ບໍ່ຄຳ-ທອງເຊໂປນ ປອດເຊື້ອພະຍາດໂຄວິດ-19
ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ເດີນທາງໄປຢ້ຽມຢາມເມືອງວິລະບູລີ ເພື່ອ ກວດກາມາດຕະການຮັບມືກັບການລະບາດຂອງພະຍາດໂຄວິດ-19 ວັນທີ 21 ກັນຍາ 2021 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ ແລະ…
ກຸ່ມລົດຕູ້ສາມັກຄີເມືອງຫົງສາ ມອບອຸປະກອນສົມທົບສ້າງສະໂມສອນກອງບັນຊາການທະຫານເມືອງ
ກຸ່ມລົດຕູ້ສາມັກຄີເມືອງຫົງສາ ແຂວງໄຊຍະບູລີ ນໍາໂດຍທ່ານ ອາລຸນ ວັນນະຜະຜົນ ພ້ອມດ້ວຍສະ ມາຊິກ ນໍາເອົາຊີມັງ 6 ໂຕນ ແລະ ເຫຼັກເສັ້ນຈຳນວນໜຶ່ງ ລວມມູນຄ່າ 8.500.000 ກີບ ໄປມອບໃຫ້ກອງບັນຊາການທະຫານເມືອງຫົງສາ…
ກວດພົບຜູ້ຕິດເຊື້ອໂຄວິດໃໝ່ທັງໝົດ 694 ກໍລະນີ ໃນນີ້ຕິດໃນຊຸມຊົນ 666 ຄົນ
ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວໃນວັນທີ 23 ກັນຍາ 2021 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ…
ໂຄວິດ-19 ສົ່ງຜົນກະທົບຕໍ່ການຮຽນ-ການສອນຂອງນັກຮຽນ ແລະ ຄູ-ອາຈານ
ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການຮຽນການສອນພາກປົກກະຕິຂອງນັກຮຽນ ແລະ ຄູ-ອາຈານໃນທຸກຊັ້ນ ທຸກສາຍ ຂອງຂະແໜງການສຶກສາ ຊຶ່ງປັດຈຸບັນ ໄດ້ມີການຫັນປ່ຽນຮູບແບບການຮຽນ-ການສອນ ສົ່ງຄວາມຮູ້ໃຫ້ນັກຮຽນຜ່ານທາງອອນລາຍ. ທ່ານ ນາງ ມະນີວອນ ພະໄຊຍະວົງ ຮອງຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ…
ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ຊີ້ນຳວຽກງານຕ້ານພະຍາດໂຄວິດ
ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານດ້ານຕ່າງໆທີ່ເມືອງວິລະບູລີ ໃນວັນທີ 21 ກັນຍາ 2021 ໂດຍສະເພາະ ໄດ້ລົງເບິ່ງສະຖານທີ່ຕົວຈິງທີ່ຈະໃຊ້ເປັນໂຮງໝໍພາກສະໜາມ ແລະ ໃຊ້ເປັນສູນກັກກັນສຳລັບການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ທາງບໍລິສັດ…
ຄໍາມ່ວນ ຖືເອົາວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ເປັນບັ້ນຮົບໜຶ່ງຂອງແຂວງ
ທ່ານ ພັທ ສົມພານ ເມືອງຈັນ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຄໍາມ່ວນ ຄະນະສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 (ຜູ້ຊີ້ນໍາກໍາລັງປ້ອງກັນ) ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວປະຈໍາແຂວງຄໍາມ່ວນວ່າ: ໂດຍປະຕິບັດຕາມຄໍາສັ່ງເລກທີ 08 ຂອງທ່ານເຈົ້າແຂວງຄໍາມ່ວນ…
ສືບຕໍ່ຮ່ວມມືກັນ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ-19
ຜ່ານການຈັດຕັ້ງປະຕິບັດນັບແຕ່ມື້ລ໋ອກດາວພາຍໃນນະຄອນຫຼວງວຽງຈັນ ແຕ່ວັນທີ 20 ກັນຍາ 2021 ຈົນເຖິງປັດຈຸບັນ ໂດຍລວມເຫັນວ່າ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ມີການປັບຕົວເຂົ້າ ກັບສະຖານະການ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນໂຄວິດ-19 ໂດຍສະເພາະ ຄຳສັ່ງຂອງທ່ານນາຍົກ ກໍຄືເຈົ້າຄອງນະຄອນຫຼວງ ເຮັດໃຫ້ສະພາບບັນຍາກາດໂດຍລວມ…
ຄວາມຄືບໜ້າການກໍ່ສ້າງຫ້ອງການ ຖວທ ເມືອງຫົງສາ
ເພື່ອຈັດຕັ້ງປະຕິບັດຕາມສັນຍາຮັບເໝົາ ໂຄງການກໍ່ສ້າງຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງຫົງສາ ແຂວງໄຊຍະບູລີ ໃຫ້ມີຄວາມຖືກຕ້ອງ ສອດຄ່ອງຕາມລະບຽບຫຼັກການ ໃນວັນທີ 21 ກັນຍາ 2021 ຄະນະກໍາມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ…
ADB ຄາດການຂະຫຍາຍຕົວດ້ານເສດຖະກິດປະເທດກຳລັງພັດທະນາໃນອາຊີ ປະມານ 7,1%
ອີງຕາມບົດລາຍງານເສດຖະກິດອັນສຳຄັນຂອງທະນາຄານພັດທະນາອາຊີ (ADB) ໃນຫົວຂໍ້ທີ່ວ່າ: ການຄາດຄະເນການພັດທະນາຂອງອາຊີປະຈຳປີ 2021 ໃຫ້ຮູ້ວ່າ: ອັດຕາການເຕີບໂຕຂອງປະເທດທີ່ກຳລັງພັດທະນາໃນອາຊີ ຄາດວ່າຈະຢູ່ທີ່ 7,1% ໃນປີ 2021 ນີ້ ເຊິ່ງທຽບກັບອັດຕາ 7,3% ທີ່ໄດ້ຄາດຄະເນໄວ້ໃນເດືອນເມສາທີ່ຜ່ານມາ…