ລັດວິສາຫະກິດໂຮງພິມແຫ່ງລັດ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ນໍາເອົາປຶ້ມເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເຊິ່ງເປັນບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຈຳນວນ 140 ຫົວ ມອບໃຫ້ຄະນະໂຄສະນາອົບຮົມສູນກາງພັກ.

ພິທີມອບ ຈັດຂຶ້ນວັນທີ 11 ສິງຫາ 2021 ທີ່ສຳນັກງານຂອງຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6) ກ່າວມອບໂດຍທ່ານ ໄມອ່ອນ ທຳມະວົງ ຜູ້ອຳນວຍການລັດວິສາຫະກິດໂຮງພິມແຫ່ງລັດ ແລະ ກ່າວຮັບໂດຍທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ປຶ້ມຈໍານວນດັ່ງກ່າວ ແມ່ນວາລະສານອາລຸນໃໝ່ ເຊິ່ງເປັນວາລະສານທິດສະດີ ແລະ ພຶດຕິກໍາຂອງພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດພິມແບບຕົ້ນສະບັບ ໂດຍແມ່ນໂຮງພິມແຫ່ງລັດເປັນຜູ້ອຸປະຖຳພິມບໍ່ຄິດໄລ່ລາຄາ ເພື່ອເປັນການປະກອບສ່ວນພິມ ແລະ ສະໜອງເອກະສານທີ່ສຳຄັນຂອງພັກໃຫ້ຄະນະໂຄສະນາອົບຮົມສູນກາງພັກ ເພື່ອນຳໄປແຈກຢາຍໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄວ້ເປັນຂໍ້ມູນສຶກສາຄົ້ນຄວ້າໃນຕໍ່ໜ້າ.
ຂ່າວ-ພາບ : ສົມສະຫວັນ