ຈາກສະຖິຕິການປີ່ນປົວຜູ້ປົວຈາກພະຍາດໂຄວິດ-19 ຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະ ສຶກສາໃຫ້ຮູ້ວ່າ: ລະຫວ່າງວັນທີ 8-11 ຕຸລາ 2021 ຕົວເລກຂອງຜູ້ປົວພະຍາດໂຄວິດ-19 ທີ່ໄດ້ຮັບ ການປິ່ນປົວຢູ່ຕາມສູນຕ່າງໆ ຫາຍດີກັບຄືນສູ່ທ້ອງຖິ່ນ ມີຈຳນວນເຖິງພັນກວ່າຄົນ.

ໃນນັ້ນ ຂໍຊົມເຊີຍທີມງານແພດໂຮງໝໍເມືອງນາຊາຍທອງ ແລະ ທີມງານແພດໂຮງໝໍສູນກາງກອງທັບ 103 ໄດ້ປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ສາມາດປີ່ນປົວດີຈາກໂຮງໝໍສະໜາມ ມັດທະຍົມຕົ້ນສີເກີດ ແລະ ໂ ຮງໝໍສະໜາມ ປະຖົມຜາງແຫ້ງ ປີ່ນປົວດີຈຳນວນ 258 ຄົນ ໂຮງໝໍສະໜາມ ໂຮງງານຕັດຫຍິບ ທຣີໂອ ສີເກີດ ປີ່ນປົວດີ ຈຳນວນ 488 ຄົນ ລວມຜູ້ປີ່ນປົວດີທັງໝົດ 746 ຄົນ ແລະ ໄດ້ກັບຄືນສູ່ຄອບຄົວ ທ້ອງຖີ່ນຂອງຕົນ ຂໍຊົມເຊີຍ ຢ່າງສຸດໃຈ !
# ຂ່າວ & ພາບ : ບຸນມີ