ກວດກາມາດຕະການປ້ອງກັນການແຜ່ເຊື້ອພະຍາດໂຄວິດຢູ່ 2 ສະຖານທີ່

    ວັນທີ 5 ຕຸລາ 2021 ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ພ້ອມດ້ວຍທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແລະ ຄະນະສະເພາະກິດ ໄດ້ລົງກວດກາ ແລະ ປະເມີນຄວາມສ່ຽງກ່ຽວກັບມາດຕະການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ຢູ່ຮ້ານຊຸບເປີມາເກັດໂຊກທະວີຂາຍສົ່ງ-ຂາຍຍ່ອຍສາຂາ 2 ບ້ານໜອງວຽງຄໍາ ແລະ ຕະຫຼາດວິທະຍາເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງຜ່ານການລົງກວດກາ ເຫັນວ່າທັງສອງສະຖານທີ່ແມ່ນມີຄວາມພ້ອມຮອບດ້ານ ແລະ ມີມາດຕະການປ້ອງກັນທີ່ເຂັ້ມງວດຕໍ່ພະນັກງານທີ່ໃຫ້ບໍລິການລວມເຖິງພໍ່ແມ່ປະຊາຊົນທີ່ມາໃຊ້ບໍລິການໃຫ້ມີຄວາມສະດວກສະບາຍ ແລະ ປອດໄພ.

    ການເຄື່ອນໄຫວຄັ້ງນີ້ ທ່ານ ພູວົງ ວົງຄໍາຊາວ ໄດ້ຊົມເຊີຍເຈົ້າຂອງກິດຈະການຕະຫຼາດວິທະຍາເຂດດົງໂດກ ທີ່ລະດົມໃຫ້ຊາວຄ້າຂາຍໃຫ້ໄດ້ຮັບວັກຊີນ ພ້ອມທັງຂຶ້ນທະບຽນບັນຊີຜູ້ມາຂາຍເຄື່ອງໄວ້ ເພື່ອສະດວກໃນການຕິດຕາມທາມລາຍໄດ້ທັນທີ ຖ້າມີກໍລະນີຕິດເຊື້ອ ຫຼື ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ພ້ອມນັ້ນ ຍັງໄດ້ເນັ້ນບາງບັນຫາສໍາຄັນ ເປັນຕົ້ນໃຫ້ເຈົ້າໜ້າທີ່ການຄ້າເຮັດສັນຍາກັບເຈົ້າຂອງທຸລະກິດກ່ຽວກັບມາດຕະການປ້ອງກັນຕ່າງໆ ລວມທັງໃຫ້ມີຄວາມຮັບຜິດຊອບຮ່ວມຕໍ່ສັງຄົມ ຄ່າພັກ-ເຊົາ ຄ່າປິ່ນປົວ ຄ່າອາຫານ ແລະ ເຄື່ອງດື່ມ ກໍລະນີພະນັກງານຂອງຕົນມີຄວາມສ່ຽງ ຫຼື ຕິດເຊື້ອພະຍາດ ໃຫ້ສືບຕໍ່ປະຕິບັດມາດຕະການຮ່ວມມືກັນເພື່ອຕ້ານພະຍາດ ຕາມວິຖີດໍາລົງຊີວິດໃໝ່ (ແທກອຸນຫະພູມ ຮັກສາໄລຍະຫ່າງທາງສັງຄົມຢ່າງໜ້ອຍ 1 ແມັດ ໃສ່ຜ້າອັດປາກ-ດັງ ລ້າງມືໃສ່ສະບູ ຫຼື ນໍ້າຢາຂ້າເຊື້ອ) ໃຫ້ມີຄວາມເຂັ້ມແຂງແຕ່ຫົວທີ່ ແລະ ແນະນໍາໃຫ້ເມືອງ ແລະ ເຈົ້າໜ້າທີ່ການຄ້ານໍາເອົາບົດຮຽນຂອງຕະຫຼາດວິທະຍາເຂດດົງໂດກ ໄປຜັນຂະຫຍາຍສູ່ຕະຫຼາດອື່ນໆ ເພາະເຫັນວ່າເຮັດໄດ້ດີຫຼາຍ ຖ້າຕະຫຼາດໃດມີກໍລະນີຜູ້ຕິດເຊື້ອກໍ່ຕ້ອງໄດ້ປິດຕະຫຼາດ ເພື່ອສີດຢາຂ້າເຊື້ອ ແລະ ຕິດຕາມທາມລາຍຈົນຄົບຈຶ່ງຈະສາມາດເປີດຕະຫຼາດໄດ້ ເຊິ່ງຈະເຮັດຊາວຄ້າຂາຍເສຍໂອກາດ ເສຍເວລາ ແລະ ຂາດລາຍໄດ້ ນອກນີ້ໃຫ້ຖືໂອກາດນີ້ ຫັນເອົາຊຸມຊົນຄ້າຂາຍອ້ອມຂ້າງຕະຫຼາດ ແລະ ການຂາຍເຄື່ອງຊະຊາຍຕາມແຄມທາງໃຫ້ເຂົ້າສູ່ຕະຫຼາດ ນອກຈາກຜູ້ທີ່ຄ້າຂາຍຢູ່ເຮືອນຂອງຕົນເອງ ເພື່ອແກ້ໄຂປະກົດການຫຍໍ້ທໍ້.

# ຂ່າວ & ພາບ : ຂັນທະວີ

error: Content is protected !!