ແລກປ່ຽນບົດຮຽນການແກ້ໄຂບັນຫາສິ່ງທ້າທາຍໃນຕົວເມືອງໃນໄລຍະການລະບາດພະຍາດໂຄວິດ-19

    ວັນທີ 12 ຕຸລາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນບັນດາເຈົ້າຄອງນະຄອນແບບທາງໄກ ພາຍໃຕ້ຄໍາຂັວນ “ຂົວເຊື່ອມໂຍງບັນດານະຄອນ” ເປັນປະທານຮ່ວມຂອງອົງການສະຫະປະຊາຊາດເພື່ອການພັດທະນາອຸດສາຫະກຳ (UNIDO) ແລະ ນະຄອນຫຼວງວຽນນາ ປະເທດໂອຕຣິສ.

    ຈຸດປະສົງການຈັດກອງປະຊຸມຄັ້ງນີ້ ເພື່ອເປັນເວທີໃຫ້ບັນດາເຈົ້າຄອງນະຄອນ ໄດ້ແລກປ່ຽນບົດຮຽນ ແລະ ວິທີການແກ້ໄຂບັນຫາສິ່ງທ້າຍໃນຕົວເມືອງໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມນັ້ນ ເພື່ອເປັນການສ້າງຄູ່ຮ່ວມງານໃຫ້ເປັນເຄືອຂ່າຍຕົວເມືອງທີ່ເຂັ້ມແຂງ ເພື່ອພັດທະນາຕົວເມືອງໃຫ້ມີຄວາມໝັ້ນຄົງ ສາມາດຟື້ນຟູເສດຖະກິດສີຂຽວ ຮັກສາສິ່ງແວດລ້ອມ ແລະ ສະພາບອາກາດທີ່ສົດໃສ ແລະ ໃນໂອກາດເຂົ້າຮ່ວມກອງປະຊຸມ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ປະກອບຄໍາເຫັນໃສ່ຫົວຂໍ້ “ການຟື້ນຟູເສດຖະກິດສີຂຽວ ແລະ ການແກ້ໄຂບັນຫາການປ່ຽນແປງສະພາບອາກາດ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!