​ແຂວ​ງສະ​ຫວັນ​ນະ​ເຂດ ຮັບ​ຮອງບໍ່​ຄຳ-ທອ​ງ​ເຊ​ໂປນ ເປັນເຂດ​ສີ​ຂຽວ

    ແຂວງ​ສະ​ຫວັນ​ນະ​ເຂດ​ ອອກ​ໜັງ​ສື​ຮັບ​ຮອງບໍ່​ຄຳ​-ທອງ​ເຊ​ໂປນ ຂອງ​ບໍ​ລິ​ສັດລ້ານ​ຊ້າງ​ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ​ເປັນ​​ເຂດ ‘ສີ​ຂຽວ’ ວັນທີ 6 ຕຸ​ລາ 2021 ພາຍຫຼັງ​ 30 ວັນ ທີ່ບໍ່​ພົບ​ກໍ​ລະ​ນີ​​ຕິດ​ເຊື້ອ​ພະຍາດໂຄວິດ-19 ໃໝ່ໃນຂົງ​ເຂດ​ໂຄງ​ການ ເຊິ່ງນັບ​​ແຕ່​ພົບ​ກໍ​ລະ​ນີຢັ້ງ​ຢືນ​ຕິດ​ເຊື້ອ​ທຳ​ອິດ ​ວັນ​ທີ 22 ສິງ​ຫາ 2021 ບໍ່​ຄຳ-ທອງ​ ເຊ​ໂປນ ​ມີ​ການ​ລາຍ​ງານກໍ​ລະ​ນີ​ຕິດ​ເຊື້ອສະ​ສົມ​ 33 ຄົນ ໃນ​ນີ້ ​ເປັນ​ຜູ້​ຮັບ​ເໝົາ 25 ຄົນ ແລະ ພະ​ນັກ​ງານບໍ​ລິ​ສັດ ລ​ຊມ​ລ 8 ຄົນ ໂດຍທຸກ​ກໍ​ລະ​ນີ​ແມ່ນ​ຕິດ​ພັນ​ກັບກໍ​ລະ​ນີ​ຕິດ​ເຊື້ອ​ໃນ​ເບື້ອງ​ຕົ້ນ​ ໃນ​ຜູ້​ຮັບ​ເໝົາ​ຂົນ​ສົ່ງ​ ແລະ ຫຼາຍ​ກໍ​ລະ​ນີກໍ​ໄດ້​ກວດ​ພົບ​ຢູ່ນອກ​ສະ​ໜາມ ດ້ວຍ​ການ​ດຳ​ເນີນ​ມາດ​ຕະ​ການກວດ​ເຊື້ອພະຍາດໂຄວິດ-19 ແລະ ຈຳ​ກັດ​ບໍ​ລິ​ເວນ.

    ຈໍານວນຜູ້​ຕິດ​ເຊື້ອເຫຼົ່ານັ້ນ​ ໄດ້​​ຮັບ​ການ​ປິ່ນ​​ປົວຢູ່​ສູນ​ປິ່ນ​ປົວທີ່​ພາກ​ລັດ​ກຳ​ນົດ ແລະ ທຸກ​ຄົນ​​ໄດ້​ປິ່ນ​ປົວ​ຫາຍ​ດີຢ່າງ​ປອດ​ໄພ ໂດຍ​ໄດ້​ສືບ​ຕໍ່ຈໍາ​ກັດ​ບໍ​ລິ​ເວນ 14 ວັນ​ຢູ່​ສູນ​ຈຳ​ກັດ​ບໍ​ລິ​ເວນ​ ​ທີ່​ລັດ​ຖະ​ບານ​ກຳ​ນົດໃຫ້​ ແລະ ຍັງ​ໄດ້​ກັກ​ຕົວ​​ຢູ່​ເຮືອນ​ຂອງ​ຕົນເອງຕື່ມ​ອີກ 14 ວັນ ນັບ​​ແຕ່ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ທຳ​ອິດ​​​ ລ​ຊມ​ລ ໄດ້​ດຳ​ເນີນ​ການກວດ​ເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 15.500 ຕົວ​ຢ່າງ ໃຫ້​​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຂອງ ລ​ຊມ​ລ ​ແລະ ບໍ່​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ເພີ່ມ​ຕື່ມ ລ​ຊມ​ລ ຍັງ​ສະ​ໜອງ​ການກວດ​ເຊື້ອ​ໃຫ້​ຊຸມ​ຊົນ​ທ້ອງ​ຖິ່ນ​ເຊັ່ນ​ກັນ ໃນ​ຂະ​ນະ​ທີ່​​​ການປິດເມືອງທີ່​ຍືດ​ຍາວ ແລະ ຂໍ້​ຈຳ​ກັດ​ຕ່າງໆ​ໄດ້ສົ່ງຜົນ​ກະ​ທົບ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ ເຮັດ​ໃຫ້ພວກ​ເຮົາ​ຫ່າງ​ໄກ​ຈາກ​ຄອບ​ຄົ​ວ ແລະ ຈາກກິດ​ຈະ​ກຳ​ທີ່​ມັກ​-ຮັກ​ຕ່າງໆ ​ກໍ​ລະ​ນີ​ຕິດ​ເຊື້ອພະຍາດໂຄວິດ-19 ​ໃນ​ຊຸມ​ຊົນ​ຢູ່ ສ​ປ​ປ ລາວ ຍັງ​ສືບ​ຕໍ່​ແຜ່​ລະບາດໃນ​ວົງ​ກວ້າງ ລ​ຊມ​ລ ກໍ​ສືບ​ຕໍ່ປະ​ຕິ​ບັດ​ຕາ​ມາດ​ຕະ​ການປ້ອງ​ກັນພະຍາດດັ່ງກ່າວຢ່າງ​ສະ​ໝ່ຳ​ສ​ະເໝີ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພຂອງ​ພະ​ນັກ​ງານ ຜູ້​ຮັບ​ເໝົາ ແລະ ຊຸມ​ຊົນ​ທ້ອງ​ຖິ່ນ.

    ລ​ຊມ​ລ ​ໄດ້ຍົກ​ລະ​ດັ​ບມາດ​ຕະ​ການ​ດ້ານ​ສຸ​ຂະ​ອະ​ນາ​ໄມ​ ​ການຈຳ​ກັດ​ບໍ​ລິ​ເວນ ​ການຄົ້ນ​ຫາ​ຜູ້​ສຳ​ຜັດ​ໃກ້​ຊິດ ແລະ ​ການກວດ​ຫາເຊື້ອຢ່າງ​ຕັ້ງໜ້າ​ ແລະ ທັນ​ການ ທີ່​ສອດ​ຄ່ອງ​ກັບ​ການ​ປ້ອງ​ກັນ ແລະ ຮັບ​ມື​ການ​ລະ​ບາດທີ່​ລັດ​ຖະ​ບານວາງ​ອອກ ເພື່ອ​ໃຫ້​ສາ​ມາດລະ​ບຸ​ແຫຼ່ງ​ທີ່​ມາ​ຂອງການ​ຕິດ​ເຊື້ອ ແລະ ແຍກ​ປ່ຽວ​ກໍ​ລະ​ນີ​ສ່ຽງ​ທັນ​ທີ ເພື່ອຕັດ​ວົງ​ຈອນ​ການ​ຕິດ​ເຊື້ອໃນເວລາ​ທີ່​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ຢູ່​ພາກ​ສະ​ໜາມ ບໍ​ລິ​ສັດໄດ້ລັອກດາວພາກ​ສະ​ໜາມທັນ​ທີ ແລະ ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ​ອຳ​ນາດ​ການ​ປົກ​ຄອງ​ເມືອງ ແຂວງ ແລະ ຂັ້ນ​ສູນ​ກາງ ເຊັ່ນ​ດຽວ​ກັບ​ຜູ້​ຮັບ​ເໝົາ​ທ້ອງ​ຖິ່ນ ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດໃນ​ວົງ​ກວ້າງ ຍ້ອນ​ການ​ສະ​ໜັບ​ສະໜູນ​ຂອງ​ພະ​ແນກ​ສາ​ທາ​ລະ​ນະ​ສຸ​ກ​ແຂວງ​ສະ​ຫວັນ​ນະ​ເຂດ ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຂອງ ລ​ຊມ​ລ 5.000 ຄົນ (99% ຂອງ​ແຮງ​ງານ​ທັງ​ໝົດ) ​ໄດ້​ຮັບ​ວັກ​ຊີນ​ປ້ອງກັນພະຍາດໂຄວິດ-19 ທຸ​ກ​ຄົນ​ທີ່​ຈະ​ເຂົ້າ​ພາກ​ສະ​ໜາມ​ເຊ​ໂປນ ຫ້ອງ​ການ​ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ສະ​ຫວັນ​ນະ​ເຂດ ​ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ການ​ສັກ​ວັກ​ຊີນ.

    ລ​ຊມ​ລ ມີ​ຄວາມ​ມຸ່ງ​ໝັ້ນ​ເຮັດ​ວຽກ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບລັດ​ຖະ​ບານ ເພື່ອ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດຂອງ​ພະຍາດໂຄວິດ-19 ໂດຍໄດ້​ສະ​ໜອງ​ເຄື່ອງ​ມື​ກວດ​ເຊື້ອພະຍາດໂຄວິດ-19 ແບບ​ໄວ​ອັງ​ຕີ​ເຈນ ພ້ອມ​ທັງສະ​ໜັບ​ສະ​ໜູນ​ອຸ​ປະ​ກອນ ແລະ ສະ​ໜອງ​ທຶນ​ໂດຍ​ກົງໃຫ້​​ເມືອງ​ວິ​ລະ​ບູ​ລີ ​ໃນ​ການ​ກະ​ກຽມ​ໂຮງ​ໝໍ​ພາກ​ສະ​ໜາມ ​ສະ​ໜັບ​ສະ​ໜູນ​ໃຫ້​ແຂວງ​ສະ​ຫວັນ​ນະ​ເຂດ​ ໃນ​ການ​ຍົກ​ລະ​ດັບ​ສູນ​ຈຳ​ກັດ​ບໍ​ລິ​ເວນ ແລະ ເຄື່ອງກວດ​ເຊື້ອ​ແບບ PCR ໃນວຽກ​ງານ​ຂອງ​ແຂວງ ​ເພື່ອ​ປົກ​ປ້ອງ​ປະ​ຊາ​ກອນໃຫ້​ສາ​ມາດຫຼີກ​ເວັ້ນ​​ຈາກ​ການ​ລະ​ບາດ​ຂອງພະຍາດໂຄວິດ-19 ​ປັດ​ຈຸ​ບັນ ລ​ຊມ​ລ ໄດ້​​ສະ​ໜັບ​ສະ​ໜູນລັດ​ຖະ​ບາ​ນ ໃນ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ການ​ລະ​ບາດພະຍາດໂຄວິດ-19 ມູນຄ່າ 450.000 ໂດລາສະຫະລັດ.

    ນັບ​ແຕ່​​ເລີ່ມ​ດຳ​ເນີນ​ງານ​ ປີ 2003 ລ​ຊມ​ລ ໄດ້​ປະ​ກອບ​ສ່ວນ 1,5 ຕື້​ ເພື່ອເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​​ລັດ​ຖະ​ບານ​ ບວກ​ກັບຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ທີ່​ເປັນ​ຜົນ​ປະ​ໂຫຍດ​ທາງ​ອ້ອມ ​ໂດຍຜ່ານ​ການ​ພັດ​ທະ​ນາ​ຊຸມ​ຊົນ ການ​ສ້າງວຽກ​ເຮັດ​ງານ​ທຳ ການ​ເຝິກ​ອົບ​ຮົມ​ ແລະ ​ການພັດ​ທະ​ນາ​ສີ​ມື​ແຮງ​ງານ ແລະ ການສະໜັບ​ສະ​ໜູນ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທ້ອງ​ຖິ່ນ​ຢູ່ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສ​ປ​ປ ລາວ.

# ຂ່າວ & ພາບ : ສະບາໄພ

error: Content is protected !!