ວັນນີ້ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ພາຍໃນປະເທດຈຳນວນຫຼາຍ ແລະ ເສຍຊີວິດ 2 ຄົນ

    ປັດຈຸບັນ ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງມີຜູ້ຕິດເຊື້ອສູງໃນແຕ່ລະວັນ ທ່ານ ດຣ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຖະແຫຼງ ໃນວັນທີ 13 ຕຸລາ 2021 ໃຫ້ຮູ້ວ່າ: ວັນທີ 12 ຕຸລາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.427 ຕົວຢ່າງ ກວດພົບຜູ້ຕິດເຊືື້ອໃໝ່ 566 ຄົນ ຕິດເຊື້ອພາຍໃນ ມີ 557 ຄົນ ແລະ ຕິດເຊື້ອນໍາເຂົ້າ 9 ຄົນ ຈາກ ນະຄອນຫຼວງ 246 ຄົນ ຈາກ 86 ບ້ານ ໃນ 7 ເມືອງ ຈັນທະບູລີ ມີ 8 ບ້ານ 18 ຄົນ ສີໂຄດຕະບອງ ມີ 26 ບ້ານ 48 ຄົນ ໄຊເສດຖາ ມີ 13 ບ້ານ 105 ຄົນ (ໃນຄ້າຍຂຸມຂັງນາໄຫ 70 ຄົນ) ເມືອງສີສັດຕະນາກມີ 8 ບ້ານ 14 ຄົນ ນາຊາຍທອງ ມີ 8 ບ້ານ 10 ຄົນ ໄຊທານີ ມີ 16 ບ້ານ 35 ຄົນ (ສູນຫຼັກ 27 ມີ 7 ຄົນ) ແລະ ເມືອງຫາດຊາຍຟອງ ມີ 7 ບ້ານ 15 ຄົນ ສືບຕໍ່ເອົາຂໍ້ມູນ 1 ຄົນ.

    ຫຼວງພະບາງ 186 ຄົນ

    ວຽງຈັນ 49 ຄົນ

    ສະຫວັນນະເຂດ 27 ຄົນ

    ບໍ່ແກ້ວ 16 ຄົນ

    ຈໍາປາສັກ 15 ຄົນ

    ຄໍາມ່ວນ 6 ຄົນ

    ຫຼວງນໍ້າທາ 5 ຄົນ

    ໄຊສົມບູນ 3 ຄົນ

    ບໍລິຄໍາໄຊ 2 ຄົນ

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 9 ຄົນ 4 ຄົນ ຈາກ ແຂວງຄໍາມ່ວນ 1 ຄົນ ຈາກນະຄອນຫຼວງວຽງຈັນ ແລະ 4 ຄົນຈາກແຂວງສະຫວັນນະເຂດ.

    ມາຮອດວັນທີ 12 ຕຸລາ ທົ່ວປະເທດມີຜູ້ຕິດເຊື້ອສະສົມ 29.964 ຄົນ ເສຍຊີວິດສະສົມ 35 (ໃໝ່ 2) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 12 ຕຸລາ 324 ຄົນ ກໍາລັງປິ່ນປົວ 6.926 ຄົນ.

    ລາຍລະອຽດຜູ້ເສຍຊິວິດ 2 ຄົນມີຄື

    ຜູ້ເສຍຊີວິດຄົນທີ 1 ຢູ່ໂຮງໝໍມິດຕະພາບ ເພດຍີງ ອາຍຸ 45 ປີ ອາຊີບ ຫວ່າງງານ ບ້ານໂນນສົມບູນ ເມືອງສີໂຄດ ນະຄອນຫຼວງວຽງຈັນ ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍ 5 ເມສາ ພົບວ່າເລືອດຈາງ ທ່ານໝໍໄດ້ເເນະນຳໄປໃສ່ເລືອດຢູໂຮງໝໍສູນກາງ ມາຮອດທີ 25 ກັນຍາ 2021 ໄປກວດຢູ່ມະໂຫສົດ ແລ້ວໄດ້ກັກຢູ່ຫ້ອງແຍກປ່ຽວຈົນມາຮອດທີ 28 ກັນຍາ 2021 ໄດ້ຜົນກວດຢັ້ງຢືນຕິດເຊື້ອໂຄວິດ-19 ແລ້ວຍ້າຍມາປິ່ນປົວຢູ່ໂຮງໝໍມິດຕະພາບ ເຊິ່ງຜູ້ກ່ຽວມີພະຍາດປະຈຳຕົວ ຫາກໍຮູ້ວ່າເປັນໄຂ່ຫຼັງຊຸດໂຊມ ໄດ້ສັກຢາວັກຊິນ 1 ເຂັມ Sinopharm ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 28 ກັນຍາ 12 ຕຸລາ 2021 ຮອດເວລາ 12:20 ໂມງຂອງວັນທີ 12 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ

    ຜູ້ເສຍຊີວິດຄົນທີ 2 ເປັນເພດຊາຍ ອາຍຸ 80 ປີ ບ້ານປາກແຮດ ເມືອງນາຊາຍທອງ ນວ ບໍ່ໄດ້ຮັບການສັກຢາວັກຊີນກັນພະຍາດໂຄວິດ-19 ມີພະຍາດປະຈໍາຕົວ ເສັ້ນເລືອດສະໜອງແຕກ ຜ່າຕັດມາໄດ້ 6 ປີແລ້ວ ຄົນເຈັບມີອາການຊັກແຕ່ບໍ່ກິນຢາປະຈໍາ ແລະ ຄວບຄຸມຊັກບໍ່ໄດ້ ໃນເບື້ອງຕົ້ນຜູ້ກ່ຽວມີປະຫັວດສໍາຜັດໃກ້ຊິດກັບຄົນໃນຄອບຄົວຕິດເຊື້ອທັງໜົົດ 5 ຄົນ ວັນທີ 7 ຕຸລາ 2021 ຜູ້ກ່ຽວໄດ້ເຂົ້າໂຮງໝໍພາກສະໜາມສູນຝຶກວິຊາຊີບຄົນພິການສີເກີດ ນໍາເມຍຂອງຜູ້ກ່ຽວຍ້ອນວ່າເມຍ ລູກ ຕິດເຊື້ອ ແລະ ອີກຢ່າງໜື່ງຜູ້ກ່ຽວເປັນຄົນເຈັບທີ່ບໍ່ສາມາດຊ່ວຍເຫລຶອຕົນເອງໄດ້ ວັນທີ 8 ຕຸລາ ຜົນກວດອອກມາແມ່ນພົບເຊື້ອ ໄລຍະທີ່ນອນຢູ່ສູນດັ່ງກ່າວ ແຕ່ວັນທີ 7-13 ຕຸລາ 2021 ຮອດເວລາ 5:00 ໂມງເຊົ້າຂອງວັນທີ 13 ຜູ້ກ່ຽວໄດ້ເສຍຊີວິດ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!