສະເພາະແມ່ນຄະນະພັກ ຄະນະນໍາກະຊວງ ຖວທ ອັນພົ້ນເດັ່ນທີ່ສຸດ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ເຊິ່ງສະພາບກໍມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເປັນຕົ້ນ ດ້ານເສດຖະກິດ ທ່າມກາງຄວາມສ່ຽງຈາກການຕິດເຊື້ອພະຍາດໂຄວິດ-19 ແຕ່ສື່ມວນຊົນຍັງເຄື່ອນໄຫວເຮັດໜ້າທີ່ປະກອບສ່ວນໂຄສະນາໃຫ້ແກ່ວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງກວ້າງຂວາງ ເລິກເຊິ່ງ ແລະ ທັນສະພາບການ ດ້ວຍການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງພັກ-ລັດ ໄດ້ອໍານວຍຄວາມສະດວກໃຫ້ສື່ມວນຊົນລາວໄດ້ເຄື່ອນໄຫວເຮັດບົດບາດໜ້າທີ່ການເມືອງຂອງຕົນ ແລະ ມີຜົນສໍາເລັດເປັນຢ່າງດີ ສາມາດຕີລາຄາໄດ້ວ່າ: ສື່ມວນຊົນລາວໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງທາງດ້ານປະລິມານ ແລະ ຄຸນນະພາບ ໂດຍມີໂຄງລ່າງພື້ນຖານທີ່ໄດ້ຮັບການພັດທະນາໄປສູ່ຄວາມທັນສະໄໝ ແລະ ຄ່ອຍໆຫັນຈາກລະບົບອານາລ໊ອກໄປສູ່ລະບົບດີຈີຕອນໄດ້ໂດຍພື້ນຖານ ແລະ ການນໍາໃຊ້ເຄືອຂ່າຍອິນເຕີເນັດ ກໍຄືຊ່ອງທາງສື່ສັງຄົມອອນລາຍ ເພື່ອສະໜອງຂໍ້ມູນຂ່າວສານ ແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ ການຊຸກຍູ້ສົ່ງເສີມທຸລະກິດ ສາລະຄວາມຮູ້ ສາລະບັນເທິງໃຫ້ແກ່ສັງຄົມ ບຸຄະລາກອນສື່ມວນຊົນກໍໄດ້ຮັບການພັດທະນາຍົກລະດັບຢ່າງຕໍ່ເນື່ອງ ເຮັດໃຫ້ເນື້ອໃນສາລະຕ່າງໆ ສື່ສິ່ງພິມ ສື່ເອເລັກໂຕຣນິກ ສື່ອອນລາຍ ນັບມື້ເລິກເຊິ່ງແຫຼມຄົມ ແລະ ມີຫຼາຍສີສັນ.

    ພ້ອມດຽວກັນນີ້ ທ່ານ ນາງ ບົວໄຂ ເພັງພະຈັນ ກໍໄດ້ລາຍງານບາງຜົນງານດີເດັ່ນຂອງວຽກງານການພິມຈຳໜ່າຍ ໃນໄລຍະ 1 ປີຜ່ານມາ ໄດ້ເຄື່ອນໄຫວຕາມບົດບາດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ໃນການຄຸ້ມຄອງ ເຜີຍແຜ່ໂຄສະນາກົດໝາຍ ນິຕິກຳ ຕິດຕາມ ກວດກາໂຮງພິມ ຮ້ານພິມ ຮ້ານອອກແບບໂຄສະນາຜ່ານສິ່ງພິມ ຮ້ານຈຳໜ່າຍ ຜູ້ປະກອບການດ້ານວຽກງານການພິມ ວັນນະຄະດີ ຫໍສະໝຸດ ແລະ ແປພາສາຢູ່ພາຍໃນປະເທດ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ ລະບຽບຫຼັກການ ກົດໝາຍວ່າດ້ວຍການພິມຈຳໜ່າຍ ກົດໝາຍວ່າດ້ວຍຫໍສະໝຸດ ແລະ ນິຕິກຳລຸ່ມກົດໝາຍ  ພ້ອມນັ້ນ  ຂະແໜງການພິມຈຳໜ່າຍໄດ້ສ້າງຜະລິດຕະພັນໃໝ່ທີ່ມີຫຼາຍຮູບແບບສີສັນ ສ້າງຄວາມດຶງດູດໃຫ້ແກ່ຜູ້ອ່ານ ຜູ້ຟັງ ຜູ້ຊົມ ນຳໃຊ້ຜະລິດຕະພັນຈຳໜ່າຍ ສາມາດເຮັດໃຫ້ນັກຮຽນ ນັກສຶກສາ ປັນຍາຊົນ ແລະ ປະຊາຊົນ ສາມາດເຂົ້າເຖິງຄວາມຮູ້ຂໍ້ມູນຂ່າວສານຫຼາຍຊ່ອງທາງຂຶ້ນ.

# ຂ່າວ & ພາບ :  ຊິລິການດາ

error: Content is protected !!