ຮອງປະທານ ສປນວ ລົງຕິດຕາມກວດກາສູນຈຳກັດບໍລິເວນ ຫຼັກ 16

    ທ່ານນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ພ້ອມຄະນະ ລົງຕິດຕາມ ກວດກາການຈັດຕັ້ງປະຕິບັດວຽກງານການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ສູນຈຳກັດບໍລິເວນ ຫຼັກ 16 ເມືອງໄຊທານີ ວັນທີ 11 ສິງຫາ 2021 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ໜູກີ ສີຫາລາດ ຄະນະປະຈຳພັກເມືອງ ຮອງເລຂາພັກເມືອງໄຊທານີ ມີຮອງປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ຮອງ​ປະທານ​ຄະນະກຳມະການ​ເສດຖະກິດ ແຜນການ ແລະ ການເງິນ ສະມາຊິກ ສປ ນວ ປະຈຳເຂດເລືອກຕັ້ງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານນາງ ສີດາ ບຸນມາ ຫົວໜ້າຄະນະຈັດຕັ້ງເມືອງໄຊທານີ ຫົວໜ້າສູນຈຳກັດບໍລິເວນ ຫຼັກ 16 ລາຍງານວ່າ: ເມືອງໄຊທານີມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 144 ຄົນ ກວມເອົາ 35 ບ້ານ ແລະ ໄດ້ຮັບການປິ່ນປົວຫາຍດີທັງໝົດແລ້ວ ໂດຍໄດ້ຮັບເອົາແຮງງານລາວທີ່ມາຈາກຕ່າງປະເທດ ແລະ ຕ່າງແຂວງ ເຂົ້າສູນຈຳກັດບໍລິເວນ 3 ແຫ່ງ ຄື: ສູນຈຳກັດບໍລິເວນ ມສ ໂຄກສີວິໄລ ສະໜາມກີລາແຫ່ງຊາດ ຫຼັກ 16 ແລະ ສະໜາມກີລາມະຫາວິທະຍາໄລແຫ່ງຊາດລາວ ນັບແຕ່ທ້າຍເດືອນກໍລະກົດ 2021 ເປັນຕົ້ນມາ ສູນຈຳກັດບໍລິເວນ ຫຼັກ 16 ມີແຮງງານສະສົມ 409 ຄົນ ກວດພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 59 ຄົນ ເຊິ່ງໄດ້ນຳສົ່ງໄປປິ່ນປົວຢູ່ໂຮງໝໍຮຽບຮ້ອຍແລ້ວ ໄລຍະຜ່ານມາ ໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ເປັນຕົ້ນ ອາຫານ ນ້ຳດື່ມ ຜ້າອັດປາກ-ດັງ ອຸປະກອນການແພດ ແລະ ເຄື່ອງໃຊ້ຈຳເປັນຈຳນວນໜຶ່ງ ແຕ່ບໍ່ສາມາດຕອບສະໜອງຄວາມຕ້ອງການຂອງແຮງງານໄດ້ ນອກນີ້ ຍັງໄດ້ສະເໜີບາງບັນຫາຕໍ່ຄະນະລົງເຮັດວຽກ ໂດຍສະເພາະ ດ້ານງົບປະມານຮັບໃຊ້ຢູ່ສູນບໍ່ພຽງພໍ ການແຈ້ງຈຳນວນແຮງງານເຂົ້າມາສູນຍັງບໍ່ຊັດເຈນ ເຮັດໃຫ້ການກະກຽມສະຖານທີ່ບໍ່ທ່ວງທັນ ແລະ ເກີດຄວາມແອອັດຢູ່ແຕ່ລະຫ້ອງ ຂາດເຂີນດ້ານອຸປະກອນຮັບໃຊ້ໃນຊີວິດປະຈຳວັນ ອຸປະກອນການແພດ ອາຫານ ນ້ຳດື່ມ ແລະ ການນຳສົ່ງຄົນເຈັບທີ່ຕິດເຊື້ອໂຄວິດ-19 ໄປປິ່ນປົວຢູ່ໂຮງໝໍ ຍັງຊັກຊ້າ.

    ໂອກາດນີ້ ທ່ານຮອງປະທານ ສປ ນວ ກໍໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ບຸກຄະລາກອນທີ່ຮັບຜິດຊອບເບິ່ງແຍງແຮງງານທັງໝົດໃນສູນຈຳກັດບໍລິເວນແຕ່ລະແຫ່ງ ໂດຍສະເພາະ ແຮງງານລາວທີ່ເຂົ້າສູນຈຳກັດບໍລິເວນ ທີ່ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ຄວາມປອດໄພໃນການຮັກສາຊັບສິນສ່ວນຕົວ ແລະ ບັນຫາຫຍຸ້ງຍາກຈຳນວນໜຶ່ງ ພ້ອມນີ້ ທ່ານຍັງໄດ້ຮັບເອົາຄຳສະເໜີດັ່ງກ່າວໄປລາຍງານຕໍ່ຂັ້ນເທິງ ເພື່ອຄົ້ນຄວ້າຊອກຫາວິທີແກ້ໄຂໃນຕໍ່ໜ້າ ຈາກນັ້ນ ກໍໄດ້ລົງຕິດຕາມເບິ່ງສະຖານທີ່ຕົວຈິງ ນອກນີ້ຍັງໄດ້ໄປຄິດຕາມຢູ່ສູນຈໍາກັດບໍລິເວນມະຫາວິທະຍາໄລແຫ່ງຊາດລາວ ແລະ ສູນຈຳກັດບໍລິເວນສູນກີລາຫ້ວຍຫົງ ເມືອງຈັນທະບູລີ ຕື່ມອີກ.

ຂ່າວ-ພາບ :  ສະບາໄພ

error: Content is protected !!