ໂຄງການກໍ່ສ້າງສ້ອມແປງເສັ້ນທາງນໍ້າເບີ 2601 ຕອນທາງເຂົ້າບ້ານສົມສະນຸກ ຫາ ບ້ານປາກອູ ເມືອງປາກອູ ສໍາເລັດຂັ້ນຕອນທີ່ໜຶ່ງ

    ຕາມການລາຍງານຂອງ ທ່ານ ທອງພັນ ຫົງທອງ ຫົວໜ້າຫ້ອງການໂຍທາທິການ-ຂົນສົ່ງເມືອງປາກອູ ແຂວງຫຼວງພະບາງ ຜູ້ຊີ້ນໍາວຽກງານຂົວທາງ ເຄຫາ-ຜັງເມືອງ ກ່ຽວກັບການຈັດຕັ້ງປະຕິບັດໃນການກໍ່ສ້າງສ້ອມແປງເສັ້ນທາງ ແຕ່ສາມແຍກເຂົ້າບ້ານສົມສະນຸກ ຫາບ້ານປາກອູ ໃຫ້ຮູ້ໃນວັນທີ 10 ຕຸລາ 2021 ວ່າ:

    ໂຄງການກໍ່ສ້າງເສັ້ນທາງນໍ້າເບີ 2601 ຕອນທາງເຂົ້າບ້ານສົມສະນຸກ ຫາບ້ານປາກອູ ເຊິ່ງມີຄວາມຍາວ 9.150 ແມັດ ກວ້າງ 5 ແມັດ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດກໍ່ສ້າງສ້ອມແປງເສັ້ນທາງ ວັນທີ 11 ກັນຍາ 2020 ຫາວັນທີ 25 ພະຈິກ 2020 ບັນດາໜ້າວຽກທີ່ເຮັດແມ່ນ ອະນາໄມເສັ້ນທາງ ຍົກຍາຍທຸບມ້າງຂຸດຮື້ ປູດິນ-ຫີນກາບ ກໍ່ສ້າງທໍ່ຫຼ່ຽມ 3 x 3 x 7 ສອງຫ້ອງ ກໍ່ສ້າງທໍ່ກົມເສີມເຫຼັກ ແລະ ວຽກເບຕົງສໍາລັບຝາປິດ ພ້ອມທັງຍົກລະດັບປູຢາງ 2 ຊັ້ນ ເລີ່ມແຕ່ສາມແຍກທາງເຂົ້າບ້ານສົມສະນຸກ ຫາ ໂຮງໝໍເມືອງປາກອູ ເຊິ່ງມີຄວາມຍາວ 790 ແມັດ ກວ້າງ 5 ແມັດ ໂດຍນໍາໃຊ້ທຶນບ້ວງສົ່ງເສີມວິຊາການປີ 2019 ແລະໃຊ້ທຶນສົມທົບຂອງເມືອງບ້ວງພັດທະນາທ້ອງຖິ່ນ ລາຍຮັບຈາກບໍ່ຄໍາຜາປົນ 451.112.840 ກີບ ຮັບເໝົາກໍ່ສ້າງສ້ອມແປງເສັ້ນທາງໂດຍບໍລິສັດດວງຕາວັນພັດທະນາກໍ່ສ້າງຈໍາກັດແຂວງຊຽງຂວາງ ໃນມູນຄ່າທັງໝົດ 1.596.362.880 ກີບ ມາຮອດປັດຈຸບັນແມ່ນໄດ້ສໍາເລັດ ແຕ່ຍັງຢູ່ໃນໄລຍະຄໍ້າປະກັນ.

     ນອກຈາກກໍ່ສ້າງເສັ້ນທາງຕອນດັ່ງກ່າວແລ້ວ ຍັງໄດ້ສ້ອມແປງອະນາໄມສິ່ງກີດຂວາງ ຖົມດິນຍົກລະດັບໜ້າທາງ 150 ແມັດ ກວາດໜ້າທາງ ອະນາໄມຮ່ອງນໍ້າຂ້າງທາງ 350 ແມັດ ວາງທໍ່ຟີ່ 60 ຍາວ 21 ແມັດ ແລະ ວາງທໍ່ໃໝ່ 45 ແມັດຍາວ ຍົກລະດັບຂົວບຕົງຂຶ້ນຕື່ມ 1 ແມັດ ປັບກວາດໜ້າດິນ-ເດີ່ນ ເສັ້ນທາງເຂົ້າສໍານັກງານ ອົງການເມືອງປາກອູ ເຊິ່ງມີຄວາມຍາວ 724 ແມັດ ກວ້າງ 6 ແມັດ ໂດຍການນໍາເມືອງປາກອູສະໜັບສະໜູນງົບປະມານຈໍານວນໜຶ່ງ ສ່ວນພາຫະນະນໍາໃຊ້ ລົດຈົກ ລົດດ່າມ ແມ່ນທ່ານ ອ່ອນຈັນ ນັກທຸລະກິດແຂວງຫຼວງພະບາງເປັນຜູ້ຊ່ວຍເຫຼືອ ສ່ວນລົດກວາດ ລົດໄຖໃຫຍ່ ແມ່ນທ່ານ ໄຊອໍາພອນ ບໍລິສັດພອນຈະເລີນກໍ່ສ້າງຂົວທາງຈໍາກັດ ເປັນຜູ້ຊ່ວຍເຫຼືອ ມາເຖິງປັດຈຸບັນແມ່ນໄດ້ສໍາເລັດໃນຂັ້ນຕອນທີ່ໜຶ່ງ.

# ຂ່າວ & ພາບ : ວຽງມາ

error: Content is protected !!