ຮອງປະທານສະພາ ຢ້ຽມຢາມສູນຈໍາກັດບໍລິເວນ ມສ ປາກຕອນ

    ທ່ານ ນາງ ລໍາພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ວັນທີ 12 ສິງຫາ 2021 ຖືກຕ້ອນຮັບຈາກທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງທອງ ພ້ອມດ້ວຍຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວະດ-19 ເມືອງສັງທອງ ແລະ ໜ່ວຍງານກ່ຽວຂ້ອງ.

    ການເຄື່ອນໄຫວຄັັ້ງນີ້ ໄດ້ຢ້ຽມຢາມສູນຈໍາກັດບໍລິເວນໂຮງຮຽນມັດທະຍົມສົມບູນປາກຕອນ ເຊິ່ງທ່ານ ເຈົ້າເມືອງໄດ້ລາຍງານສະພາບການປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ພາຍໃນເມືອງສັງທອງ. ຈາກນັ້ນທ່ານ ນາງ ລໍາພອຍ ສີອັກຄະຈັນ ໄດ້ມີຄໍາເຫັນ ແລະ ມອບຜ້າອັດປາກ-ອັດດັງ 100 ກັບ ນໍ້າດື່ມ 100 ແພັກ ເຫຼົ້າ 90 ຈໍານວນ 25 ລິດ ແລະ ມຸ້ງ 100 ດາງ ມູນຄ່າ 9 ລ້ານກວ່າກີບ ເຊິ່ງເຄື່ອງທີ່ມອບນີ້ ແມ່ນໄດ້ຮັບການປະກອບສ່ວນຈາກທ່ານນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ສໍາປະທານສວນວັດທະນະທຳຊຽງຄວນ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ທ່ານນາງ ອໍລະໄທ ສັນຕິຄົງຄາ ປະທານບໍລິສັດ ກຣິດຕະພົງກຣຸບ ຈໍາກັດ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!