ກາແດງຫຼວງນໍ້າທາ ໄດ້ຮັບທຶນຈາກໂຄງການລະດົມທືນຊ່ວຍເຫຼືອຜູ້ທຸກຍາກ

     ວັນທີ 8 ຕຸລາ 2021 ທ່ານ ໄຊສົມແພງ ກີ່ງມາລາ ຮອງຫົວໜ້າທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ຕາງໜ້າຜູ້ບໍລິຈາກ ນໍາເອົາເງີນຈຳນວນ 51 ລ້ານກວ່າກີບ ໄດ້ຈາກການລະດົມທືນ ໂຄງການ One Heart ເຊີ່ງແມ່ນໂຄງການລະດົມທືນຊ່ວຍເຫຼືອຜູ້ທຸກຍາກ ຕາງໜ້າຮັບແມ່ນທ່ານ ດຣ ສົມສຸກ ສົມສະຫວັດ ຫົວໜ້າອົງການກາແດງແຂວງຫຼວງນ້ຳທາ ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    ທ່ານ ດຣ ສົມສຸກ ສົມສະຫວັດ ຂໍຂອບໃຈນຳທຸກພາກສ່ວນທີ່ໃຫ້ການປະກອບສ່ວນສົມທົບທຶນໃນ ໂຄງການດັ່ງກ່າວ ຂອບໃຈນຳພັກ-ລັດຖະບານ ອະນຸຍາດໃຫ້ຈັດຕັ້ງໂຄງການນີ້ຂຶ້ນ ເຊິ່ງທຶນທີ່ໄດ້ມາ ຈະນຳໃຊ້ເຂົ້າໃນການບໍລິຫານວຽກງານທາງດ້ານມະນຸດສະທຳຂອງອົງການກາແດງ ເພື່ອແບ່ງເບົາບັນເທົາທຸກຂອງພໍ່ ແມ່ປະຊາຊົນໃນກຸ່ມເປົ້າໝາຍ ແລະ ກິດຈະກຳສົ່ງເສີມວຽກງານທາງດ້ານມະນຸດສະທຳຂອງອົງການກາ ແດງແຂວງໃຫ້ບັນລຸເປົ້າໝາຍທີ່ວາງໄວ້.

# ຂ່າວ & ພາບ : ບຸນມີ

error: Content is protected !!