ລາວ​ໄດ້​ຮັບ​ການ​ຊ່ວຍ​ເຫຼື​ອວັກ​ຊິນ Sputnik light ຈາກ​ຣັດ​ເຊຍ

    ພີ​ທີ​ມອບ-ຮັບ​ວັກ​ຊິນ​ສະ​ປຸດ​ນິກ ​ໄລ (Sputnik light) ຈັດ​ຂຶ້ນ​ວັນ​ທີ 6 ຕຸລາ 2021 ທີ່ກະຊວງ​ສາທາລະນະ​ສຸກ ​ມອບ​ໂດຍ​ທ່ານ ວະລາດີເມຍ ກາລີນິນ ​ເອກອັກ​ຄະ​ລັດຖະທູດສະຫະພັນຣັດ​ເຊຍ​ປະຈຳ ສປປ ລາວ ກ່າວ​ຮັບ​ໂດຍ​ທ່ານ ບຸນ​ແຝງ ພູມ​ມະ​ໄລ​ສິດ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ມີ​ພະນັກງານ​ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

    ວັນ​ຊິນ​ທີ່​ໄດ້​ຮັບຄັ້ງ​ນີ້ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ລັດຖະບານ​ສະຫະພັນຣັດ​ເຊຍຈໍານວນ 30.000 ​ໂດ​ສ ເພື່ອ​​ນຳ​ໃຊ້​ເຂົ້າ​ໃນ​ການ​ສ້າງ​ພູມ​ຄຸ້ມ​​ກັນ​​ໃຫ້ແກ່​ສຸຂະພາບ​ຂອງ​ປະຊາຊົນ​​ ເພື່ອປ້ອງ​ກັນ ຕ້ານ ​ແລະ ສະກັດ​ກັ້ນ​ພະຍາດ​ໂຄ​ວິດ-19 ​ໃຫ້​ທົ່ວ​ເຖິງ ​ເຊິ່ງ​ໄລຍະ​ຜ່ານ​ມາ ສປປ ລາວ ​ໄດ້​ຮັບ​ຈາກ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວັກ​ຊິນ​ຈາກ​ຫຼາຍ​ປະ​ເທດມາ​ແລ້ວ ​ແລະ ສັກ​ໃຫ້​ປະຊສາ​ຊົນ​ໄປ​ແລ້ວ​ຈຳນວນ​ໜຶ່ງ.

​    ໂອກາດດັ່ງກ່າວ ​ທ່ານ ​ບຸນ​ແຝງ ພູມ​ມະ​ໄລ​ສິດ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ທ່ານ ວະລາດີເມຍ ກາລີນິນ ກໍ​ຄື​ລັດຖະບານຂອງ​ສະຫະພັນຣັດ​ເຊຍ​ ທີ່​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ຕໍ່ສຸຂະພາບ​ຂອງປະຊາຊົນລາວ ​ເພື່ອ​ໃຫ້​ຫຼຸດຜ່ອນ​ການ​ຕິດ​ເຊື້ອ​ໂຄ​ວິດ-19  ​​ແລະ ຈະ​ນຳ​ເອົາ​ວັກ​ຊິນ​ໄປ​ສັກ​ໃຫ້​ກັບ​ປະຊາຊົນ​ກຸ່ມ​ເປົ້າ​  ໝາຍ​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!