ຫ້າມໃຫ້ບໍ່ໃຫ້ບຸກຄົນໃດໜຶ່ງ ນຳໃຊ້ເຄື່ອງກວດໂຄວິດ-19 ແບບໄວດ້ວຍຕົນເອງ

    ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ໃນໂອກາດທີ່ຖະແຫຼງຂ່າວປະຈໍາວັນກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ວັນທີ 12 ຕຸລາ 2021 ວ່າ: ກະຊວງສາທາລະນະສຸກໄດ້ອອກຄໍາສັ່ງ ສະບັບເລກທີ 1101/ສທ ລົງວັນທີ 24 ກັນຍາ 2021 ວ່າດ້ວຍການນໍາເຂົ້າຈໍລະຈອນ ຈໍາໜ່າຍ ແລະ ນໍາໃຊ້ເຄື່ອງກວດໂຄວິດ-19 ແບບໄວ ເພື່ອກວດຊອກຫາເຊື້ອ ໂດຍເນື້ອໃນບາງຕອນໄດ້ລະບຸວ່າ

    “ຫ້າມບຸກຄົນ ຫຼື ນິຕິບຸກຄົນ ນໍາເຂົ້າເຄື່ອງທົດສອບໄວ ມາຈໍາໜ່າຍຢູ່ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກເດັດຂາດ ແລະ ຖ້າບຸກຄົນ ຫຼື ພາກສວ່ນໃດຫາກລະເມີດຄໍາສັ່ງສະບັບນີ້ ຈະຖືກກ່າວເຕືອນ ອາຍັດ ປັບໃໝ ແລະ ລົງໂທດຕາມລະບຽບກົດໝາຍ ” ມາຮອດປັດຈຸບັນນີ້ ຍັງເຫັນບຸກຄົນນໍາເອົາເຄື່ອງກວດແບບໄວ ປະກາດຂາຍຊະຊາຍ ຢູ່ຕາມສື່ສັງຄົມອອນລາຍ (ເຟສບຸກ) ພ້ອມທັງລະບຸວ່າ ມີ ອຢ ອະນຸມັດ ຕໍ່ກັບສະພາບການດັ່ງກ່າວ ກະຊວງສາທາລະນະສຸກ ຂໍແຈ້ງໃຫ້ທ່ານຊາບວ່າ ມາຮອດປັດຈຸບັນນີ້ ກະຊວງສາທາລະນະສຸກ ບໍ່ທັນໄດ້ອະນຸຍາດໃຫ້ບຸກຄົນ ຫຼື ອົງກອນໃດໜຶ່ງນໍາເຂົ້າ ແລະ ຈໍາໜ່າຍເຄື່ອງກວດແບບໄວ ຂໍໃຫ້ທ່ານກັ່ນຕອງ ແລະ ວິເຄາະຂໍ້ມູນຢ່າງລະອຽດ ເມື່ອໄດ້ຮັບຂໍ້ມູນຂ່າວສານ.

    ສາເຫດສໍາຄັນທີ່ກະຊວງສາທາລະນະສຸກບໍ່ອະນຸຍາດໃຫ້ບຸກຄົນໃດໜຶ່ງນຳໃຊ້ເຄື່ອງກວດແບບໄວດ້ວຍຕົນເອງ ຍ້ອນວ່າ: ເຄື່ອງກວດມີຄວາມໄວປະມານ 80% ໝາຍຄວາມວ່າ ຖ້າກວດ 100 ຄົນ ຈະມີປະມານ 20 ຄົນ ທີ່ໃຫ້ຜົນກວດເປັນລົບ ແຕ່ຜົນກວດລົບອາດບໍ່ແມ່ນຄວາມຈິງ ເພາະ 20 ຄົນດັ່ງກ່າວ ອາດມີເຊື້ອ ແຕ່ການກວດໃຫ້ຜົນລົບ ການກວດແມ່ນໃຫ້ຜົນສໍາລັບມື້ທີ່ກວດເທົ່ານັ້ນ ຖ້າກວດມື້ນີ້ແລ້ວ ຜົນອອກມາເປັນລົບ ແຕ່ບໍ່ໄດ້ໝາຍຄວາມວ່າໃນຕໍ່ໜ້າ ທ່ານຈະຍັງບໍ່ຕິດເຊື້ອ ການຄົ້ນຄວ້າຈາກຫຼາຍປະເທດພົບວ່າ ແພດທີ່ໃຊ້ເຄື່ອງກວດແບບໄວກວດ ແມ່ນມີປະສິດທິພາບກວ່າ ຖ້າທຽບໃສ່ບຸກຄົນທໍາມະດາ ທີ່ກວດດ້ວຍຕົນເອງ ເນື່ອງຈາກວ່າຄົນທົ່ວໄປ ອາດເກັບຕົວຢ່າງບໍ່ຖືກຈຸດ ຫຼື ບໍ່ສົນໃຈ ໄລຍະເວລາທີ່ໃຊ້ກຳນົດໃນການອ່ານຜົນ ຫຼື ດໍາເນີນການກວດບໍ່ຖືກຕ້ອງ ຄືກັບແພດທີ່ໄດ້ຜ່ານການອົບຮົມມາແລ້ວ.

    ເຫດຜົນທີ່ສໍາຄັນທີ່ສຸດ ກໍຄືທ່ານສາມາດແຜ່ເຊື້ອພະຍາດໃຫ້ຄົນອື່ນໄດ້ ໃນເວລາທີ່ທ່ານໃຊ້ເຄື່ອງກວດດ້ວຍຕົນເອງນີ້ໄດ້ ເພາະວ່າທ່ານບໍ່ໄດ້ປະຕິບັດຄືແພດ ໂດຍສະເພາະ ບໍ່ໄດ້ໃສ່ຖົງມື ບໍ່ໄດ້ໃສ່ຊຸດປ້ອງກັນຄືແພດ ບໍ່ໄດ້ໃສ່ແມັສ N-95 ແລະ ບຸກຄົນກໍ່ຖິ້ມເຄື່ອງທີ່ໃຊ້ກວດແລ້ວລົງຖັງຂີ້ເຫຍື້ອທົ່ວໄປໂດຍບໍ່ໄດ້ຂ້າເຊື້ອກ່ອນ ເຊິ່ງຕາມທິດສະດີ ເມື່ອກວດດ້ວຍເຄື່ອງກວດໄວ ເຊິ່ງມີຜົນເປັນລົບ ຢ່າໄດ້ເຊື່ອວ່າຕົນບໍ່ຕິດເຊື້ອ ແຕ່ບຸກຄົນນັ້ນຕ້ອງກັກຕົນເອງ 14 ວັນ ແລະ ມີການກວດຊໍ້າຄືນຢ່າງໜອ້ຍ 6-7 ຄັ້ງ ເພື່ອແນ່ໃຈວ່າບໍ່ຕິດເຊື້ອແທ້ ແຕ່ໃນຄວາມເປັນຈິງ ຫຼາຍຄົນບໍ່ປະຕິບັດເຊັ່ນນີ້ ເມື່ອກວດບໍ່ພົບແລ້ວ ກໍປ່ອຍເສີຍບໍ່ກັກຕົວເອງ ໂຊກບໍ່ດີ ອີກບໍ່ພໍເທົ່າໃດວັນ ຜົນກວດເປັນບວກ ແລະ ຜູ້ກ່ຽວມີຜູ້ໃກ້ຊິດຫຼາຍ 100 ຄົນໄປແລ້ວ ນີ້ຄືສາຍເຫດຂອງການແຜ່ເຊື້ອໃນຊຸມຊົນທີ່ແທ້ຈິງ ສະນັ້ນ ເມືອທ່ານສົງໄສວ່າເປັນຜູ້ໄກ້ຊິດ ກໍ່ຂໍໃຫ້ມາກວດນໍາແພດໝໍເຮົາ ເພາະການກວດບໍ່ໄດ້ເສຍເງິນ ແລະ ບໍ່ລໍຖ້າຜົນກວດດົນ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!