ປະກາດເມືອງຈັນທະບູລີເປັນເມືອງ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ ແລະ 4 ບຸກ ຂອງຄະນະຊາວ ໜຸ່ມ ປປລ

    ພິທີປະກາດເມືອງຈັນທະບູລີ ເປັນເມືອງ 3 ດີ 4 ຮູ້ ຮອບທີ III ຂອງເຍົາວະຊົນທັນວາ ແລະ 4 ບຸກ ຮອບທີ VI ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ປປລ) ຈັດຂຶ້ນວັນທີ 12 ສິງຫາ 2021 ເປັນປະທານຂອງທ່ານ ພູທົງ ສຸວັນທອງ ເລຂາຄະນະຊາວໜຸ່ມ ປປລ ເມືອງຈັນທະບູລີ ມີທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທ່ານນາງ ລັດດາພອນ ປອນສາຍຄຳ ຮອງເລຂາຄະນະຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະບໍລິຫານງານຊາວໜຸ່ມເມືອງ ເລຂາຊາວໜຸ່ມ ຜູ້ຮັບຜິດຊອບວຽກງານເຍົາວະຊົນທົ່ວເມືອງຈັນທະບູລີເຂົ້າຮ່ວມ.

    ທ່ານ ພູທົງ ສຸວັນທອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 4 ຮູ້ ແລະ 4 ບຸກ ປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ໃນ 1 ປີຜ່ານມາ ຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງຈັນທະບູລີໄດ້ລົງຊຸກຍູ້ສ້າງຕັ້ງໜ່ວຍຊາວໜຸ່ມໄດ້ 3 ໜ່ວຍຄື: ໜ່ວຍຊາວໜຸ່ມໂຮງຮຽນຮວງເຂົ້າ ໂຮງຮຽນສະບາຍດີ ໂຮງຮຽນວົງຄຳສີ ແລະ ໄດ້ປັບປຸງໜ່ວຍຊາວໜຸ່ມຢູ່ຂັ້ນບ້ານໄດ້  3  ໜ່ວຍຄື:  ໜ່ວຍຊາວໜຸ່ມບ້ານໜອງທາເໜືອ ບ້ານໂພນຕ້ອງຈອມມະນີ ແລະ ຊາວໜຸ່ມບ້ານດົງປ່າແຫຼບ ພ້ອມນັ້ນ ກໍໄດ້ເອົາໃຈໃສ່ຊຸກຍູ້ນຳພາຂະຫຍາຍມະຫາຊົນກ້າວໜ້າເຂົ້າໃນການຈັດຕັ້ງຊາວໜຸ່ມ ປປລ ຄື: ໄດ້ເລື່ອນເຍົາວະຊົນທີ່ອາຍຸພົ້ນກະສຽນ ເຂົ້າເປັນສະມາຊິກຊາວໝຸ່ມ ປປລ ຈຳນວນ 290 ສະຫາຍ ຍິງ 141 ສະຫາຍ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ ປປລ ຈຳນວນ 447 ສະຫາຍ ຍິງ 216 ສະຫາຍ ໄດ້ອະນຸມັດສະມາຊິກຊາວໜຸ່ມທີ່ພົ້ນກະສຽນທັງໝົດ 42 ສະຫາຍ ຍິງ 29 ສະຫາຍ ໄດ້ກໍ່ສ້າງສະມາຊິກຊາວໜຸ່ມທີ່ເປັນມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກໄດ້ 26 ສະຫາຍ ຍິງ 12 ສະຫາຍ.  ພ້ອມນັ້ນ  ໄດ້ລົງຊຸກຍູ້  ແລະ ສ້າງຕັ້ງກອງເຍົາວະຊົນທັນວາໃໝ່ໄດ້ 1 ໂຮງຮຽນຄື: ໂຮງຮຽນຮວງເຂົ້າ ແລະ ຍັງໄດ້ເອົາໃຈໃສ່ນຳພາຂະຫຍາຍມະຫາຊົນກ້າວໜ້າ ເຂົ້າໃນການຈັດຕັ້ງຂອງກອງເຍົາວະຊົນທັນວາ ຄື: ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກອະນຸຊົນຈຳນວນ 876 ນ້ອງ ຍິງ 445 ນ້ອງ ໄດ້ເລື່ອນອະນຸຊົນເຂົ້າເປັນສະມາຊິກເຍົາວະຊົນທັນວາຈຳນວນ 900 ນ້ອງ ຍິງ 399 ນ້ອງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກເຍົາວະຊົນຈຳນວນ 85 ນ້ອງ ຍິງ 46 ນ້ອງ.

# ຂ່າວ & ພາບ :  ຊິລິການດາ

error: Content is protected !!