ສູນເລືອດໃນທົ່ວປະເທດ ພົບວິກິດຂາດເລືອດເພື່ອຕອບສະໜອງໃຫ້ແກ່ຄົນເຈັບ
ຈາກການລະບາດຂອງເຊື້ອໂຄວິດ-19 ຮອບ 2 ເຮັດໃຫ້ການຕອບສະໜອງເລືອດບໍ່ພຽງພໍກັບຄວາມຕ້ອງການຂອງຄົນເຈັບ ເຮັດໃຫ້ສູນເລືອດ ຂາດເລືອດຢ່າງໜັກ ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດ ພົບກັບບັນຫາວິກິດໃນການສະໜອງເລືອດໃຫ້ກັບຄົນເຈັບ. ທ່ານ ດຣ ຈັນທະລາ ສຸກສາຄອນ…
ນຳຜູ້ອາຍຸສູງໃນຄອບຄົວຂອງທ່ານອອກມາສັກວັກຊີນປ້ອງກັນໂຄວິດ-19 ກັນໄວ້ດີກວ່າແກ້
ໃນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງແຜ່ລະບາດເປັນວົງກວ້າງ ແລະ ໄວວາ ຜູ້ສູງອາຍຸແມ່ນໜຶ່ງໃນກຸ່ມທີ່ມີຄວາມສ່ຽງທີ່ສຸດໃນການເຈັບເປັນຮຸນແຮງ ຫຼື ເສຍຊີວິດ ເຖິງວ່າກຸ່ມເຫຼົ່ານີ້ອາດຈະບໍ່ໄດ້ເດີນທາງໄປໃນຈຸດສ່ຽງ ແຕ່ສະມາຊິກຄອບຄົວຜູ້ໜຸ່ມນ້ອຍ ກໍສາມາດເປັນສາເຫດທີ່ນໍາເຊື້ອມາສູ່ເພິ່ນໄດ້. ປັດຈຸບັນ ຕົວເລກປະຊາກອນຜູ້ສູງອາຍຸໃນ ສປປ ລາວ…
ຜັກກະສິກຳອິນຊີຈາກແກ້ວທະວີຄູນ ຊື້ໄດ້ທີ່ສວນໂນນຫວາຍ ແລະ 9 ຮ້ານໃນ ນວ
ບໍລິສັດແກ້ວທະວີຄູນ ເພີ່ມພູນຊັບຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ເປັນບໍລິສັດທີ່ຜະລິດ ແລະ ຈໍາໜ່າຍພືດຜັກກະສິກຳອິນຊີ ເຊິ່ງໄດ້ເປັນທີ່ຍອມຮັບຂອງຜູ້ບໍລິໂພກໃນສັງຄົມເປັນຈໍານວນຫຼາຍ ນອກຈາກຂາຍຢູ່ສວນໂນນຫວາຍ ແລະ ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ (ນວ) ແລ້ວ ຍັງໄດ້ຈັດສົ່ງວາງຈໍາໜ່າຍຕາມຮ້ານມີນີມາກ ແລະ ຮ້ານຊີ້ນສະໄລໃນ…
ຜູ້ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຢູ່ບ້ານນາອວນ ໄດ້ຮັບເຄື່ອງຊ່ວຍເຫຼືອ
ຄະນະນໍາອົງການກາແດງລາວ ປະຈຳແຂວງຫຼວງພະບາງ ນໍາເອົາເຂົ້າສານ ໄຂ່ ໝີ່ສຳເລັດຮູບ ປ່ອງປາ ສະບູ ແຟັບ ແລະ ເຄື່ອງໃຊ້ປະຈຳວັນຈຳນວນໜຶ່ງ ລວມມູນຄ່າ 7.760.500 ກີບ ໂດຍຈັດເປັນຖົງໄປມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ຢູ່ບ້ານນາອວນ ນະຄອນ…
ບ້ານທີ່ຖືກກໍານົດເປັນເຂດແດງໃໝ່ ມີ 9 ບ້ານ ໃນ 5 ເມືອງ
ອີງຕາມການຖະແຫຼງຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃຫ້ຮູ້ວັນທີ 26 ກັນຍາ 2021 ວ່າ: ຈໍານວນບ້ານແດງຢູ່ໃນແຕ່ລະແຂວງທົ່ວປະເທດມີ 214 ບ້ານ ຈາກ 10 ແຂວງ ແລະ…
ປະຊາຊົນເລີ່ມມີຄວາມຕື່ນຕົວບໍ່ອອກຈາກເຮືອນ
ສະພາບການສັນຈອນຢູ່ຕົວເມືອງນະຄອນຫຼວງວຽງຈັນ ໃນວັນທີ 26 ກັນຍາ 2021 ເຫັນວ່າບໍ່ຄ່ອຍມີຫຼາຍຄືຜ່ານມາ ຍ້ອນປະຊາຊົນນະຄອນຫຼວງວຽງຈັນເລີ່ມມີຄວາມຕື່ນຕົວສູງຂຶ້ນ ໃນການປະຕິບັດແຈ້ງການຂອງຂັ້ນເທິງ ກໍຄີຄະນະສະເພາະກິດໂຄວິດຂັ້ນສູນກາງ ແລະ ຂັ້ນນະຄອນຫຼວງວຽງຈັນໄດ້ເປັນຢ່າງດີ. ພາຍຫຼັງທີ່ມີການເຂັ້ມງວດມາດຕະການຕື່ມອີກ ເຮັດໃຫ້ປະຊາຊົນໄດ້ມີຄວາມຕື່ນຕົວສູງ ຕາມການລົງເກັບກຳຂ່າວຢູ່ຈຸດກວດການເຂົ້າອອກ ແລະ ຕາມເສັ້ນທາງບາງເສັ້ນຢູ່ໃນຕົວເມືອງ…
ກຳນົດໃຫ້ມີຫຼາຍຈຸດເກັບຕົວຢ່າງວິເຄາະຫາເຊື້ອໂຄວິດ-19
ທ່ານ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວັນທີ 26 ກັນຍາ 2021 ວ່າ: ຈຸດເກັບຕົວຢ່າງວິເຄາະຫາຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ບັນດາແຂວງ ສາມາດໄປເກັບຕົວຢ່າງໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທາງຄະນະສະເພາະກິດກໍານົດຢູ່ພາຍໃນແຂວງ ນອກຈາກຈຸດກວດຄົງທີ່ແລ້ວ…
ເມືອງສີສັດຕະນາກ ເພີ່ມທະວີກວດກາຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດ
ທ່ານ ພັຕ ພອນສະຫວັນ ແກ້ວວົງສີ ຮອງຫົວໜ້າພະແນກການເມືອງ ກອງບັນຊາການທະຫານເມືອງສີສັດຕະນາກ ຜູ້ຮັບຜິດຊອບກວດກາຄົນເຂົ້າ-ອອກເມືອງ ໃຫ້ຮູ້ວ່າ: ຜ່ານການສັງເກດຕີລາຄາຄືນ ການຈັດຕັ້ງປະຕິບັດຕາມຄໍາສັງເລກທີ016/ຈນວ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດຄໍາສັ່ງຂອງເຈົ້າຄອງນະຄອນຫລວງວຽງຈັນ ພ້ອມທັງບັນດາມາດຕະການຕ່າງໆທີ່ທາງຄະນະສະເພາະກິດວາງອອກ ເຫັນວ່າຍັງມີບຸກຄົນທີ່ນໍາໃຊ້ລົດ ນໍ້າໃຊ້ຖະໜົນຍັງມີຫຼາຍ. ສະນັ້ນ ໂດຍປະຕິບັດຕາມຄໍາສັ່ງເລກທີ016/ຈນວ…
ການປະຕິບັດຄໍາສັ່່ງເລກທີ 016/ຈນວ ມາຮອດປັດຈຸບັນ ການໄປມາຂອງປະຊາຊົນຍັງເປັນສະພາບປົກກະຕິ
ທ່ານ ພັນໂທ ຄອນສະຫວັນ ຫອມນະບຸນລັດ ຮອງຫົວໜ້າ ປກສ ກຸ່ມ 3 ເມືອງໄຊເສດຖາ ຫົວໜ້າຈຸດກວດເຂດບ້ານໂພນທັນ ໃຫ້ສໍາພາດວັນທີ 25 ກັນຍາ 2021 ວ່າ: ຈຸດກວດການເດີນທາງໄປມາຂອງພໍ່ແມ່ປະຊາຊົນຢູ່ໄຟແດງເຂດບ້ານໂພນທັນ…