ຫຼວງພະບາງ ມ້າງກຸ່ມຄ້າ-ຂາຍຢາເສບຕິດ ພ້ອມຢຶດຢາບ້າ 3 ລ້ານກວ່າເມັດ

    ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງຫຼວງພະບາງ ເຄື່ອນໄຫວຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດ ແຕ່ວັນທີ 27-31 ສິງຫາ 2021 ເຊິ່ງສາມາດຍຶດຂອງກາງໄດ້ຫຼາຍລາຍການ ແລະ ກັກຕົວຜູ້ກະທຳຜິດໄດ້ຈຳນວນໜຶ່ງ.

    ທ່ານ ພັ.ທ ສົມບູນ ທະນາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ຫົວໜ້າຫ້ອງຕໍາຫຼວດ ຜູ້ຊີ້ນຳວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງຫຼວງພະບາງ ໃຫ້ສໍາພາດວັນທີ 4 ຕຸລາ 2021 ວ່າ: ຫຼັງຈາກເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ຮັບຂໍ້ມູນລະອຽດ ຈິ່ງໄດ້ສົມທົບກຳລັງເຄື່ອນໄຫວຕ້ານ-ສະກັດກັ້ນຢູ່ບ້ານປົ່ງດົງ ເມືອງນານ ບ້ານຊົງຈ່າ ບ້ານຫຼັກ 50 ເມືອງນໍ້າບາກ ແຂວງຫຼວງພະບາງ ແລະ ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ເພື່ອບໍ່ໃຫ້ພວກກຸ່ມຄົນບໍ່ດີເຄື່ອນຍ້າຍຢາເສບຕິດອອກໄປຈຳໜ່າຍ ສາມາດກັກຜູ້ຕ້ອງຫາໄດ້ 3 ຄົນ ຄື: ທ້າວ ບີ ທຳມະຈິດ ອາຍຸ 27 ປີ ອາຊີບຫວ່າງງານ ຊົນເຜົ່າລາວ ຢູ່ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ ທ້າວ ເບັງລີ ອາຍຸ 29 ປີ ອາຊີບ ຫວ່າງງານ ຢູ່ບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ແລະ ທ້າວ ສີດາເລົ່າ (ດາລີ) ອາຍຸ 27 ປີ ອາຊີບຄ້າ-ຂາຍ ຢູ່ບ້ານຊົ່ງຈາ ເມືອງນ້ຳບາກ ແຂວງຫຼວງພະບາງ ພ້ອມຂອງກາງລົດໃຫຍ່ 3 ຄັນ ແລະ ຢາບ້າ 3 ລ້ານກວ່າເມັດ ເງິນ 5 ລ້ານກີບ 1.075.000 ບາດ ສາຍຄໍຄຳພ້ອມກີ້ 1 ເສັ້ນ ສາຍແຂນຄໍາ 1 ເສັ້ນ ແຫວນຄໍາ 2 ວົງ ແຫວນຍົກ (ສີ ຂຽວ) 1 ວົງ ປືນສັ້ນ F92 ຈໍານວນ 1 ກະບອກ ລູກປຶນ 350 ລູກ ຈັກບົດຢາບ້າ 1 ເຄື່ອງ ແລະໂທລະສັບມືຖື 6 ໜ່ວຍ ເຊິ່ງຂອງກາງປະເພດຢາບ້າ ຈະໄດ້ສືບຕໍ່ດຳເນີນຄະດີໃຫ້ສຳເລັດ ແລະ ຈັດພິທີທຳລາຍ ໂອກາດວັນແຫ່ງຊາດຕ້ານຢາເສບຕິດທີ່ຈະມາເຖິງ.

    ໂອກາດນີ້ ທ່ານ ພັ.ທ ສົມບູນ ທະນາວັນ ກໍໄດ້ຮຽກຮ້ອງໃຫ້ພະນັກງານ ທະຫານ ຕໍາຫຼວດ ນັກທຸລະກິດ ພໍ່ຄ້າຊາວຂາຍ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຊ່ວຍກັນເປັນຫູເປັນຕາໃຫ້ເຈົ້າໜ້າທີ່ ເພື່ອບໍ່ໃຫ້ມີຊ່ອງຫວ່າງສວຍໂອກາດຂອງກຸ່ມຄົນບໍ່ດີ ຄ້າຂາຍສິ່ງເສບຕິດ ທີ່ເປັນໄພອັນຕະລາຍຕໍ່ສັງຄົມ ເຮັດໃຫ້ສັງຄົມເກີດມີປະກົດການຫຍໍ້ທໍ້ ຍ້ອນພິດຢາບ້າ ເປັນສິ່ງກົດໝ່ວງຕໍ່ການພັດທະນາປະເທດຊາດ ຫາກພົບເຫັນກຸ່ມຄົນບໍ່ດີເຄື່ອນໄຫວຄ້າ-ຂາຍຢາເສບຕິດ ໃຫ້ແຈ້ງເຈົ້າໜ້າທີ່ໂດຍທັນທີ.

error: Content is protected !!