ໄຊທານີ ເປັນເມືອງໜຶ່ງທີ່ມີທ່າແຮງໃນການຜະລິດກະສິກຳເປັນສິນຄ້າ ເປັນຕົ້ນແມ່ນຜະລິດເຂົ້າ ແລະ ພືດຜັກຕ່າງໆ ປັດຈຸບັນ ຊາວກະສິກອນກຳລັງຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ ແລະ ກະກຽມການປູກພືດລະດູແລ້ງໃຫ້ທັນຕາມລະດູການ.

ທ່ານ ທອງສຸກ ບົວລີຂັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ ໃຫ້ສຳພາດວັນທີ 12 ຕຸລາ ປີ 2021 ໃຫ້ຮູ້ວ່າ ສຳລັບປີ 2021 ການຜະລິດເຂົ້ານາປີຂອງຊາວກະສິກອນ ເນື້ອທີ່ແຜນການແມ່ນ 15.300 ເຮັກຕາ ປູກເຂົ້າຈ້າວ 550 ເຮັກຕາ ແນວພັນ 1.224 ໂຕນ ສະມັດຕະພາບສະເລ່ຍ 4,6 ໂຕນຕໍ່ເຮັກຕາ ຜ່ານການຈັດຕັ້ງປະຕິບັດຕົວຈິງ ແມ່ນປະຕິບັດໄດ້ 100% ຂອງເນື້ອທີ່ແຜນການ ໃນນັ້ນ ດຳດ້ວຍກົນຈັກ 220 ເຮັກຕາ ດຳດ້ວຍແຮງງານຄົນ 5.868 ເຮັກຕາ ນາຫວ່ານ 9.410 ເຮັກຕາ ນາຢອດ 22 ເຮັກຕາ ມາຮອດວັນທີ 11 ຕຸລາ ປະຊາຊົນເກັບກ່ຽວສຳເລັດ 5.355 ເຮັກຕາ ເທົ່າກັບ 35% ຄາດວ່າຈະສຳເລັດໃນຕົ້ນເດືອນໜ້ານີ້.

ນອກຈາກນີ້ ຊາວກະສິກອນຍັງສຸມໃສ່ກະກຽມປູກພືດຜັກຕ່າງໆ ໃນເນື້ອນທີ່ແຜນການ 3.47 ເຮັກຕາ (ແຜນການທ້າຍປີ 944 ເຮັກຕາ) ມາຮອດປັດຈຸບັນ ປະຕິບັດໄດ້ 641 ເຮັກຕາ ເທົ່າກັບ 98,61% ປູກໝາກໄມ້ໃຫ້ເນື້ອທີ່ແຜນການ 170 ເຮັກຕາ ປັດຈຸບັນປະຕິບັດໄດ້ 372 ເຮັກຕາ ເທົ່າກັບ 218,82% ປູກເຫັດຕາມແຜນການ 6 ທ້າຍປີໃຫ້ໄດ້ 1,5 ລ້ານເບົ້າ ປັດຈຸບັນປະຕິບັດໄດ້ 1.030.000 ເບົ້າ ພ້ອມກັນນັ້ນກໍໄດ້ກະກຽມ ກວດກາ ສ້ອມແປງຈັກສູບນໍ້າເພື່ອສະໜອງນໍ້າເຂົ້າໃນການຜະລິດເຂົ້ານາແຊງອີກດ້ວຍ.

# ຂ່າວ: ອົ່ນ ໄຟສົມທອງ