ນາຍົກລັດຖະມົນຕີ ເນັ້ນໃຫ້ສື່ມວນຊົນສືບຕໍ່ເປັນຂົວຕໍ່ທີ່ດີໃນການສ້າງຄວາມເຂົ້າໃຈແກ່ປະຊາຊົນ

    ວັນທີ 6 ຕຸລາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມກັບສື່ມວນຊົນລາວໃນທົ່ວປະເທດໂດຍຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້ “ການແກ້ໄຂພະຍາດໂຄວິດ-19” ເພື່ອແລກປ່ຽນຄວາມຄິດເຫັນ ແລະ ບາງບັນຫາທີ່ປິ່ນອ້ອມກ່ຽວກັບການລະບາດຂອງພະຍາດໂຄວິດ-19 ກັບສື່ມວນຊົນ ເພື່ອໃຫ້ສື່ມວນຊົນນຳເອົາຂໍ້ມູນຂ່າວສານຕ່າງໆ ໄປເຜີຍແຜ່ໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈສະພາບຄວາມເປັນຈິງຂອງການລະບາດຂອງພະຍາດດັ່ງກ່າວຢູ່ໃນໂລກ ພາກພື້ນ ກໍຄືຢູ່ ສປປ ລາວ ລວມມີ 4 ຈຸດສໍາຄັນໃຫຍ່ ຄື: ສະພາບຄວາມຮຸນແຮງຂອງພະຍາດໂຄວິດ-19, ຜົນກະທົບດ້ານຕ່າງໆ, ການສະກັດກັ້ນ ແລະ ຕໍ່ຕ້ານກກັບພະຍາດໂຄວິດ-19 ໃນໄລຍະຜ່ານມາ ປັດຈຸບັນ ແລະ ຕໍ່ໜ້າ ແລະ ການດຳລົງຊີວິດປົກກະຕິແບບໃໝ່ ຫຼື New Normal.

    ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງສະພາບຄວາມຮຸນແຮງຂອງພະຍາດໂຄວິດ-19 ເຮັດໃຫ້ສົ່ງຜົນກະທົບ ຫຼື ສ້າງຄວາມເສຍຫາຍຮ້າຍແຮງໃຫ້ແກ່ມະນຸດ ເນື່ອງຈາກເຮັດໃຫ້ມີຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຫຼາຍລ້ານຄົນໃນທົ່ວໂລກ ພ້ອມກັນນີ້ ຍັງສົ່ງຜົນກະທົບໃຫ້ເສດຖະກິດໂລກ ກໍຄືເສດຖະກິດຂອງແຕ່ລະປະເທດຂະຫຍາຍຕົວຊ້າລົງ ເຮັດໃຫ້ປະເທດຕ່າງໆໃນໂລກ ແລະ ວົງຄະນະຍາດສາກົນ ໄດ້ຮ່ວມກັນສະກັດກັ້ນ ແລະ ຕ້ານສຸດຄວາມສາມາດ ແຕ່ປັດຈຸບັນ ຍັງບໍ່ທັນສາມາດປາບປາມໄດ້ສຳເລັດ ແລະ ຍັງມີທີທ່າອ່ຽງຈະສືບຕໍ່ຂະຫຍາຍຕົວຕໍ່ໄປ ເນື່ອງຈາກການຕິດເຊື້ອສະສົມເພີ່ມຂຶ້ນແຕ່ລະມື້ຢູ່ໃນແຕ່ລະປະເທດ ແຕ່ເຖິງຢ່າງໃດກໍຕາມ ວົງຄະນາຍາດສາກົນ ແລະ ບັນດາປະເທດ ກໍໄດ້ສຸມສະຕິປັນຍາຄົ້ນຄວ້າວິໄຈ ວາງມາດຕະການຕ່າງໆເພື່ອປ້ອງກັນພະຍາດດັ່ງກ່າວ ໂດຍສະເພາະ ການຄົ້ນຄວ້າຜະລິດຢາວັກຊິນເພື່ອສັກໃຫ້ປະຊາຊົນ ຄົ້ນຄວ້າຫາວິທີການກວດຫາເຊື້ອ ການຕິດເຊື້ອ ວິໄຈ ແລະ ຜະລິດຢາປິ່ນປົວ ກຳນົດມາດຕະການໃນການປິດເມືອງປີດປະເທດ ແລະ ອື່ນໆ.

      ສໍາລັບຢູ່ ສປປ ລາວ ລັດຖະບານໄດ້ວາງແນວທາງ ແລະ ມາດຕະການທີ່ສອດຄ່ອງແຕ່ຫົວທີ ໂດຍຖືເອົາການສະກັດກັ້ນ ປ້ອງກັນເປັນຕົ້ນຕໍ ການປິ່ນປົວແກ້ໄຂເປັນສຳຄັນ ຖືການນຳພາຢ່າງລວມສູນ ເປັນເອກະພາບຂອງພັກ ແລະ ບັນຊາບໍລິຫານງານຂອງລັດຖະບານ ແລະ ການເປັນເຈົ້າການເຂົ້າຮ່ວມຂອງປະຊາຊົນ ເປັນປັດໄຈຕັດສິນຜົນສຳເລັດ ພ້ອມນັ້ນ ກໍອີງໃສ່ການຮ່ວມມືຊ່ວຍເຫຼືອ ຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ນອກຈາກນີ້ ລັດຖະບານມີກົນໄກສະດຸ້ງໄວສົມຄວນ ໃນການປັບປຸງແກ້ໄຂບັນຫາແຕ່ລະໄລຍະ ແຕ່ລະກໍລະນີ ເປັນຕົ້ນ: ການສ້າງຕັ້ງສູນກັກກັນ ໂຮງໝໍ ຫຼື ສູນປິ່ນປົວຊົ່ວຄາວ (ໂຮງໝໍພາກສະໜາມ) ການສັກຢາວັກຊິນ ແລະ ອື່ນໆ ນອກຈາກນີ້ ຍັງໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫຼືອດ້ານຢາວັກຊີນຢາປົວ ອຸປະກອນການແພດຕ່າງໆຈາກປະເທດຫຼາຍປະເທດ ແລະ ເຊັ່ນ: ຈີນ ຫວຽດນາມ ໄທ ກໍາປູເຈຍ ຣັດເຊຍ ອາເມຣິກາ ຍີ່ປຸ່ນ ອັງກິດ ອົດສະຕຣາລີ ແລະ ອື່ນໆ.

     ທ່ານນາຍົກລັດຖະມົນຕີ ກ່າວຕື່ມວ່າ: ລາວເຮົາໄດ້ນໍາໃຊ້ 3 ມາດຕະການພື້ນຖານໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຄືສາກົນນໍາໃຊ້ ຄື: ມາດຕະການທາງການແພດ ມາດຕະການດ້ານບໍລິຫານ ແລະ ມາດຕະການດ້ານເສດຖະກິດ ໂດຍລັດຖະບານໄດ້ມີການຄົ້ນຄວ້າ-ວິໄຈ ເພື່ອກໍານົດມາດຕະການທີ່ມີການສົມດຸນ ກົມກຽວກັນ ຊຸກຍູ້ເຊິ່ງກັນ ແລະ ກັນ ລະຫວ່າງ 3 ມາດຕະການພື້ນຖານ ອອກມາເປັນມາດຕະການທີ່ຕ້ອງເພີ່ມທະວີ ແລະ ມາດຕະການຜ່ອນຜັນ ໂດຍຖອດຖອນບົດຮຽນຈາກສາກົນ ສະພາບຄວາມເປັນຈິງຂອງປະເທດ ແລະ ຄໍາສະເໜີທີ່ສ້າງສັນຂອງປະຊາຊົນໃນແຕ່ລະໄລຍະ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດທີ່ເກີດຂຶ້ນ ກໍຄືເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ພ້ອມນີ້ ທ່ານຢືນຢັນວ່າ ເປົ້າໝາຍສັກວັກຊີນໃຫ້ໄດ້ 50% ຂອງພົນລະເມືອງລາວໃນທ້າຍປີນີ້ ຈະບັນລຸແນ່ນອນ ຊຶ່ງຜູ້ທີສັກວັກຊີນຄົບໂດສ (ສັກສອງເຂັມ ຫຼື ໜຶ່ງເຂັມທີ່ເປັນວັກຊີນທີ່ສັກເຂັມດຽວ ຄື: ຈອນສັນ ແອັນ ຈອນສັນ) ມີ 2,1 ລ້ານຄົນ ຫຼື 28,84% ຂອງພົນລະເມືອງລາວ ເຂັມໜຶ່ງແມ່ນສັກແລ້ວ 3 ລ້ານກວ່າຄົນ ເທົ່າ 41,6% ຂອງພົນລະເມືອງລາວ ສ່ວນການຫັນໄປໃຊ້ຊີວິດປົກກະຕິແບບໃໝ່ນັ້ນ ແມ່ນມີຄວາມຈໍາເປັນທີ່ສຸດທີ່ປະຊາຊົນລາວບັນດາເຜົ່າຕ້ອງປັບຕົວໃຫ້ໄດ້ ເພື່ອຫ່າງໄກຈາກພະຍາດໂຄວິດ-19.

   ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສື່ມວນຊົນທຸກພາກສ່ວນ ພ້ອມຕີລາຄາສູງຕໍ່ທີ່ຕັ້ງ ບົດບາດ ແລະ ຄວາມສຳຄັນຂອງສື່ມວນຊົນ ຊຶ່ງເປັນຂົວຕໍ່ໃນການນຳເອົາຂໍ້ມູນຂ່າວສານ ຄວາມເປັນຈິງຕ່າງໆກ່ຽວກັບແນວທາງນະໂຍບາຍຂອງພັກ ກໍຄືແຜນນະໂຍບາຍ ແລະ ລະບຽບກົດໝາຍຂອງລັດ ໄປສູ່ປະຊາຊົນ ພ້ອມກັນນັ້ນ ກໍນຳເອົາຄວາມເປັນຈິງ ຄວາມຄິດຄວາມເຫັນ ຕະຫຼອດຮອດຄວາມມຸ້ງມາດປາຖະໜາຂອງປະຊາຊົນ ສ່ອງແສງໃຫ້ແກ່ການນໍາພັກ-ລັດ ໄດ້ຮັບຊາບ ເພື່ອນຳໄປພິຈາລະນາ ກຳນົດປັບປຸງໃຫ້ສົມບູນຂຶ້ນຕື່ມ ທາງດ້ານແນວທາງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ເພື່ອຜົນປະໂຫຍດຂອງຊາດ-ຂອງປະຊາຊົນເຮົາ. ພ້ອມກັນນັ້ນ ສື່ມວນຊົນ ກໍຍັງເປັນຂົວຕໍ່ລະຫວ່າງປະຊາຊົນກັບປະຊາຊົນໃຫ້ໄດ້ຮັບຮູ້ສະພາບຂໍ້ມູນຂ່າວສານ ຊຶ່ງກັນ ແລະ ກັນ.

   ພ້ອມກັນນີ້ ທ່ານນາຍົກລັດຖະມົນຕີຍັງໄດ້ເນັ້ນໃຫ້ສື່ມວນຊົນ ຢຶດໝັ້ນຈັນຍາບັນຂອງສື່ ໃຫ້ນັບຖືຄວາມຈິງ ກໍາໃຫ້ໄດ້ບັນດາມະຕິ-ຄໍາສັ່ງຂອງພັກ-ລັດ ກໍາໃຫ້ໄດ້ແນວຄິດຂອງປະຊາຊົນ ບໍ່ໃສ່ຮ້າຍປ້າຍສີ ຫຼືບິດເບືອນຄວາມເປັນຈິງ ມີການຕຳນິສ່ອງແສງ ພ້ອມທັງມີວິທີການແກ້ໄຂ ເພື່ອສະເໜີຕໍ່ພັກ-ລັດຖະບານ ຫາທິດທາງແກ້ໄຂບາງບັນຫາທີ່ເຫັນວ່າຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ພ້ອມກັນນີ້ ຕ້ອງບໍ່ສ້າງຄວາມແຕກແຍກໃນສັງຄົມ ແລະ ບໍ່ຍ້ອງຍໍຄວາມເປັນຈິງຈົນເກີນໄປ.

error: Content is protected !!