ທູດລາວປະຈໍາໄທ ຕ້ອນຮັບທູດອາກຊັງຕິນເຂົ້າ​ຢ້ຽມອຳລາ

    ທ່ານ​ ແສງ​ ສຸຂະທິວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ສປປ ລາວ ປະຈຳລາຊະອານາຈັກໄທ ​​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາຂອງ​ທ່ານນາງ Maria Alicia Cuzzoni de Sonschein ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສ ອາກຊັງຕິນ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ບາງກອກ ລາຊະອານາຈັກໄທ ​ວັນ​ທີ 5 ຕຸລາ 2021 ​ໃນ​ໂອກາດ​ທີ່​ສຳ​ເລັດໜ້າ​ທີ່ການ​ທູດປະຈໍາ ສປປ ລາວ.

​    ໂອກາດນີ້ ທ່ານ ແສງ ສຸຂະທິວົງ ກໍໄດ້ຕາງໜ້າໃຫ້ປະທານປະເທດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ​ສະ​ແດງ​ຄວາມ​ຊົມເຊີຍ ​ແລະ ຕີ​ລາຄາ​ສູງຕໍ່ຜົນສຳ​ເລັດ​ຂອງ​ການ​ປະຕິບັດໜ້າ​ທີ່​ການ​ທູດຢ່າງຫ້າວຫັນຂອງທ່ານນາງ Maria Alicia Cuzzoni de Sonschein ໃນການສົ່ງເສີມສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ລະຫວ່າງ ສປປ ລາວ ​ແລະ ສ ອາກຊັງຕິນ ກໍຄືລະຫວ່າງສອງສະຖານເອກອັກຄະລັດຖະທູດລາວ ແລະ ອາກຊັງຕິນ ​ໃຫ້​​ມີທ່າຂະຫຍາຍຕົວ​ເພີ່ມຂຶ້ນທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ກໍຄືການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີສາກົນ ເພື່ອຜົນປະໂຫຍດຂອງສອງຝ່າຍລາວ ແລະ ອາກຊັງຕິນ ພ້ອມນີ້ທ່ານ ແສງ ສຸຂະທິວົງ ຍັງໄດ້​ອວຍພອນໃຫ້​ທ່ານ​ນາງ Maria Alicia Cuzzoni de Sonschein ມີສຸຂະພາບເຂັ້ມແຂງ ແລະ ​ເດີນທາງ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ​ສະຫວັດດີ​ພາບ ພ້ອມທັງຫວັງວ່າທ່ານທູດອາກຊັງຕິນ ຈະມີຄວາມຊົງຈຳອັນດີ ແລະ ກັບຄືນມາຢ້ຽມຢາມ ສປປ ລາວ ອີກ ໃນອະນາຄົດ.

    ທ່ານນາງ Maria Alicia Cuzzoni de Sonschein ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​​ທ່ານ ແສງ ສຸຂະທິວົງ ທີ່​ໄດ້​ໃຫ້​ການຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ຝາກ​ຄວາມ​ຂອບ​ໃຈຢ່າງສູງໄປ​ຍັງທ່ານປະທານປະເທດ ລັດຖະບານ​ ແລະ​ ປະຊາຊົນ​ລາວ​ ​ທີ່​ໄດ້​​ໃຫ້ການ​ຮ່ວມ​ມື​ທີ່​ດີ ​ແລະ ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ​ ຕະຫຼອດ​ໄລຍະ​ການ​ປະຕິບັດ​ໜ້າ​ທີ່ການ​ທູດ​ຂອງ​ຕົນປະຈຳ ສປປ ລາວ ເຊິ່ງເຮັດໃຫ້ບັນລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ ພ້ອມນີ້ ທ່ານຍັງໄດ້ສະແດງຄວາມດີໃຈ ແລະ ພາກພູມໃຈທີ່ໄດ້ມີໂອກາດໄປຢ້ຽມຢາມ ແລະ ທ່ຽວຊົມສະຖານທີ່ຕ່າງໆຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ໃນໂອກາດທີ່ຕົນໄປຍື່ນສານຕາຕັ້ງຕໍ່ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ ປີ 2017 ແລະ ໄດ້ພົບປະບັນດາຄະນຳຂອງກະຊວງການຕ່າງປະເທດ ແລະ ຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອປຶກສາຫາລືຫຼາຍຂົງເຂດວຽກງານ ພ້ອມທັງໄດ້ສະແດງຄວາມເສຍດາຍທີ່ບໍ່ມີໂອກາດເດີນທາງໄປຢ້ຽມອຳລາການນຳຂອງ ສປປ ລາວ ແລະ ໄປທ່ຽວຊົມສະຖານທີ່ທຳມະຊາດ ແລະ ວັດທະນະທຳອັນສວຍງາມຂອງ ສປປ ລາວ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ກໍຈະຊອກໂອກາດກັບໄປຢ້ຽມຢາມໃນຖານະນັກທ່ອງທ່ຽວ ເພາະ ສປປ ລາວ ມີສະຖານທີ່ທ່ອງທ່ຽວທີ່ສວຍສົດງົດງາມຫຼາຍແຫ່ງ.

    ການ​ພົວ​ພັນ ແລະ ການ​ຮ່ວມ​ມື​ສອງ​ຝ່າຍ ລາວ-ອາກຊັງຕິນ ແມ່ນ​ຢູ່​ໃນ​ລະດັບ​ປົກ​ກະ​ຕິດີ ໂດຍ​ໄດ້​ມີ​ການ​ແລກປ່ຽນ​ສານ​ອວຍພອນເຊິ່ງກັນ ແລະ ກັນ ເນື່ອງ​ໃນ​ໂອກາດ​ວັນ​ສຳຄັນ​ຕ່າງໆຂອງ​ຊາດ ສປປ ລາວ ແລະ ສ ອາກຊັງຕິນ ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​ນຳ​ກັນ ​ວັນ​ທີ 24 ກໍລະກົດ 1975.

# ຂ່າວ & ພາບ : ສະບາໄພ

error: Content is protected !!