ນໍ້າໃຈວັນຄູແຫ່ງຊາດ 7 ຕຸລາ ໝັ້ນຍືນ !

    ວັນທີ 6 ຕຸລາ 2021 ກະຊວງສຶກສາທິການ ແລະ ກີລາ ນຳໂດຍທ່ານ ທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະນຳຂອງກະຊວງ ວິທະຍາໄລ ສູນການສຶກສາ ພະແນກສຶກສາ ອົງການຈັດຕັ້ງສາກົນ ພ້ອມດ້ວຍພະນັກງານ ຄູ-ອາຈານ ຕາງໜ້ານັກຮຽນ ນັກສຶກສາ ພ້ອມກັນຈັດສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 27 ປີ (07/10/1994 -07/10/2021) ຜ່ານທາງອອນລາຍ.

    ທ່ານ ຮສ ປອ ພຸດ ສິມມາລາວົງ ກ່າວໃນພິທີຄັ້ງນີ້ວ່າ: ຕາງໜ້າໃຫ້ຄະນະນໍາກະຊວງສຶກສາທິການ ແລະ ກີລາ ແລະ ໃນນາມສ່ວນຕົວ ຂໍສົ່ງຄວາມຮັກແພງ ແລະ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດມາຍັງພະນັກງານສຶກສາ ຄູ-ອາຈານທຸກຖ້ວນໜ້າ ເຊິ່ງໄລຍະນີ້ ຢູ່ໃນທຸກໆແຂວງ ແລະ ນະຄອນຫຼວງ ຂອງທົ່ວປະເທດ ບໍ່ວ່າຢູ່ໃນຕົວເມືອງກໍຄືຢູ່ຊົນນະບົດ ຢູ່ໃນເຂດທົ່ງພຽງ ຫຼື ພູດອຍ ຫຼື ຢູ່ໃນສະຖານການສຶກສາແຫ່ງຕ່າງໆ ກໍລ້ວນແຕ່ພາກັນຈົດຈໍ່ໃສ່ການສະເຫຼີມສະຫຼອງວັນຄູແຫ່ງຊາດລາວໃນປີນີ້ດ້ວຍຮູບການຕ່າງໆເຊັ່ນດຽວກັນ ວັນນີ້ ແມ່ນວັນບຸນຂອງມະຫາຊົນ ຂອງປະຊາຊົນ ຄູ-ອາຈານ ຂອງນັກຮຽນ-ນັກສຶກສາ ທຸກຖ້ວນໜ້າທີ່ຈັດຂຶ້ນເພື່ອລະນຶກເຖິງຄຸນງາມຄວາມດີຂອງຄູຜູ້ທີ່ເສຍສະຫຼະ ແລະ ປະຕິບັດໜ້າທີ່ຢ່າງໜັກໜ່ວງເພື່ອໃຫ້ຄວາມຮູ້ ແລະ ແສງສະຫວ່າງອັນສົດໃສໃຫ້ແກ່ລູກຫຼານຂອງປະຊາຊົນລາວບັນດາເຜົ່າ.

    ແຕ່ເປັນໜ້າເສຍດາຍ ທີ່ການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດໃນປີນີ້ ແມ່ນໃນທ່າມກາງທີ່ປະເທດພວກເຮົາພວມປະສົບກັບບັນຫາຂອງການແຜ່ລະບາດຂອງພະຍາດໂຄວິດ 19 ອັນໄດ້ເຮັດໃຫ້ພວກເຮົາບໍ່ສະມາດຈັດສະຫຼອງວັນຄູແຫ່ງຊາດໄດ້ຕາມສະພາບປົກກະຕິແບບເກົ່າ ສະນັ້ນ ມື້ນີ້ ພວກເຮົາຈຶ່ງໄດ້ຈັດພິທີສະຫຼອງວັນຄູແບບກະທັດຮັດ ຕາມວິຖີຊີວິດປົກກະຕິແບບໃໝ່ ແລະ ຫວັງຢ່າງຍິ່ງວ່າ ເຖິງວ່າເປັນພິທີກະທັດຮັດ ແຕ່ກໍມີຄວາໝາຍສໍາຄັນ ແລະ ມີເນື້ອໃນທີ່ຄົບຖ້ວນ ໃນພິທີມື້ນີ້ ພວກເຮົາຈະໄດ້ຮັບຟັງການອວຍພອນ ແລະ ການປະກອບຄໍາເຫັນຈາກຕົວແທນຂອງພາກສ່ວນຕ່າງໆ.

    ຂອບໃຈທຸກພາກສ່ວນທີ່ໄດ້ຫ້າງຫາກະກຽມຄວາມພ້ອມໃຫ້ແກ່ການຈັດງານຄັ້ງນີ້ ຂອບໃຈ ແລະ ອວຍພອນແດ່ພິທີສະຫຼອງວັນຄູແຫ່ງຊາດຄົບຮອບ 27 ປີ ມື້ນີ້ປະສົບຄວາມສໍາເລັດຕາມຈຸດປະສົງ ໂອກາດນີ້ ຂໍສົ່ງກໍາລັງໃຈມາຍັງຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາ-ກີລາ ທຸກທ່ານ ຈົ່ງພ້ອມກັນຜ່ານຜ່າສະພາບການລະບາດຂອງໂຄວິດ-19 ໃນຄັ້ງນີ້ ດ້ວຍນໍ້າໃຈບຸກທະລຸອັນສຸງ ອວຍພອນໄຊອັນປະເສີດມາຍັງບັນດາທ່ານຜູ້ນໍາພັກ-ລັດ ເພື່ອນຄູ-ອາຈານສອນ ຜູ້ບໍລິຫານການສຶກສາ ຜູ້ປະກອບການການສຶກສາ ຕະຫຼອດຮອດປະຊາຊົນລາວ ບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມສົມບຸນ ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດໃນການປະຕິບັດຫນ້າທີ່ວຽກງານຂອງຕົນ.

    ນ້ໍາໃຈວັນຄູແຫ່ງຊາດ 7 ຕຸລາ ໝັ້ນຍືນ

# ຂ່າວ & ພາບ :  ບຸນມີ

error: Content is protected !!