ສະຖິຕິຄົນຕິດເຊື້ອພະຍາດໂຄວິດ-19 ກວມ 85% ຂອງຈໍານວນທັງໝົດບໍ່ໄດ້ສັກວັກຊິນ

    ອີງຕາມບົດຖະແຫຼງຂ່າວປະຈໍາວັນກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃນວັນທີ 12 ຕຸລາ 2021 ໃຫ້ຮູ້ວ່າ: ໃນສອງອາທິດຜ່ານມາ ທີມງານວິຊາການໄດ້ທົບທວນຄືນກ່ຽວກັບການຕິດເຊື້ອພາຍໃນຂອງນະຄອນຫຼວງວຽງຈັນພົບວ່າໃນຈໍານວນຜູ້ຕິດເຊື້ອພາຍໃນນັ້ນ ຫຼາຍກວ່າເຄິ່ງໜຶ່ງແມ່ນກຸ່ມຄົນທີ່ຢູ່ໂຮງງານ ຕະຫຼາດ ຫຼື ສໍານັກງານອົງການ ລັກສະນະການຕິດເຊື້ອເຊັ່ນນີ້ ບົ່ງບອກວ່າການຢູ່່ໃນຈຸດທີ່ມີຄົນຫຼາຍ ລ້ວນແຕ່ອັນຕະລາຍ ສ່ຽງສູງທີ່ສຸດທີ່ຈະຕິດເຊື້ອ ນີ້ຄືສາເຫດສໍາຄັນທີ່ຄະນະສະເພາະກິດໄດ້ຢໍ້າເຕືອນສະເໝີວ່າ ທຸກຄົນຄວນໄດ້ຢູ່ສະຖານທີ່ເປີດອາກາດລ່ວງດີ ບໍ່ແອອັດ ແຕ່ລະຄົນຢູ່ຫ່າງກັນຢ່າງໜ້ອຍ 1 ແມັດຂຶ້ນໄປ ແລະ ຕ້ອງລ້າງມືເລື້ອຍໆ ພ້ອມໃສ່ຜ້າປິດປາກ-ດັງຕະຫລອດເວລາທີ່ສ່ຽງນີ້.

    ຂໍແນະນໍາທ່ານວ່າ ເມື່ອຖືກແຈ້ງວ່າທ່ານຕິດເຊື້ອ ກ່ອນທີ່ທາງທີມງານແພດໝໍຈະໄປຮັບ ແມ່ນໃຫ້ປະຕິບັດຕົນດັ່ງນີ້: ແຍກຕົວເອງທັນທີ ແຍກເຄື່ອງໃຊ້ສ່ວນຕົວ ຕິດຕາມອາການ ຕິດຕາມອຸນຫະພູມ ໃສ່ຜ້າອັດປາກ-ອັດດັງ ຕະຫຼອດເວລາ ຖ້າມີອາການຜິດປົກະຕິ ແມ່ນໂທປຶກສາແພດໝໍທັນທີ ສໍາລັບຄອບຄົວທີ່ມີຄົນເຈັບໄປນອນປິ່ນປົວຢູ່ໂຮງໝໍ ຍ້ອນພະຍາດໃດກໍຕາມ ຂໍໃຫ້ຄອບຄົວມີຄົນມາເຝົ້າຄົນເຈັບພຽງຄົນດຽວເທົ່ານັ້ນ ແລະ ງົດບໍ່ໃຫ້ພີ່ນ້ອງມາຢ້ຽມຄົນເຈັບຢູ່ໂຮງໝໍ ສໍາຄັນ ຜູ້ເຝົ້າຄົນເຈັບຕ້ອງປະຕິບັດການປ້ອງກັນຕົນເອງເຂັ້ມງວດໝັ່ນລ້າງມື ໃສ່ຜ້າອັດປາກ-ອັດດັງຕະຫຼອດເວລາ ສ່ວນບາງຄົນທີ່ມັກໃສ່ໜ້າກາກແຜ່ນຢາງໃສກວມທັງໝົດໃບໜ້າແທນຜ້າອັດປາກ-ອັດດັງນັ້ນ ບໍ່ແມ່ນວິທີປ້ອງກັນທີ່ຖືກຕ້ອງ ແລະ ບໍ່ປອດໄພ ເພາະມັນມີຊ່ອງຫວ່າງຫຼາຍ ບໍ່ຕິດແນບກັບປາກ-ດັງຂອງທ່ານ ແລະ ນັ້ນກາຍເປັນຈຸດສ່ຽງໃນການຮັບເຊື້ອພະຍາດຜ່ານເຂົ້າສູ່ປາກ-ດັງທ່ານໄດ້.

    ການທົບທວນຄືນ ສະຖິຕິຄົນຕິດເຊື້ອໂຄວິດ-19 ທັງໝົດໃນປະເທດເຮົາ ພົບວ່າມີຜູ້ຕິດເຊື້ອເຖິງ 85% ຂອງຈໍານວນທັງໝົດບໍ່ໄດ້ສັກວັກຊິນ ເຊັ່ນດຽວກັນ ກໍມີປະມານ 84,6% ຂອງຄົນເສຍຊີວິດຍ້ອນພະຍາດໂຄວິດ 19 ທັງໝົດໃນປະເທດເຮົາບໍ່ໄດ້ສັກວັກຊິນ ແລະ ເປັນຄົນທີ່ມີພະຍາດປະຈໍາຕົວ ສະນັ້ນ ມາຮອດປັດຈຸບັນ ຢັ້ງຢືນວ່າ ວັກຊິນແມ່ນທາງເລືອກເພື່ອປ້ອງກັນການຕິດເຊື້ອ ແລະ ການເສຍຊີວິດ ໃຜບໍ່ທັນສັກວັກຊິນ ຫຼື ຄອບຄົວໃດມີຜູ້ສູງອາຍຸ ຫຼື ມີພະຍາດປະຈໍາຕົວທີ່ບໍ່ທັນໄດ້ສັກວັກຊິນ ກໍຂໍໃຫ້ຕັດສິນໃຈມາສັກວັກຊິນຕາມຈຸດຕ່າງໆທີ່ກໍານົດຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເມື່ອສັກວັກຊິນແລ້ວ ທ່ານຍັງຕ້ອງໄດ້ສືບຕໍ່ປ້ອງກັນຕົນເອງຕໍ່ໄປເລື້ອຍໆ ເພື່ອຫຼຸດໂອກາດສ່ຽງຕໍ່ການຕິດເຊື້ອພະຍາດນີ້ ມີພຽງແຕ່ບາງກຸ່ມຄົນທີ່ມີຂໍ້ຫ້າມ ແລະ ຂໍ້ຈຳກັດໃນການສັກວັກຊິນເຊັ່ນ: ຍິງຖືພາຫຼຸດ 12 ອາທິດ ຜູ້ທີ່ກຳລັງໄດ້ຮັບການສາຍແສງ ຫຼື ເຄມີບຳບັດ ແລະ ເດັກນ້ອຍ ມາຮອດປັດຈຸບັນ ທົ່ວປະເທດເຮົາມີຄວາມຄືບໜ້າການສັກວັກຊິນເຂັມທີໜຶ່ງແມ່ນ 3.070.285 (ປົກຄຸມ 41,84%) ແລະ ເຂັມຄົບໂດສ ແມ່ນ 2.256.693 ປົກຄຸມ 30,75%.

# ຂ່າວ : ຂັນທະວີ

error: Content is protected !!