ຍົກເລີກການຕັ້ງດ່ານຢູ່ຖະໜົນຫຼວງ ເພື່ອຮັກສາຄວາມສົມດຸນທາງດ້ານເສດຖະກິດ

    ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 6 ຕຸລາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນວ່າ: ການລະບາດພະຍາດໂຄວິດ-19 ຢູ່ຊຸມຊົນຂອງນະຄອນຫຼວງວຽງຈັນ ເປັນການລະບາດໃຫຍ່ໃນຊຸມຊົນ ໄດ້ຂະຫຍາຍອອກໄປເປັນວົງກວ້າງໃນຫຼາຍບ້ານ ມາຮອດປັດຈຸບັນ ມີທັງໝົດ 187 ບ້ານແດງ ຈໍານວນຜູ້ຕິດເຊື້ອຊົງຕົວຢູ່ໃນລະດັບ 100 ຫາ 200 ປາຍຄົນ ສະເລ່ຍໃນໄລຍະທີ່ລະບາດແຮງຢູ່ໃນລະດັບ 200 ປາຍຄົນຕໍ່ວັນ ມີມື້ໜຶ່ງເພີ່ມຂຶ້ນສູງສຸດເຖິງ 400 ຄົນ ໝາຍຄວາມວ່າຍັງມີລະບາດຢູ່ໃນລະດັບສູງ ຕໍ່ສະພາບການດັ່ງກ່າວ ນະຄອນຫຼວງວຽງຈັນໄດ້ມີມາດຕະການ ໂດຍລວມໄດ້ນໍາໃຊ້ຄໍາສັ່ງເລກທີ 016/ນຍ ມາຜັນຂະຫຍາຍເປັນແຈ້ງການ 037/ຈນວ ຂອງເຈົ້າຄອງນະຄອນຫຼວງວຽງ ໃນນັ້ນ ເຫັນປະຈັກຕາແມ່ນມາດຕະການລັດການເດີນທາງ ເຊິ່ງໄດ້ຖອນດ່ານຍາມຕ່າງໆຕາມຈຸດທາງຫຼວງອອກ ເຫຼືອແຕ່ເສັ້ນທາງຊາຍແດນນະຄອນຫຼວງວຽງຈັນກັບແຂວງຕ່າງໆ ແລ້ວສຸມກໍາລັງ ປກສ-ປກຊ ເມືອງ ແລະ ກຸ່ມ ໄປຊ່ວຍບ້ານ ເພື່ອປິດ ຫຼື ຈໍາກັດບໍລິເວນສະເພາະຢູ່ໃນເຂດບ້ານແດງ ໜ່ວຍ ຮ່ອມທາງ ແລະ ເຮືອນທີ່ເປັນເຂດແດງ. 

    ສາເຫດທີ່ການຍົກເລີກດ່ານຢູ່ຕາມຖະໜົນຫຼວງ ຍ້ອນເບິ່ງສະຖານະການແລ້ວ ການຈໍາກັດເຄັ່ງຄັດ ໂດຍໃຊ້ການລັດຕາມຖະໜົນຫົນທາງບໍ່ມີປະສິດທິຜົນເທົ່າໃດ ຍ້ອນວ່າພວກເຮົາຍັງຮັກສາຄວາມສົມດູນລະຫວ່າງມາດຕະການປ້ອງກັນການລະບາດພະຍາດໂຄວິດ-19 ກັບມາດຕະການທາງເສດຖະກິດ ເຊິ່ງພວກເຮົາບໍ່ປ່ອຍໃຫ້ເສດຖະກິດຫຼົ້ມຈົມ ຫຼື ບໍ່ສາມາດເດີນໄປໜ້າໄດ້ ພ້ອມນັ້ນ ໃນຄໍາສັ່ງເລກທີ 016/ນຍ ພັດມີນະໂຍບາຍຜ່ອນຜັນອະນຸຍາດໃຫ້ທໍາການຜະລິດ ແລະ ເປີດການບໍລິການທີ່ສໍາຄັນ ເຊັ່ນ: ທະນາຄານ ສະຖາບັນການເງິນ ໄຟຟ້າ ແລະ ຄົມມະນາຄົມຂົນສົ່ງ ຈຶ່ງເຮັດໃຫ້ລົດແລ່ນຕາມທ້ອງຖະໜົນແຕ່ລະມື້ຫຼາຍ ເນື່ອງຈາກວ່ານະຄອນຫຼວງວຽງຈັນເປັນສູນລວມຕົວເລກທາງດ້ານການຜະລິດ ແລະ ການບໍລິການສູງ ເມື່ອທຽບໃສ່ແຂວງອື່ນໆ ນອກນັ້ນ ພາຍຫຼັງທີ່ເລີກການຕັ້ງດ່ານການສັນຈອນເກືອບວ່າປົກກະຕິ ເພາະເຮົາຍັງອະນຸຍາດໃຫ້ໄປປະຈໍາການ ໄປເຮັດການຜະລິດ ການບໍລິການ ແລະ ສ່ວນໂຮງຈັກໂຮງງານ ກໍໄດ້ປະເມີນມາດຕະການປ້ອງກັນການລະບາດພະຍາດໂຄວິດ-19 ຖ້າບໍ່ມີຄວາມສ່ຽງ ມີມາດຕະການປ້ອງກັນທີ່ເຂັ້ມງວດ ແມ່ນໃຫ້ເປີດທໍາການຜະລິດ ພ້ອມນັ້ນ ກໍໄດ້ເຮັດສັນຍາກັບຜູ້ປະກອບການ ໃຫ້ມີຄວາມຮັບຜິດຊອບຮ່ວມຕໍ່ສັງຄົມ ຄ່າພັກ-ເຊົາ ຄ່າປິ່ນປົວ ຄ່າອາຫານ ເຄື່ອງດື່ມ ແລະ ມາດຕະການທາງການແພດ ໃນກໍລະນີພະນັກງານຂອງຕົນມີຄວາມສ່ຽງ ຫຼື ຕິດເຊື້ອພະຍາດ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!