ມສ ວຽງຈັນ ປະເມີນຜົນການສິດສອນໄລຍະຜ່ານມາ ພ້ອມປະກາດຮັບສະໝັກນັກຮຽນ

    ລະຫວ່າງວັນທີ 26 ກໍລະກົດ ຫາ ວັນທີ 6 ສິງຫາ 2021 ຜ່ານມາ ໂຮງຮຽນ ມສ ວຽງຈັນ ທາງຄະນະຜູ້ບໍລິຫານການສຶກສາໂຮງຮຽນ ໄດ້ຈັດການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງຄູປະຈໍາສົກຮຽນ 2020-2021 ໃນວັນທີ 2 ສິງຫາ 2021 ໄດ້ຈັດການປະເມີນຄູສອນວິຊາຄະນິດສາດ ແລະ ພາສາອັງກິດ ວັນທີ 3 ສິງຫາ 2021 ຈັດກອງປະຊຸມປະເມີນຜົນ ການປະຕິບັດວຽກງານຂອງຄູປະຈໍາສົກຮຽນ 2020-2021 ໄດ້ຈັດການປະເມີນຜົນໃນສອງກຸ່ມ ຄື: ກຸ່ມທີ 1  ຈຸງານພາສາລາວ-ວັນນະຄະດີ ແລະ ຈຸງານອານຸບານ-ລ້ຽງເດັກ ກຸ່ມທີ 2 ຈຸງານຟີຊິກສາດ ແລະ ຈຸງານສຶກສາພົນລະເມືອງ.

    ເປົ້າໝາຍຫຼັກ ເພື່ອປັບປຸງການສິດສອນໃຫ້ສອດຄ່ອງກັບສະພາບເງື່ອນຄວາມເປັນຈິງໃນແຕ່ລະໄລຍະ ເພື່ອຮັບປະກັນໃຫ້ແກ່ ການຮຽນ-ການສອນໃນແຕ່ລະສົກຮຽນ ແລະ ຫຼ້າສຸດ ໃນວັນທີ 10 ສິງຫາ 2021 ຜ່ານມາ ເພື່ອເຮັດໃຫ້ຜົນການສິດສອນຮ່ຳຮຽນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ເກີດປະໂຫຍດສູງສຸດ ທັງຮັບປະກັນປະສິດທິພາບໃນການສີດສອນຂອງຄູ-ອາຈານ ແລະ ການຮຽນຂອງນັກຮຽນ ທາງຄະນະຜູ້ບໍລິຫານການສຶກສາໂຮງຮຽນ ມສ ວຽງຈັນ ໄດ້ເຊີນຄະນະຜູ້ບໍລິຫານສະມາຄົມ ພໍ່ແມ່ນັກຮຽນ ແລະ ເຊີນຜູ້ປົກຄອງນັກຮຽນ ມາຮ່ວມກອງປະຊຸມປຶກສາຫາລືການຮຽນ-ການສອນແບບມີສ່ວນຮ່ວມ ລະຫວ່າງໂຮງຮຽນ ແລະ ຄອບຄົວ ເພື່ອມາປຶກສາຫາລືກັນ ກ່ຽວກັບການຮຽນ-ການສອນໃນໄລຍະຜ່ານມາ ເຫັນວ່າມີຈຸດອ່ອນ ແລະ ຂໍ້ຄົງຄ້າງໃດທີ່ຈະຕ້ອງຮີບດ່ວນໄດ້ປັບປຸງແກ້ໄຂ ແລະ ອັນໃດທີ່ຈະຕ້ອງສືບຕໍ່ເສີມຂະຫຍາຍ ເພື່ອເປັນບົດຮຽນໃນສົກຮຽນຕໍ່ໄປ.

    ພ້ອມດຽວກັນ ທາງໂຮງຮຽນຍັງໄດ້ອອກປະກາດແຈ້ງການເຖິງຜູ້ປົກຄອງ ແລະ ນ້ອງນັກຮຽນຊັ້ນ ປ5 ແລະ ມ4 ໃນສົກຮຽນ 2021-2022 ທາງໂຮງຮຽນ ມສ ວຽງຈັນ ຈະເປີດຂາຍຮັບຄຳຮ້ອງສອບເສັງຄັດເລືອກເຂົ້າຮຽນຊັ້ນ ມ1 ແລະ ມ5 ໃນລະຫວ່າງວັນທີ 11-18 ສິງຫາ 2021 ເປັນຕົ້ນໄປ ແລະ ທາງໃນໂຮງຮຽນໄດ້ແຈ້ງວິຊາ ແລະ ວັນເວລາໃນການສອບເສັງຄັດເລືອກ ຄື: ວັນທີ 19 ສິງຫາ 2021 ສອບເສັງຄັດເລືອກນັກຮຽນເຂົ້າຮຽນຊັ້ນ ມ5 ວິຊາທີເສັງມີ 5 ວິຊາຄື: ພາສາລາວ-ວັນນະຄະດີ ຄະນິດສາດ ຟີຊິກສາດ+ເຄມີສາດ ແລະ ພາສາອັງກິດ.

    ສຳລັບວັນທິ 20 ສິງຫາ 2021 ສອບເສັງຄັດເລືອກນັກຮຽນເຂົ້າຮຽນຊັ້ນ ມ1 ວິຊາທີເສັງມີ 4 ວິຊາ ຄື: ພາສາລາວ-ວັນນະຄະດີ ຄະນິດສາດ ໂລກອອ້ມໂຕ ແລະ ພາສາອັງກິດ.

    ເອກະສານຕິດຄັດ ມີຮູບຂະໜາດ 3×4 ຈຳນວນ 2 ໃບ ພ້ອມກອບປີ້ບັດເຂົ້າຫ້ອງສອບເສັງຈົບຊັ້ນ ປ5 (ສຳລັບນັກຮຽນ ມ1) ແລະ ກອບປີ້ບັດເຂົ້າຫ້ອງສອບເສັງຈົບຊັ້ນ ມ4 (ສຳລັບນັກຮຽນ ມ5).

    ດັ່ງນັ້ນ ຈຶ່ງແຈ້ງມາຍັງນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນທີ່ສົນໃຈຢາກເຂົ້າມາຮຽນຢູ່ໂຮງຮຽນ ມສ ວຽງຈັນ ໃນສົກຮຽນ 2021-2022 ຊາບທົ່ວເຖິງກັນ.

# ຂ່າວ & ພາບ: ບຸນມີ ສີວິໄລ

error: Content is protected !!