ກວດພົບຜູ້ຕິດເຊື້ອໃນຊຸມຊົນ 404 ກໍລະນີວັນນີ້ໃນລາວ

   ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ    ຖະແຫຼງຂ່າວປະຈໍາວັນທີ 7 ຕຸລາ ປີ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 6 ຕຸລາ 2021 ຜ່ານມາ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4.965 ຕົວຢ່າງ ຜົນກວດວິເຄາະພົບຜູ້ຕິດເຊື້ອໃໝ່ທັງໝົດ 414 ຄົນ ໃນນັ້ນຕິດເຊື້ອໃນຊຸມຊົນ  404 ຄົນ ແລະ ຕິດເຊື້ອນໍາເຂົ້າ 10 ຄົນ ໃນນີ້ກວດພົບການຕິດເຊື້ອໃນຊຸມຊົນ ສະເພາະນະຄອນຫຼວງວຽງຈັນທັງໝົດ 146 ຄົນໃນ  7 ເມືອງ ຂອງ 59 ບ້ານ ຄື: ເມືອງຈັນທະບູລີ 7 ບ້ານ (25 ຄົນ) ເມືອງສີໂຄດຕະບອງ 12 ບ້ານ (21 ຄົນ) ເມືອງໄຊເສດຖາ 7 ບ້ານ (20 ຄົນ) ເມືອງສີສັດຕະນາກ 5 ບ້ານ (19 ຄົນ) ເມືອງນາຊາທອງ 9 ບ້ານ (28 ຄົນ) ເມືອງໄຊທານີ 14 ບ້ານ (17 ຄົນ) ເມືອງຫາດຊາຍຟອງ 5 ບ້ານ (10 ຄົນ) ແລະຍັງສືບຕໍ່ເອົາຂໍ້ມູນຕື່ມ 6 ຄົນ ສຳລັບຕ່າງແຂວງມີແຂວງຫຼວງພະບາງ: 143 ຄົນ ສະຫວັນນະເຂດ: 54 ຄົນ ບໍລິຄຳໄຊ: 23 ຄົນ ໄຊສົມບູນ: 9 ຄົນ ຄໍາມ່ວນ 7 ຄົນ ສາລະວັນ 4 ຄົນ ແຂວງວຽງຈັນ ບໍ່ແກ້ວ ແລະ ຈໍາປາສັກແຂວງລະ: 6 ຄົນ.​

    ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີ 10 ຄົນຄື: ສາລະວັນ 5 ຄົນ ສະຫວັນນະເຂດ 3 ຄົນ ແລະ ແຂວງຈໍາປາສັກ 2 ຄົນ ມາຮອດວັນທີ 6 ຕຸລາ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມ 26.876  ຄົນ ເສຍຊີວິດສະສົມ 23  ປິ່ນປົວດີ ແລະ ໄດ້ກັບບ້ານໃນວັນທີ 6 ຕຸລາຜ່ານມາມີ 304  ຄົນ ແລະ ຍັງສືບຕໍ່ປິ່ນປົວ 6.393  ຄົນ. 

# ຂ່າວ & ພາບ : ລັດເວລາ

error: Content is protected !!