ຫ້ອງການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂໍຖືເປັນກຽດແຈ້ງມາຍັງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ອົງການ ແລະ ແຂວງ ຊາວໜຸ່ມ-ໄວໜຸ່ມ ນັກຮຽນ-ນັກສຶກສາທັງພາກລັດ ແລະ ເອກະຊົນ ບຸກຄົນທົ່ວໄປ ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມແຂ່ງຂັນສ້າງວີດີໂອສັ້ນ ປຸກລະດົມເຊີນຊວນຊາວໜຸ່ມ-ໄວໜຸ່ມ ເຂົ້າຮ່ວມບໍລິຈາກເລືອດ ເຊິ່ງຈະໄດ້ຈັດຜ່ານສື່ສັງຄົມອອນລາຍ ພາຍໃຕ້ຫົວຂໍ້ “ ສິນໄຊແຫ່ງຍຸກສະໄໝ ຮ່ວມໃຈບໍລິຈາກເລືອດ ”.
ເງື່ອນໄຂ ແລະ ກະຕິການແຂ່ງຂັນວີດີໂອກ່ຽວກັບການປຸກລະດົມຊາວໜຸ່ມບໍລິຈາກເລືອດ
1. ຖ່າຍວີດີໂອສັ້ນທີ່ມີເນື້ອໃນເນະນໍາໂຕເອງ ເວົ້າເຖິງການປຸກລະດົມເຊີນຊວນໝູ່ເພື່ອນຊາວໜຸ່ມ-ໄວໜຸ່ມເຂົ້າຮ່ວມບໍລິຈາກເລືອດ ເວົ້າເຖິງຜົນດີຂອງການບໍລິຈາກເລືອດ ຄວາມພູມໃຈ ແລະ ຮູ້ສຶກທີ່ໄດ້ບໍລິຈາກເລືອດຊ່ວຍເຫຼືອສັງຄົມ.
2. ສາມາດສ້າງໃນຮູບແບບເປັນກຸ່ມ ຫຼື ບຸກຄົນ ( ຖ້າສ້າງເປັນກຸ່ມບໍ່ໃຫ້ກາຍ 3 ຄົນ / ກຸ່ມ ) ຄວາມຍາວຂອງວີດີໂອ ແມ່ນບໍ່ໃຫ້ກາຍ 3 ນາທີ ເປັນລວງນອນ ບໍ່ຈຳກັດເຕັກນິກ ແລະ ວິທີໃນການສ້າງ.
3. ສົ່ງວີດີໂອໃຫ້ຄະນະຮັບຜິດຊອບເພື່ອຄັດເລືອກເຂົ້າຮອບ 20 ຄົນ.
4. ຜູ້ທີ່ຜ່ານການຄັດເລືອກເຂົ້າຮອບ 20 ຄົນ ແມ່ນໃຫ້ໂພສລົງເຟສບຸກສ່ວນຕົວຂອງທ່ານ ເປີດເປັນສາທາລະນະ ພ້ອມທັງຂຽນແຄັບຊັ່ນສັ້ນໆກ່ຽວກັບການເຊີນຊວນເຂົ້າຮ່ວມບໍລິຈາກເລືອດ ແລ້ວຕິດ #ແຂ່ງຂັນວີດີໂອສັ້ນເຊີນຊວນຊາວໜຸ່ມ-ໄວໜຸ່ມ ເຂົ້າຮ່ວມລິຈາກເລືອດ, #ສິນໄຊແຫ່ງຍຸກສະໄໝ ຮ່ວມໃຈບໍລິຈາກເລືອດ ແລະ copy ລິ້ງຂອງໂພສ ສົ່ງມາທີ Inbox Facebook page: Lao Youth Union ເພື່ອຕິດຕາມຍອດໄລ ຍອດແຊ ຍອດວີວ.
ໄລຍະເວລາຮ່ວມກິດຈະກຳ ເປີດຮັບສະໝັກ ວັນທີ 11 ຕຸລາ 2021 ແລະ ປິດຮັບສະໝັກແມ່ນວັນທີ 10 ພະຈິກ 2021 ວັນທີ 20 ພະຈິກ – 6 ທັນວາ 2021 ແມ່ນຕິດຕາມຍອດໄລ ຍອດແຊ ຍອດວິວທີ່ສູງສຸດຂອງຜູ້ເຂົ້າຮອບ 20 ຄົນ (ປິດການຕິດຕາມ ເວລາ 15:00 ໂມງ ຂອງວັນທີ 6 ທັນວາ 2021) ວັນທີ 8 ທັນວາ 2021 ປະກາດຜົນການແຂ່ງຂັນ ມອບລາງວັນແມ່ນວັນທີ 13 ທັນວາ 2021 ພ້ອມທັງເຜີຍແຜ່ຜົນງານລາງວັນຊະນະເລີດລົງທາງສື່ສັງຄົມອອນລາຍ.
ລາງວັນທັງໝົດລວມມີ 6 ລາງວັນຄື
– ລາງວັນທີ 1 ມູນຄ່າ 1.000.000 ກີບ ພ້ອມໃບຍ້ອງຍໍ
– ລາງວັນທີ 2 ມູນຄ່າ 800.000 ກີບ ພ້ອມໃບຍ້ອງຍໍ
– ລາງວັນທີ 3 ມູນຄ່າ 600.000 ກີບ ພ້ອມໃບຍ້ອງຍໍ
– ລາງວັນຍອດໄລ 1 ລາງວັນ ເປັນຂອງທີ່ລະນຶກ
– ລາງວັນຍອດແຊ 1 ລາງວັນ ເປັນຂອງທີ່ລະນຶກ ແລະ
– ລາງວັນຍອດວິວ 1 ລາງວັນ ເປັນຂອງທີ່ລະນຶກ
ໝາຍເຫດ: ຮູບພາບ ວີດີໂອ ແລະ ດົນຕີ ຈະນຳມາໃຊ້ປະກອບໃນການສ້າງວີດີໂອໂຄສະນານີ້ ຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງພາບ ຫຼື ບໍ່ໄດ້ຕິດລິຂະສິດໃດໆ ວີດີໂອໂຄສະນານີ້ ຕ້ອງບໍ່ເຄີຍເຜີຍແຜ່ຢູ່ໃສມາກ່ອນ ບໍ່ວ່າຈະເປັນທາງສື່ເກົ່າ ແລະ ສື່ສະໄໝໃໝ່ ( Social Media ) ສຳລັບການລົງເຜີຍແຜ່ ແມ່ນພາຍຫຼັງທີ່ໄດ້ຮັບການຕັດສິນແລ້ວ ມີພຽງແຕ່ທີມງານຜູ້ຮັບຜິດຊອບເທົ່ານັ້ນທີ່ຈະເປັນຜູ້ເອົາລົງ ໂດຍຜ່ານການເຫັນດີຈາກຄະນະກຳມະການ ວີດີໂອຜ່ານການຄັດເລືອກທີ່ໄດ້ຮອງອັນດັບ 2 ອັນດັບ 1 ແລະ ລາງວັນຊະນະເລີດ ລິຂະສິດການເຜີຍແຜ່ວີດີໂອດັ່ງກ່າວແມ່ນເປັນຂອງ ສຊປລ ແລະ ສູນເລືອດແຫ່ງຊາດ.
ເບີໂທຕິດຕໍ່ ນາງ ສົມບູນ ມະຫາວົງ 020 9871 7197 ແລະ ທ້າວ ໄຊສະຫວັດ ສຸວັນວິໄຊ 020 5989 7933 ໄດ້ຕາມໂມງເວລາລັດຖະການ.

# ຂ່າວ & ພາບ : ບຸນມີ