ກວດພົບຜູ້ຕິດເຊື້ອໂຄວິດເພີ່ມ 202 ກໍລະນີ ແລະ ມີຜູ້ເສຍຊີວິດໃໝ່ 1 ກໍລະນີ

    ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວປະຈໍາວັນທີ 12 ສິງຫາ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນຜ່ານມາ ໄດ້ກວດວິເຄາະທັງໝົດ 2.​413 ຕົວຢ່າງ ຜົນການວິໄຈ ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ (+202) ກໍລະນີ  (+190) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ (+12) ກໍລະນີຊຸມຊົນທີ່ໄດ້ມີການສຳພັດກັບຜູ້ຕິດເຊື້ອຜ່ານມາ ແລະ ລວມສະຖິຕິຜູ້ຕິດເຊື້ອທັງໝົດ (9.​363) ກໍລະນີຄື:

    1. ນະຄອນຫຼວງວຽງຈັນ (+35) ກໍລະນີທີ່ປະກອບດ້ວຍ (+34) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ (+1) ກໍລະນີຊູມຊົນ ຜູ້ໃກ້ຊິດຕິດເຊື້ອຜ່ານມາ ຈາກຈຳນວນການວິເຄາະທັງໝົດ 685 ຕົວຢ່າງ

    2. ແຂວງວຽງຈັນ (+2) ກໍລະນີຊູມຊົນ ຜູ້ໃກ້ຊິດຕິດເຊື້ອຜ່ານມາ

    3. ແຂວງບໍລິຄຳໄຊ (+3) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ

    4. ແຂວງສະຫວັນນະເຂດ (+33) ກໍລະນີ (+27) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ (+6) ກໍລະນີຊູມຊົນທີ່ມີການສຳຜັດກັບຜູ້ຕິດເຊື້ອຜ່ານມາ ຈາກຈຳນວນການວິເຄາະທັງໝົດ 325 ຕົວຢ່າງ

    5.​ ແຂວງສາລະວັນ (+8) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ

    6. ແຂວງເຊກອງ (+1) ກໍລະນີຊຸມຊົນທີ່ມີການສຳຜັດກັບຜູ້ຕິດເຊື້ອຜ່ານມາ

    7. ແຂວງຈຳປາສັກ (+120) ກໍລະນີ (+118) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ (+2) ກໍລະນີຊູມຊົນທີ່ມີການສຳຜັດກັບຜູ້ຕິດເຊື້ອຜ່ານມາ ຈາກຈຳນວນການວິເຄາະທັງໝົດ 861 ຕົວຢ່າງ ລວມຜູ້ທີ່ຍັງຮັບການປິ່ນປົວ 4.​087 ກໍລະນີ ປິ່ນປົວຫາຍດີວັນນີ້ 214 ກໍລະນີ ລວມສະຖິຕິຜູ້ທີ່ປິ່ນປົວຫາຍດີທັງໝົດ ແລະ ອອກຈາກໂຮງໝໍແລ້ວຈຳນວນ 5.​267 ກໍລະນີ ເສຍຊີວິດ (+1) ກໍລະນີ (ໃໝ່) ເພດຍີງ 28 ປິ ອາຊີບກຳມະກອນຢູ່ ເມືອງໂຂງ ແຂວງຈຳປາສັກ (ແມ່ມານ 5 ເດືອນ ແລະ ຕິດເຊື້ອມາຈາກປະເທດໄທ ແລະ ລວມສະຖິຕິຈຳນວນຜູ້ເສັຍຊີວິດ 9 ກໍລະນີ).

# ຂ່າວ & ພາບ :  ລັດເວລາ

error: Content is protected !!